“ບໍ່ສ້າງສັນ” ຄືສິ່ງທີ່ຣັດເຊຍຮ້ອງມະຕິຂອງສະຫະປະ
ຊາຊາດ ທີ່ປະຕິເສດບໍ່ຍອມຮັບຮູ້ການຮວມເອົາເອົາ
ແຫລມ Crimea ຂອງຢູເຄຣນເຂົ້າໄປສ່ວນນຶ່ງຂອງ
ຕົນນັ້ນ.
ຢູ່ໃນຖະແຫລງການສະບັບນຶ່ງໃນວັນສຸກມື້ນີ້ ກະຊວງ
ຕ່າງປະເທດຣັດເຊຍກ່າວວ່າ ມະຕິກອງປະຊຸມສະມັດ
ຊາໃຫຍ່ ສະຫະປະຊາຊາດ ມີແຕ່ຈະເຮັດໃຫ້ການດຳ
ເນີນຄວາມພະຍາຍາມ ເພື່ອຫາທາງແກ້ໄຂວິກິດການ
ທາງດ້ານການເມືອງພາຍ ໃນຂອງຢູເຄຣນປະສົບກັບ
ຄວາມຍຸ່ງຍາກເພີ້ມຂຶ້ນເທົ່ານັ້ນ.
ກະຊວງການຕ່າງປະເທດຣັດເຊຍ ກ່າວຫາຢູເຄຣນວ່າ ຊອກຫາທາງເພື່ອຈະ ຫັນເຫ
ໄປຈາກຄວາມເຄັ່ງຕຶງພາຍໃນ ໂດຍຖິ້ມໂທດກ່ຽວກັບບັນຫາຂອງຕົນໃສ່ ຣັດເຊຍ.
ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຜ່ານມະຕິທີ່ບໍ່ມີການບັງຄັບໃນວັນພະຫັດວານນີ້ ດ້ວຍຄະແນນສຽງ 100 ປະເທດທີ່ເຫັນພ້ອມ 11 ປະເທດຄັດຄ້ານ ແລະ 58 ປະເທດບໍ່ອອກສຽງ.
ກ່ອນການລົງຄະແນນສຽງນັ້ນ ເອກອັກຄະລັດຖະທູດຣັດເຊຍທ່ານ Vitaly Churkin
ໄດ້ຮ້ອງຍັດຕິນີ້ວ່າ “ມັກລັກສະນະປະເຊີນໜ້າ” ແລະກ່າວວ່າ ຊາວ Crimea ມີສິດທິ
ໃນການຊີ້ຊາຕາກຳຂອງຕົນເອງ.