ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂທ​ລະ​ພາບ​ຣັດ​ເຊຍ ກ່າວ​ວ່າ ການ​ໂຈມ​ຕີ​ໂດຍໂດ​ຣນຂອງ​ຢູ​ເຄ​ຣນ ໄດ້​ສັງ​ຫານ​ນັກ​ຂ່າວ


​ມີ​ການ​ນຳ​ເອົາ​ດອກ​ໄມ້ ໄປ​ວາງ​ໄວ​ທີ່​ຮູບ​ຂອງ Boris Maksudov ນັກ​ຂ່າວ​ທະ​ຫານ ຂອງ​ໂທ​ລະ​ພາບຊ່ອງ Rossiya 24 ​ທີ່​ໄດ້​ເສຍ​ຊີ​ວິດ​ຍ້ອນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ໂດຍ​ໂດ​ຣນ​ຂອງ​ຢູ​ເຄ​ຣນ ຢູ່​ທາງ​ເຂົ້າ​ກອງ​ບັນ​ຊ​ການ VGTRK ທີ່​ມົ​ສ​ກູ ເມື່ອ​ວັນ​ທີ 23 ພະ​ຈິກ 2023.
​ມີ​ການ​ນຳ​ເອົາ​ດອກ​ໄມ້ ໄປ​ວາງ​ໄວ​ທີ່​ຮູບ​ຂອງ Boris Maksudov ນັກ​ຂ່າວ​ທະ​ຫານ ຂອງ​ໂທ​ລະ​ພາບຊ່ອງ Rossiya 24 ​ທີ່​ໄດ້​ເສຍ​ຊີ​ວິດ​ຍ້ອນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ໂດຍ​ໂດ​ຣນ​ຂອງ​ຢູ​ເຄ​ຣນ ຢູ່​ທາງ​ເຂົ້າ​ກອງ​ບັນ​ຊ​ການ VGTRK ທີ່​ມົ​ສ​ກູ ເມື່ອ​ວັນ​ທີ 23 ພະ​ຈິກ 2023.

ມີ 4 ຄົນ​ເສຍ​ຊີ​ວິດ ແລະ​ອີກ 5 ຄົນ​ບາດ​ເຈັບ ໃນ​ການ​ຍິງ​ປືນ​ໃຫຍ່ໂຈມ​ຕີ​ຂອງ​ຣັດ​ເຊຍ ​ຕໍ່​ເຂດ​ເຄີ​ຊອນ ທາງ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ ໃນ​ວັນ​ພະ​ຫັດ​ວານນີ້ ເຈົ້າ​ໜ້​າ​ທີ່​ຢູ​ເຄ​ຣນ​ກ່າວ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຂອງ​ຢູ​ເຄ​ຣນ ທ່ານ​ອີ​ຮໍ ຄ​ລີ​ເມັນ​ໂກ ກ່າວ​ວ່າ ປະ​ຊາ​ຊົນ​ຫຼາຍກວ່າ 60 ຄົນ ແລະ​ຕຶກ​ອາ​ຄານ​ທີ່​ເປັນ​ພື້ນ​ຖານ​ໂຄງ​ລ່າງ ຍັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃຈ​ການ​ໂຈມ​ຕີ​ດັ່ງ​ກ່າວ.

“ການ​ຊັ່ງ​ຊາ​ໃນ​ຂັ້ນ​ຕົ້ນ ແມ່ນ​ເປັນ​ທີ່​ຮູ້​ກັນ​ວ່າ ການ​ຍິງ​ໂຈມ​ຕີນີ້​ ແມ່ນ​ໄດ້​ດຳ​ເນີນ​ການໂດຍ​ອາ​ວຸດ​ລູກ​ຫວ່ານ” ທ່ານ​ແອນດ​ຣີ ເຢ​ມາກ ຫົວ​ໜ້າ​ທີ່​ປຶກ​ສາ​ປະ​ຈຳ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ກ່າວ​ຜ່ານ​ທາງ​ເຕ​ເລ​ແກ​ຣມ. ວີ​ໂອ​ເອ​ຍັງ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ຢືນ​ຢັນ​ຢ່າງ​ເປັນ​ອິດ​ສະ​ຫຼະ​ກ່ຽວ​ກັບ​ລາຍ​ງານ​ທີ່​ວ່ານີ້.

ກອງ​ທັບ​ຣັດ​ເຊຍ​ໄດ້​ຖອນ​ອອກ​ຈາກ​ເມືອງ​ເຄີ​ຊອ​ນ ໃນ​ທ້າຍ​ປີ​ກາຍ ແຕ່​ຍັງ​ທຳ​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ຢູ່​ເປັນ​ປະ​ຈຳ​ຕໍ່​ເຂດ​ດັ່ງ​ກ່າວ ຈາກ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ດ​ນິບ​ໂປ​ຣ.

ໃນ​ຂະ​ນະ​ດຽວ​ກັນ ໂທ​ລະ​ພາບ​ຂອງ​ທາງ​ການ​ຣັດ​ເຊຍ​ລາຍ​ງານ​ວ່າ ນັກ​ຂ່າວຄົນ​ນຶ່ງ​ຂອງ​ຕົນ​ໄດ້​ເສຍ​ຊີ​ວິດ ຫຼັງ​ຈາກ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຢູ​ເຄ​ຣນ ໃນ​ເຂດ​ຊາ​ໂປ​ຣິ​ສ​ເຊຍ​ທີ່​ຣັດ​ເຊຍ​ຢຶດ​ຄອງ ຢູ່​ໃນ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG