ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ສະຫະລັດກ່າວວ່າ ກອງທັບຣັດເຊຍ ເຂົ້າໄປໃນຖານທັບ ສະຫະລັດ ຢູ່ປະເທດ ໄນເຈີ


ແຟ້ມຮູບ-ທຸງຂອງສະຫະລັດ ແລະ ໄນເຈີ ຖືກເອົາຂຶ້ນເສົາໃນສູນຕັ້ງຄ້າຍຂອງຖານທັບອາກາດ ສໍາລັບຖານທັບອາກາດ ແລະບຸກຄະລາກອນອື່ນໆ ທີ່ສະໜັບສະໜູນການກໍ່ສ້າງຖານທັບອາກາດໄນເຈີ 201 ໃນເມືອອາກາເດສ (Agadez), ປະເທດໄນເຈີ, ວັນທີ 16 ເມສາ 2018.
ແຟ້ມຮູບ-ທຸງຂອງສະຫະລັດ ແລະ ໄນເຈີ ຖືກເອົາຂຶ້ນເສົາໃນສູນຕັ້ງຄ້າຍຂອງຖານທັບອາກາດ ສໍາລັບຖານທັບອາກາດ ແລະບຸກຄະລາກອນອື່ນໆ ທີ່ສະໜັບສະໜູນການກໍ່ສ້າງຖານທັບອາກາດໄນເຈີ 201 ໃນເມືອອາກາເດສ (Agadez), ປະເທດໄນເຈີ, ວັນທີ 16 ເມສາ 2018.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ອາ​ວຸ​ໂສ​ຂອງ​ສະ​ຫະ​ລັດ ກ່າວ​ຕໍ່ອົງການຂ່າວ Reuters ວ່າ​ບັນ​ດາ​ເຈົ້າ​ໜ້າ​ທີ່​ທະ​ຫານ​ຂອງຣັດ​ເຊຍ ໄດ້​ເຂົ້າ​ໄປ​ໃນ​ຖານ​ທັບ​ອາ​ກາດຂອງ​ປະເທດ ໄນເຈີ ທີ່ມີກອງກໍາລັງທະຫານ ສະຫະລັດ, ການເຄື່ອນໄຫວ ດັ່ງກ່າວມີຂຶ້ນລຸນຫຼັງການຕັດສິນໃຈຂອງລັດຖະບານທະຫານ ໄນເຈີ ເພື່ອຂັບ ໄລ່ກອງກໍາລັງຂອງສະຫະລັດ.

ພວກເຈົ້າໜ້າ​ທີ່​ທະຫານ​ທີ່​ປົກຄອງ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ບອກ​ໃຫ້​ສະຫະລັດ​ ຖອນ​ທະຫານປະມານ 1,000 ຄົນ​ອອກ​ຈາກ​ປະ​ເທດ, ​ເຊິ່ງຈົນເຖິງ ເວລາ​ກໍ່ລັດຖະປະຫານ​ໃນ​ປີ​ແລ້ວ​ນີ້ ​ໄດ້​ເປັນ​ຄູ່​ຮ່ວມ​ມືສຳຄັນ​ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ກະບົດຂອງວໍຊິງຕັນ ​ທີ່​ໄດ້​ສັງຫານ​ປະຊາຊົນຫລາຍ​ພັນ​ຄົນ ​ແລະ​ຫຼາຍ​ກວ່າລ້ານ​ຄົນ​ບໍ່ມີທີ່ຢູ່ອາໄສ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ອາ​ວຸ​ໂສ​ຂອງ​ສະ​ຫະ​ລັດ ກ່າວໂດຍບໍ່​ເປີດ​ເຜີຍຊື່​ວ່າ ກອງ​ກຳ​ລັງຂອງ​ຣັດ​ເຊຍ​ບໍ່​ໄດ້​ປະ​ທະກັບ​ທະ​ຫານ​ສະ​ຫະ​ລັດ ແຕ່​ໄດ້​ໃຊ້​ສະຖານທີ່​ຈອດເຮືອບິນ​ແຍກຕ່າງຫາກ ​ຢູ່​ທີ່​ຖານ​ທັບ​ອາ​ກາດ 101, ເຊິ່ງ​ຕັ້ງຢູ່​ຖັດ​ຈາກ​ສະ​ໜາມ​ບິນ​ສາ​ກົນ ດີໂອຣີ ຮາມານີ (Diori Hamani) ໃນ​ນະ​ຄອນ​ຫຼວງ ນິອາເມ ຂອງ​ໄນ​ເຈີ.

ການ​ເຄື່ອນ​ໄຫວ​ຂອງ​ກອງທັບຣັດ​ເຊຍ, ເຊິ່ງ​ອົງການ​ຂ່າວ Reuters ​ເປັນ​ຜູ້​ທຳ​ອິດທີ່​ລາຍ​ງານ​ນັ້ນ, ​ໄດ້​ເຮັດ​ໃຫ້ກອງ​ທະຫານຂອງ ​ສະຫະລັດ ​ແລະ ຣັດ​ເຊຍ​ ຕັ້ງຢູ່ບໍລິເວນ​ໃກ້​ຄຽງ​ກັນ ​ໃນ​ເວລາ​ທີ່​ການ​ແຂ່ງຂັນ​ທາງ​ທະຫານ ​ແລະ​ທາງ​ການ​ທູດ​ຂອງ​ທັງສອງປະ​ເທດ​ ​ຍ້ອນ​ຄວາມຂັດແຍ້ງ​ຢູ່ໃນ ​ຢູ​ເຄຣນ ​ມີ​ຄວາມເຄັ່ງຕຶງ ຂຶ້ນ.

ແຟ້ມຮູບ-ບັນດາຜູ້ສະໜັບສະໜູນລັດຖະບານທະຫານຂອງໄນເຈີ ມາລວມກັນເພື່ອຮຽກຮ້ອງໃຫ້ຕໍ່ສູ້ເພື່ອເສລີພາບຂອງປະເທດ ແລະຕໍ່ຕ້ານການແຊກແຊງຈາກຕ່າງປະເທດ, ໃນນະຄອນຫຼວງນິອາເມ, ປະເທດໄນເຈີ, ວັນທີ 3 ສິງຫາ 2023.
ແຟ້ມຮູບ-ບັນດາຜູ້ສະໜັບສະໜູນລັດຖະບານທະຫານຂອງໄນເຈີ ມາລວມກັນເພື່ອຮຽກຮ້ອງໃຫ້ຕໍ່ສູ້ເພື່ອເສລີພາບຂອງປະເທດ ແລະຕໍ່ຕ້ານການແຊກແຊງຈາກຕ່າງປະເທດ, ໃນນະຄອນຫຼວງນິອາເມ, ປະເທດໄນເຈີ, ວັນທີ 3 ສິງຫາ 2023.

ເຈົ້າໜ້າທີ່ກ່າວວ່າ ມັນຍັງໄດ້ເຮັດໃຫ້ມີຄໍາຖາມກ່ຽວກັບຊະຕາກໍາຂອງການເຂົ້າ ໄປປະຕິບັດງານຂອງສະຫະລັດຢູ່ໃນປະເທດແຫ່ງນີ້ ລຸນຫຼັງການຖອນໂຕອອກ ມາ. “ສະຖານະການແມ່ນບໍ່ດີປານໃດ ແຕ່ສາມາດຄຸ້ມຄອງໄດ້ໃນໄລຍະສັ້ນ.”

ເມື່ອຖືກຖາມກ່ຽວກັບບົດລາຍງານຂອງອົງການຂ່າວ Reuters, ລັດຖະມົນຕີ ກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອອສຕິນ ໄດ້ສະແດງຄວາມ ເຫັນກ່ຽວກັບຄວາມສ່ຽງຕ່າງໆຕໍ່ກອງທັບອາເມຣິກັນ ຫຼືໂອກາດທີ່ກອງກໍາລັງ ຂອງຣັດເຊຍ ອາດຈະເຂົ້າໃກ້ກັບອຸປະກອນທາງທະຫານຂອງສະຫະລັດ.

ທ່ານ ອອສຕິນ ກ່າວຕໍ່ການຖະແຫຼງຂ່າວໃນນະຄອນໂຮໂນລູລູ ວ່າ “ຣັດເຊຍ ແມ່ນຢູ່ໃນບໍ​ລິ​ເວນແຍກຕ່າງຫາກ ແລະບໍ່ມີການເຂົ້າເຖິງກອງກຳລັງຂອງ ສະຫະລັດ ຫຼື ເຂົ້າເຖິງອຸປະກອນທາງທະຫານຂອງພວກເຮົາ.”

"ຂ້າພະເຈົ້າມີແຕ່ສຸມໃສ່ດ້ານຄວາມປອດໄພ ແລະການປ້ອງກັນກອງກໍາລັງຂອງ ພວກເຮົາ. ແຕ່ໃນປັດຈຸບັນ, ຂ້າພະເຈົ້າບໍ່ເຫັນບັນຫາສໍາຄັນໃດໆຢູ່ທີ່ນີ້ ເພື່ອທໍາ ການປ້ອງກັນກອງກໍາລັງຂອງພວກເຮົາ.”

ສະຖານທູດ​ໄນ​ຈີ​ ​ແລະ ຣັດ​ເຊຍ ປະຈຳນະຄອນຫຼວງ​ວໍ​ຊິງ​ຕັນ ບໍ່​ໄດ້​ຕອບສະ ໜອງຕໍ່​ການ​ຮ້ອງ​ຂໍ​ຄວາມ​ເຫັນໃນທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG