ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວ​ກ​ນັກ​ທ່ອງ​ທ່ຽວ​ຣັດ​ເຊຍ ທີ່​ຕົກ​ຄ້າງ​ຢູ່​ປະ​ເທດ​ໄທ ຍ້ອນ​ບໍ່​ສາ​ມາດ​ເຂົ້າ​ເຖິງ ​ເງິນ​ຂອງ​ຕົນ​ໄດ້


ພວກ​ນັກ​ທ່ອງ​ທ່ຽວ​ພວມ​ຕາກ​ອາ​ກາດ ພາຍ​ໃຕ້​ຄັນ​ຮົ່ມ ທີ່​ຫາດ​ປາ​ທອງ ຢູ່​ພູ​ເກັດ ປະ​ເທດ​ໄທ ເມື່ອ​ວັນ​ທີ 11 ມີ​ນາ 2022.
ພວກ​ນັກ​ທ່ອງ​ທ່ຽວ​ພວມ​ຕາກ​ອາ​ກາດ ພາຍ​ໃຕ້​ຄັນ​ຮົ່ມ ທີ່​ຫາດ​ປາ​ທອງ ຢູ່​ພູ​ເກັດ ປະ​ເທດ​ໄທ ເມື່ອ​ວັນ​ທີ 11 ມີ​ນາ 2022.

ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ຣັດ​ເຊຍ​ຫຼາຍ​ພັນ​ຄົນ​ທີ່​ໄປ​ຢ້ຽມ​ຢາມ​ປະ​ເທດ​ໄທ ເວ​ລານີ້​ພວມ​ຕົກ​ຄ້າງ​ຢູ່​ທີ່ນັ້ນ ຍ້ອ​ນ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ເງິນ​ຂອງ​ຕົນ ເນື່ອງ​ຈາກ​ການ​ລົງໂທດ​ຕໍ່​ຣັດ​ເຊຍ ທ່າມ​ກາງ​ສົງ​ຄາມ​ທີ່​ຍັງ​ດຳ​ເນີນ​ຕໍ່​ໄປ​ໃນ​ຢູ​ເຄ​ຣນ.

ປະ​ເທດ​ໄທ ຕາມ​ປົກ​ກະ​ຕິ​ແລ້ວ​ໃນ​ແຕ່​ລະ​ປີ​ແມ່ນ​ໄດ້​ດຶງ​ດູ​ດ​ເອົາ​ຊາວ​ຣັດ​ເຊຍ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ແຕ່​ໃນ​ເວ​ລານີ້ ໄທຊຶ່ງ​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ມີ​ພວກ​ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ນຶ່ງ​ພວມດີ້ນ​ຮົນ​ໃນ​ການ​ຈ່າຍ​ຄ່າ​ບ່ອນ​ຢູ່​ບ່ອນ​ເຊົາ ແລະ​ບາງ​ຄົນ​ຕ້ອງ​ໄດ້​ພາ​ກັນ​ໄປ​ຫຼັບ​ນອນ​ຢູ່​ຕາມ​ໂບດ ຫຼື​ຫາດ​ຊາຍ​ແຫ່ງ​ຕ່າງໆ.

ການ​ລົງ​ໂທດ​ທີ່​ຫຼາກ​ຫຼາຍ​ຂອງ​ຕ່າງ​ປະ​ເທດ​ຕໍ່​ມົ​ສ​ກູ​ເວ​ລານີ້ພວມ​ສ້າງ​ຄວາມ​ເດືອດ​ຮ້ອນ​ໃຫ້​ແກ່​ຊາວ​ຣັດ​ເຊຍ ​ຢູ່​ໃນ​ທົ່ວ​ໂລກ ຫຼັງ​ຈາກ​ປະ​ເທດ​ດັ່ງ​ກ່າວ​ໄດ້​ບຸກ​ເຂົ້າ​ໄປ​ໃນຢູ​ເຄ​ຣນ​ເມື່ອ​ເດືອນ​ແລ້ວນີ້. ການ​ລົງ​ໂທດ​ທີ່​ວ່ານີ້ ຍັງ​ມີ​ຜົນ​ກະ​ທົບ​ ຕໍ່​ທຸ​ລະ​ກິດ​ຂອງ​ຊາວ​ຣັດ​ເຊຍ​ນຳ​ດ້ວຍແລະ​ພາ​ໃຫ້​ມີ​ການ​ຍົກ​ເລີກ​ການ​ເດີນ​ທາງ​ໂດຍ​ຖ້ຽວ​ບິນຕ່າງໆ​ຂອງ​ສາຍ​ການ​ບິນ​ຣັດ​ເຊຍ.

ທະ​ນາ​ຄານ​ຕ່າງໆ​ຂອງ​ຣັ​ດ​ເຊຍ ​ທີ່​ຖືກ​ຕັດ​ອອກ​ຈາກ​ລະ​ບົບ​ການ​ເງິນຂອງ​ໂລກ​ທີ່​ເອີ້ນ​ວ່​າ SWIFT ຊຶ່ງ​ມີ​ຄວາມ​ສຳ​ຄັນ​ໃນ​ການ​ຮັບ​ແລະ​ສົ່ງ​ເງິນ ຊຶ່ງ​ພວກ​ນັກ​ທ່ອງທ່ຽວ​ຫຼາຍໆ​ຄົນ ​ພວມ​ປະ​ສົບ​ກັບ​ບັນ​ຫາ​ຢ່າງ​ໜັກ ໃນ​ການ​ຢຸດ​ເຊົາ​ ຕໍ່​ການ​ໃຫ້​ບໍ​ລິ​ການວີ​ຊາ ແລະ​ມາ​ສ​ເຕີ້​ຄາດ.

ໂອ​ເລັກ ຊຶ່ງ​ບໍ່​ປະ​ສົງ​ບອກ​ນາມ​ສະ​ກຸນ​ຂອງ​ລາວ ແມ່ນ​ເປັນ​ນາຍ​ຄູ ​ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ໄທ. ລາວ​ກ່າວ​ຕໍ່​ວີ​ໂອ​ເອ​ວ່​າ ລາວ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ ​ຕໍ່​ພວກ​ທີ່​ຖື​ສັນ​ຊາດ​ຣັດ​ເຊຍ ທີ່​ເກາະ​ສະ​ໝຸຍ ຊຶ່ງ​ເປັນ​ສະ​ຖານ​ທີ່​ຕາກ​ອາ​ກາດ​ມີ​ຊື່​ສຽງ​ຂອງ​ໄທ.

ໂອ​ເລັກ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ເວ​ລານີ້ ການ​ຊ່ວຍ​ເຫຼືອ​ສ່ວນ​ໃຫຍ່​ຂອງ​ລາວ​ແມ່ນ​ໃຫ້​ຂໍ້​ມູນ ຍ້ອນ​ຫຼາຍໆ​ຄົນ​ບໍ່​ຮູ້​ຈັກ​ວ່າ​ຈະ​ເຮັດ​ຫຍັງ ເຂົາ​ເຈົ້າ​ຄິດ​ບໍ່​ອອກ​ເລີຍ. ບາງ​ຄອບ​ຄົວ​ຖາມ​ຂ້າ​ພະ​ເຈົ້າ​ວ່າ ພວກ​ເຮົາ​ຄວນ​ເຮັດ​ແນວ​ໃດ? ຂ້າ​ພະ​ເຈົ້າ​ບອກ​ເຂົາ​ເຈົ້າ​ວ່າ ໃຫ້​ໄປ​ສ​ະ​ຖານ​ທູດ​ (ກົງ​ສຸນ) ທີ່​ເກາະ​ສະ​ໝຸຍ ຂ້າ​ພະ​ເຈົ້າ​ໃຫ້​ການ​ອະ​ທິ​ບາຍ​ວ່າ​ໄປ​ແບບ​ໃດ ແລະ​ເຮັດ​ຈັ່ງ​ໃດ. ເຂົາ​ເຈົ້າ​ເວົ້າ​ວ່າ ສະ​ຖານ​ທູດ​ຊ່ວຍ​ຫຍັງ​ບໍ່ໄດ້.

ອີງ​ຕາມ​ທ່ານ​ຢຸດ​ທະ​ສັກ ສຸ​ພາ​ສອນ ຜູ້​ວ່າ​ການ ​ອົງ​ການ​ທ່ອງ​ທ່ຽວ​ຂອງ​ໄທ ຫຼື TAT ກ່າວ​ວ່າ ມີ​ຊາວ​ຣັດ​ເຊຍ 6,500 ພວມ​ຕົກ​ຄ້າງ​ຢູ່​ທີ່​ປະ​ເທດ​ໄທ ຕາມ​ລາຍຂອງ​ອົງ​ການ​ຂ່າວ​ເອ​ພີ​ໃນ​ອາ​ທິດ​ແລ້ວ.

​ມີຊາວ​ຣັດ​ເຊຍປະ​ມານ 2,000 ຄົນ ກຳ​ລັງ​ຕົກ​ຄ້າງ​ຢູ່​ທີ່​ເກາະ​ສະ​ໝຸຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG