ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂທລະພາບ ຣັດເຊຍ ເປີດເຜີຍ ສຽງຂອງນັກບິນ ຂອງສາຍ ການບິນ FlyDubai ກ່ອນເກີດອຸບບັດເຫດ


ສະມາຊິກກະຊວງ ພາວະສຸກເສີນ ເຮັດວຽກທີ່ຈຸດເຮືອບິນ ໂບອິງ 737-800 ຖ້ຽວບິນ FZ981 ຕົກ, ເຊິ່ງເປັນເຮືອບິນ
ຂອງສາຍການບິນປະຢັດ FlyDubai, ທີ່ສະໜາມບິນ Rostov-on-Don, ປະເທດ ຣັດເຊຍ, 20 ມີນາ, 2016.
ສະມາຊິກກະຊວງ ພາວະສຸກເສີນ ເຮັດວຽກທີ່ຈຸດເຮືອບິນ ໂບອິງ 737-800 ຖ້ຽວບິນ FZ981 ຕົກ, ເຊິ່ງເປັນເຮືອບິນ ຂອງສາຍການບິນປະຢັດ FlyDubai, ທີ່ສະໜາມບິນ Rostov-on-Don, ປະເທດ ຣັດເຊຍ, 20 ມີນາ, 2016.

ໂທລະພາບຂອງທາງການຣັດເຊຍ ໄດ້ອອກອາກາດຂໍ້ຄວາມຂອງ ຄຳເວົ້າສຸດທ້າຍຂອງ ພວກນັກບິນ ທີ່ກຳລັງພະຍາຍາມບິນລົງຈອດ ເຮືອບິນໂດຍສານອາຍພົ່ນ ທີ່ໄດ້ເກີດ ອຸບັດຕິເຫດຕົກລົງ ເມື່ອອາ ທິດແລ້ວນີ້ ໃນພາກໃຕ້ຂອງຣັດເຊຍນັ້ນ.

ປະຊາຊົນເຕົ້າໂຮມກັນເພື່ອໄວ້ອາໄລໃຫ້ກັບຜູ້ເຄາະຮ້າຍຈາກເຮືອບິນ ໂບອິງ 737-800 ຖ້ຽວບິນ FZ981 ຂອງສາຍການບິນລາຄາປະຢັດ FlyDubai ປະສົບອຸບັດເຫດຕົກ, ຢູ່ນອກສະໜາມບິນ Rostov-on-Don. 20 ມີນາ 2016.
ປະຊາຊົນເຕົ້າໂຮມກັນເພື່ອໄວ້ອາໄລໃຫ້ກັບຜູ້ເຄາະຮ້າຍຈາກເຮືອບິນ ໂບອິງ 737-800 ຖ້ຽວບິນ FZ981 ຂອງສາຍການບິນລາຄາປະຢັດ FlyDubai ປະສົບອຸບັດເຫດຕົກ, ຢູ່ນອກສະໜາມບິນ Rostov-on-Don. 20 ມີນາ 2016.

ໂທລະພາບ Rossiya-1 ໄດ້ກ່າວຢ່າງລະວັງເມື່ອຕອນແລງວັນ ສຸກຜ່ານມາວ່າ ການຕີຂໍ້ຄວາມຂອງບົດຂໍ້ມູນດັ່ງກ່າວ ຂອງຕົນນັ້ນ ບໍ່ຄວນຖືວ່າເປັນທາງການ. ແຕ່ຕົນໄດ້ກ່າວວ່າ ພວກນັກບິນໄດ້ສູ້ ຊົນກັບລົມທີ່ແຮງ ທີ່ສົ່ງຜົນໃຫ້ສູນເສຍການຄວບຄຸມ ແລະ ເຮືອບິນ ໄດ້ດິ່ງຫົວລົງສູ່ພື້ນດິນ ໃນເມືອງ Rostov-on-Don ໃນທັນທີຫຼັງ ຈາກທີ່ໄດ້ເປີດການບິນອັດໂຕໂນມັດ. ພວກຄົນທັງໝົດ 62 ຄົນ ຢູ່ເທິງເຮືອບິນເສຍຊີວິດໝົດ.

ນັກບິນຄົນນຶ່ງ ກ່າວວ່າ “ບໍ່ຕ້ອງເປັນຫ່ວງ” ຢູ່ໃນຂໍ້ຄວາມດັ່ງກ່າວ. ວິນາທີຕໍ່ມາ ໄດ້ຍິນສຽງຂອງນັກບິນ ເວົ້າວ່າ “ຢ່າເຮັດຈັ່ງຊັ້ນ.” ຄຳ ເວົ້າສຸດທ້າຍ ທີ່ໄດ້ຖືກບັນທຶກໄວ້ ແມ່ນຄຳຮຽກຮ້ອງຊ້ຳແລ້ວຊ້ຳອີກ ໃຫ້ “ດຶງຂຶ້ນ.”

ບົດລາຍງານ ຍັງໄດ້ອ້າງເຖິງພວກນັກຊ່ຽວຊານ ຜູ້ທີ່ໄດ້ສະເໜີແນະ ວ່າ ໃນເວລາ ການບິນອັດໂຕໂນມັດ ໄດ້ຖືກມອດລົງ ປີກທີ່ເຮັດໃຫ້ ມີຄວາມທຸ່ນທ່ຽງ ໄດ້ເລີ້ມປະຕິບັດງານ ຊຶ່ງເຮັດໃຫ້ເຮືອບິນ “ບໍ່ມີປະ ຕິກິລິຍາ ຕໍ່ແປ້ນເຄື່ອງຄວບຄຸມຂອງນັກບິນເລີຍ.”

ບົດລາຍງານກ່າວອີກວ່າ ນັກບິນ ອາດໄດ້ເປີດກົນໄກການສ້າງຄວາມທຸ່ນທ່ຽງຂອງເຄື່ອງບິນ ໂດຍບັງເອີນ.

Russia Plane Crash
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG