ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປະ​ທ້ວງ ຕໍ່ຕ້ານ​ສົງ​ຄາມ ຢູ່ໃນໂທລະ​ພາບ​ລັດ ​ຂອງ​ຣັດ​ເຊຍ ​ໄປ​ປາ​ກົດ​ໂຕ ​ຢູ່​ສານ ແລະ​ຖືກ​ປັບ​ໃໝ


ນາງ​ມາ​ຣິ​ນາ ໂອ​ຟ​ຊີ​ຢານນີກັອ​ຟ​ວາເວົ້າ​ກັບ​ນັກ​ຂ່າວຂະ​ນະ​ທີ່​ນາງ​ອອກ​ຈາກ​ສານເຂດ​ເມືອງ Ostankinsky ໄປ​ພາຍ​ຫລັງ​ທີ່​ນາງ​ຖືກ​ປັບ​ໄໝ​ເປັນ​ເງິນ 30,000 ຣຸບ​ໂບ ຫລື 280 ໂດ​ລາ ​ຍ້ອນໄດ້​ລະ​ເມີດ​ກົດ​ໝາຍ​ການ​ປະ​ທ້ວງໃນ​ມົ​ສ​ກູໃນ​ວັນ​ທີ 15 ມີ​ນາ, 2022.
ນາງ​ມາ​ຣິ​ນາ ໂອ​ຟ​ຊີ​ຢານນີກັອ​ຟ​ວາເວົ້າ​ກັບ​ນັກ​ຂ່າວຂະ​ນະ​ທີ່​ນາງ​ອອກ​ຈາກ​ສານເຂດ​ເມືອງ Ostankinsky ໄປ​ພາຍ​ຫລັງ​ທີ່​ນາງ​ຖືກ​ປັບ​ໄໝ​ເປັນ​ເງິນ 30,000 ຣຸບ​ໂບ ຫລື 280 ໂດ​ລາ ​ຍ້ອນໄດ້​ລະ​ເມີດ​ກົດ​ໝາຍ​ການ​ປະ​ທ້ວງໃນ​ມົ​ສ​ກູໃນ​ວັນ​ທີ 15 ມີ​ນາ, 2022.

ພະນັກງານສື່ມວນຊົນຂອງລັດ​ຖະ​ບານຣັດເຊຍຄົນນຶ່ງ ທີ່ຖືກກັກຂັງຫຼັງຈາກທຳການປະທ້ວງ ຕ້ານສົງຄາມຂອງນາງ ຢູ່ໃນໂທລະພາບທີ່​ຖ່າຍ​ທອດ​ສົດ ໄດ້ໄປປາກົດໂຕຢູ່ໃນສານ ແລະຖືກ ປັບໃໝ 280 ໂດລາ.

ນາງ​ມາ​ຣິ​ນາ ໂອ​ຟ​ຊີ​ຢານນີກັອ​ຟ​ວາ (Marina Ovsyannikova) ໄດ້ຍົກປ້າຍຂຶ້ນໃນຂະ​ນະ​ທີ່ມີ​ການອອກອາກາດ ຂອງໂທ​ລະ​ພາບສົດ ທາງຊ່ອງນຶ່ງ​ ຫລື ຊ່ອງ One ຂອງຣັດເຊຍໃນວັນຈັນ​ຜ່ານ​ມາ ຊຶ່ງປ້າຍນັ້ນ​ຂຽນເປັນພາສາ ຣັດເຊຍວ່າ "ບໍ່ໃຫ້ມີສົງຄາມ. ຢຸດການ​ເຮັດສົງຄາມ. ຢ່າ ເຊື່ອການໂຄ​ສະ​ນາ​. ເຂົາກຳ​ລັງຕົວະພວກທ່ານ.” ແລ້ວຢູ່​ແຖວລຸ່ມນັ້ນ​ຂຽນ​ເປັນພາສາອັງກິດວ່າ "ຄົນຣັດເຊຍຕໍ່ຕ້ານສົງຄາມ."

ນາງ​ຖືກ​ກ່າວ​ຫາ​ວ່າ​ລະ​ເມີດ​ກົດ​ໝາຍ​ການປະ​ທ້ວງ​ຂອງ​ປະ​ເທດ. ມັນຍັງບໍ່ເປັນ​ທີ່ຈະແຈ້ງເທື່ອວ່າ ນາງຈະປະເຊີນກັບຂໍ້ກ່າວຫາເພີ່ມຫລືບໍ່.

ວັງເຄ​ຣັມ​ລິນ​ໃນ​ວັນ​ອັງຄານ​ວານ​ນີ້​ກ່າວ​ວ່າ ການ​ກະທຳ​ຂອງ​ນາງໂອ​ຟ​ຊີຢານ​ນີ ກັອຟ​ວາ (Ovsyannikova) ​ແມ່ນ​ການ​ “ກະ​ທຳ​ທີ່​ເປັນ​ອັນ​ຕະ​ພານ.”

ໂຄສົກຂອງຫ້ອງການສິດທິມະນຸດສະຫະປະຊາຊາດກ່າວໃນກອງປະຊຸມ​ລາຍ​ງານຫຍໍ້ ໃນວັນ ອັງຄານວານນີ້ວ່າ ຣັດເຊຍຄວນຮັບປະກັນວ່ານາງໂອ​ຟ​ຊີຢານ​ນີກັອຟ​ວາ "ບໍ່ປະເຊີນກັບການ ແກ້ແຄ້ນຄືນໃດໆ ທີ່ໄດ້ໃຊ້ສິດເສລີພາບໃນການ ສະແດງຄວາມຄິດເຫັນຂອງນາງອອກ​ມາ."

ນາງໂອ​ຟ​ຊີຢານ​ນີກັອຟ​ວາໄປປາກົດໂຕແບບບໍ່ນຶກ​ບໍ່​ຝັນ ຢູ່ທາງຫຼັງຂອງ​ຜູ້​ຈັດ​ລາຍການຂ່າວ ໂທລະພາບພາກຄໍ່າສຳ​ຄັນຂອງຣັດເຊຍ, ເວ​ຣມ​ຢາ (Vremya) ໃນວັນຈັນຜ່ານ​ມາ ຂະນະທີ່ຜູ້​ຈັດ​ລາຍ​ການນັ່ງຢູ່ໂຕະໃນ​ຫ້ອງ​ຂ່າວ ຫລືສະຕູດິໂອ ກຳ​ລັງ​ສົນ​ທະ​ນາກ່ຽວກັບແຜນການຂອງວັງເຄ​ຣັມ​ລິນໃນ​ການຜ່ອນຄາຍ ຜົນກະທົບຈາກການລົງໂທດຂອງຕາເວັນຕົກ ທີ່ນຳໃຊ້ຕໍ່ຣັດເຊຍ ພາຍຫຼັງມີການຮຸກຮານຕໍ່ຢູເຄຣນ.

ນາງໂອ​ຟ​ຊີຢານ​ນີກັອຟ​ວາຮ້ອງຂຶ້ນວ່າ "ຢຸດສົງຄາມ. ບໍ່ໃຫ້ມີສົງຄາມ," ໃນຂະນະທີ່ນາງຍົກ ປ້າຍຂຶ້ນ.

ຫຼາຍວິນາທີຫລັງ​ຈາກນັ້ນ ຊ່ອງດັ່ງ​ກ່າວ​ກໍໄດ້ປ່ຽນໄປຫາລາຍງານເລື້ອງອື່ນ.

ການ​ປະ​ທ້ວງ​ຂອງ​ນາງໂອ​ຟ​ຊີ​ຢານ​ນີກັອຟ​ວາໄດ້​ມີຂຶ້ນ​ຫລັງ​ຈາກ​ວັງເຄ​ຣັມ​ລິນ​ໄດ້ ​ສະ​ກັດ​ກັ້ນ ຫຼື​ປິດ​ສື່​ມວນ​ຊົນ​ອິດ​ສະ​ຫລະ​ລົງ ​ແລະ​ເຮັດ​ໃຫ້ການ​ເວົ້າ​ທີ່​ຂັດກັບ​ຄຳ​ເວົ້າ​ຂອງ​ລັດຖະບານກ່ຽວ​ກັບ​ເລື້ອງ​ປະ​ຕິ​ບັດງານທາງ​ທະຫານ​ຂອງ​ຣັດ​ເຊຍຢູ່​ໃນຢູ​ເຄ​ຣນເປັນ​ເລື້ອງ​ທີ່ຜິດ​ກົດໝາຍ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG