ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຣັດເຊຍ ກ່າວວ່າ ເຮືອບິນ ຂອງຕົນ 7 ລຳ ເສຍຫາຍ ຈາກການໂຈມຕີ ຂອງພວກຕໍ່ຕ້ານ ໃນຊີເຣຍ

ເຮືອບິນລົບອາຍພົ່ນ Su-30 ທີ່ຈອດຢູ່ຖານທັບແຫ່ງນຶ່ງ ໃນຊີເຣຍ, ວັນທີ 22 ຕຸລາ 2015, ໃນຂະນະທີ່ ເຮືອບິນເຮລິຄອບເຕີ Mi 24 ທີ່ຕິດປືນກົນ ບິນຜ່ານໄປ.
ເຮືອບິນລົບອາຍພົ່ນ Su-30 ທີ່ຈອດຢູ່ຖານທັບແຫ່ງນຶ່ງ ໃນຊີເຣຍ, ວັນທີ 22 ຕຸລາ 2015, ໃນຂະນະທີ່ ເຮືອບິນເຮລິຄອບເຕີ Mi 24 ທີ່ຕິດປືນກົນ ບິນຜ່ານໄປ.

ອົງການຂ່າວໂຄມເມີຊັນຂອງຣັດເຊຍ ລາຍງານວ່າ ມີເຮືອບິນຣັດເຊຍ ຢ່າງນ້ອຍ 7 ລຳໄດ້ຮັບຄວາມເສຍຫາຍ ຫຼືບໍ່ກໍຖືກທຳລາຍ ໂດຍການຍິງໂຈມຕີຂອງພວກຕໍ່ຕ້ານໃນ
ຊີເຣຍ ຊຶ່ງເປັນນຶ່ງໃນການໂຈມຕີທີ່ຮ້າຍແຮງສຸດນັບຕັ້ງແຕ່ຣັດເຊຍເລີ່ມປະຕິບັດງານ
ທາງທະຫານຢູ່ທີ່ນັ້ນ.

ຖານທັບອາກາດເມຍມິມ (Hmeymim) ໃນພາກຕາເວັນຕົກຂອງຊີເຣຍໃກ້ໆກັບ
ຝັ່ງທະເລເມດິເທີເຣນຽນ ແມ່ນເປັນເປົ້າໝາຍຂອງການໂຈມຕີທີ່ໄດ້ສ້າງຄວາມເສຍ
ຫາຍ ຊຶ່ງອົງການ ຂ່າວໂຄມເມີຊັນແຈ້ງວ່າ ມີເຮືອບິນຖິ້ມລະເບີດ Su-24 ຢ່າງນ້ອຍ
4 ລຳ, ເຮືອບິນລົບອາຍພົ່ນ Su-35S 2 ລຳ ແລະເຮືອບິນຂົນສົ່ງ An-72 ນຶ່ງລຳ
ພ້ອມທັງສາງລູກກະສຸນ ນຳດ້ວຍ ອີງຕາມ “ແຫຼ່ງຂ່າວທາງທະຫານແລະການທູດ”
2 ແຫຼ່ງ.

ກະຊວງປ້ອງກັນປະເທດຣັດເຊຍ ຍັງບໍ່ທັນໄດ້ອອກມາໃຫ້ຄວາມເຫັນໃດໆ ຕໍ່ການ
ໂຈມຕີດັ່ງກ່າວເທື່ອ ຊຶ່ງມີພວກທະຫານຢ່າງນ້ອຍ 10 ຄົນ ໄດ້ຮັບບາດເຈັບ.

ເຮືອບິນເຮລິຄອບເຕີ Mi-24 ທີ່ຕິດປືນກົນ, ຢູ່ໃນສະພາບ ທີ່ປະສົບອຸບປະຕິເຫດ ໃນວັນອາທິດ ໃນຊີເຣຍ, ທີ່ບິນ ຜ່ານເມືອງທາງພາກໃຕ້ ຣອສຕູບວ໌ -ອອນ-ດອນ (Rostov-on-Don) ໃນພາບ 2000 .
ເຮືອບິນເຮລິຄອບເຕີ Mi-24 ທີ່ຕິດປືນກົນ, ຢູ່ໃນສະພາບ ທີ່ປະສົບອຸບປະຕິເຫດ ໃນວັນອາທິດ ໃນຊີເຣຍ, ທີ່ບິນ ຜ່ານເມືອງທາງພາກໃຕ້ ຣອສຕູບວ໌ -ອອນ-ດອນ (Rostov-on-Don) ໃນພາບ 2000 .

ຣັດເຊຍ ໄດ້ເລີ່ມໃນເດືອນທີ່ແລ້ວນີ້ ທີ່ຈະສ້າງຕັ້ງການມີໜ້າແບບຖາວອນຫຼາຍຂຶ້ນ ທີ່ຖານທັບອາກາດເມຍມິມ ພ້ອມທັງຖານທັບເຮືອຕາຣ໌ຕູສ​ທີ່ຕັ້ງຢູ່ປະມານ 60 ຫຼັກ
ກິໂລແມັດຫ່າງອອກໄປທາງໃຕ້ ຕາມຊາຍຝັ່ງທະເລ ເຖິງແມ່ນວ່າ ໄດ້ມີການປະກາດ
ຂອງປະທານາທິບໍດີ ຣັດເຊຍ ທ່ານວລາດິເມຍ ປູຕິນ ໃນວັນທີ 11 ທັນວາຜ່ານມານີ້
ທີ່ວ່າ ກອງກຳລັງຣັດເຊຍ ເລີ້ມຖອນຕົວອອກຈາກຊີເຣຍເປັນຈຳນວນຫຼວງຫຼາຍແລ້ວ
ກໍຕາມ.

ອົງການຂ່າວໂຄມເມີຊັນໄດ້ລາຍງານວ່າ ຈົນມາຮອດວັນອາທິດແລ້ວນີ້ ລະບົບປ້ອງກັນ
ທາງ ອາກາດຂອງຣັດເຊຍ ແມ່ນໄດ້ປະສົບຜົນສຳເລັດ ໃນການສະກັດກັ້ນຕໍ່ການໂຈມຕີ ໃສ່ຖານທັບອາກາດເມຍມິມ ແລະຖານທັບເຮືອຕາຣ໌ຕູ​ສ໌.

ໃນເຊົ້າວັນພຸດວານນີ້ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ກ່າວວ່າ ທະຫານຂອງຕົນ 2 ຄົນໄດ້ເສຍຊີວິດ ໃນວັນອາທິດຜ່ານມານີ້ ເວລາເຮືອບິນເຮລິຄອບເຕີ Mi-24 ໄດ້ປະສົບ
ອຸບັດຕິເຫດຕົກ ໃນຂະນະເດີນທາງໄປຍັງຖານທັບອາກາດຮາມາ. ສາເຫດຂອງການຕົກ
ຄັ້ງນີ້ແມ່ນເປັນຍ້ອນບັນຫາທາງດ້ານເທັກນິກ.

ພາບຈາກວີດີໂອ ໃນວັນທີ 13 ສິງຫາ 2017, ທີ່ສະແດງໃຫ້ເຫັນເຖິງຂັວນກຸ້ມຂຶ້ນ ຫຼັງຈາກທີ່ລັດຖະບານຊີເຣຍ ຍິງລູກສອນໄຟ ທີ່ຍິງຈາກພາກພື້ນດິນ ໃນ ແອນ ເຕີຣມາ (Ain Terma), ໃນພາກຈາເວັນອອກເມືອງກູຕາ (Ghouta) ຂ້າງນອກນະຄອນ ດາມັສກັສ.

ໃນຂະນະດຽວກັນ ອົງການຂ່າວຣອຍເຕີສ໌ ໄດ້ລາຍງານວ່າ ກອງທັບບົກຊີເຣຍ ທີ່ໜຸນ
ຫຼັງໂດຍເຮືອບິນລົບອາຍພົ່ນຂອງຣັດເຊຍ ໄດ້ເພີ່ມການຖິ້ມລະເບີດຢ່າງໜັກໜ່ວງ ໃສ່ທີ່ໝັ້ນແຫ່ງສຸດທ້າຍຂອງພວກຕໍ່ຕ້ານໃນເຂດຊານເມືອງທາງພາກຕາເວັນອອກຂອງ
ນະຄອນດາມັສກັສ ໃນວັນພຸດວານນີ້. ອົງການຂ່າວຣອຍເຕີສ໌ ຍັງລະບຸອີກວ່າ ພວກທະ
ຫານຊີເຣຍ ພວມເຕົ້າໂຮມກຳລັງພິເສດ ກຽມເປີດສາກ “ໂຈມຕີຄັ້ງໃຫຍ່” ໃສ່ຍວດຍານ
ພາຫະນະຂອງພວກທະຫານໃນເຂດຄວບຄຸມຂອງພວກຕໍ່ຕ້ານນັ້ນ.

ອົງການຂ່າວຣອຍເຕີສ໌ ໄດ້ລາຍງານວ່າ ນັບຕັ້ງແຕ່ວັນອາທິດແລ້ວນີ້ເປັນຕົ້ນມາ ກຸ່ມຕໍ່
ຕ້ານອາຣາຣ໌ ແອລ ຊາມ (Ahrar Al Sham) ໄດ້ຂະຫຍາຍການຄວບຄຸມຂອງຕົນ
ທີ່ຄ້າຍທະ ຫານບົກ ຮາຣັສຕາ ໃນພາກຕາເວັນອອກຂອງກຸດຕາ (Ghouta).

ພວກຕໍ່ຕ້ານໄດ້ບຸກໂຈມຕີຄ້າຍທະຫານດັ່ງກ່າວໃນເດືອນພະຈິກຜ່ານມານີ້ ໃນຄວາມ
ພະຍາຍາມ ທີ່ຈະຜ່ອນຄາຍຄວາມກົດດັນ ຕໍ່ເມືອງແລະໝູ່ບ້ານຕ່າງໆທີ່ຕັ້ງຢູ່ໃກ້ໆ ຊຶ່ງໄດ້
ຖືກປິດລ້ອມບໍ່ໃຫ້ໄດ້ຮັບອາຫານການກິນແລະເຄື່ອງໃຊ້ທັງຫລາຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ໃນພາບທີ່ໄດ້ມາຈາກ ອົງການຂ່າວ ຊານາ (SANA) ຂອງລັດຖະບານຊີເຣຍ, ລົດສຸກເສີນ ຊອງຊີເຣຍ ອາຣັບ ກາແດງ ທີ່ລໍເຂົ້າແຖວ ໃນການລຳລຽງພວກຜູ້ປ່ວຍ ແລະພວກທີ່ໄດ້ຮັບບາດເຈັບ ຈາກເມືອງກູຕາ(Ghouta) ທາງພາກຕາເວັນອອກ, ໃກ້ໆກັບເມືອງດາມັສກັສ, ຊີເຣຍ, 28 ທັນວາ 2017.

XS
SM
MD
LG