ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຣັດ​ເຊຍ ຍິງ​ໂຈມ​ຕີ ​​ທີ່ແນ​ເປົ້າ​ໝາຍ​ໃສ່ ນະ​ຄອນ​ຫຼວງ​ກີ​ຢິບ ໃນ​ວັນ​ສຸກມື້ນີ້


ຜູ້​ຄົນ​ຫຸ້ມ​ເບິ່ງ​ເຮືອນ​ຊານ​ທີ່​ເສຍ​ຫາຍ ຫຼັງ​ຈາກ​ລູກ​ຈະ​ຫຼວດ​ຕົກ​ລົງ​ໃນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄຣນ ໃນ​ວັນ​ສຸກ​ທີ 25 ກຸມ​ພາ 2022.
ຜູ້​ຄົນ​ຫຸ້ມ​ເບິ່ງ​ເຮືອນ​ຊານ​ທີ່​ເສຍ​ຫາຍ ຫຼັງ​ຈາກ​ລູກ​ຈະ​ຫຼວດ​ຕົກ​ລົງ​ໃນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄຣນ ໃນ​ວັນ​ສຸກ​ທີ 25 ກຸມ​ພາ 2022.

ມີ​ສຽງ​ລະ​ເບີດ​ດັງ​ຂຶ້ນ ​ຢູ່​ໃນ​ນະ​ຄອນ​ຫຼວງ​ຂອງ​ຢູ​ເຄ​ຣນ ໃນ​ຕອນ​ເຊົ້າ​ຂອງວັນ​ສຸກ ມື້ນີ້ ຊຶ່ງ​ເປັນ​ມື້​ທີ​ 2 ໃນ​ການ​ບຸກ​ໂຈມ​ຕີ​ຢ່າງ​ເຕັມ​ອັດ​ຕາ​ຂອງ​ຣັດ​ເຊຍ ເຂົ້າ​ໄປ​ໃນ​ປະ​ເທດຢູ​ເຄ​ຣນ ຊຶ່ງ​ເປັນ​ເພື່ອນ​ບ້ານ.

ໜັງ​ສື​ພິມ​ນິວຢອກ​ໄທ​ມ໌ ລາຍ​ງານ​ວ່າ ຕົນ​ມີ​ວີ​ດີໂອ​ທີ່​ສາ​ມາດ​ພິ​ສູດ​ໄດ້​ກ່ຽວ​ກັບ​ເຫດ​ລະ​ເບີດ​ທີ່​ສະ​ແດງ​ໃຫ້​ເຫັນ “​ລູກ​ໄຟ​” ​ຕົກ​ລົງ​ມາ​ໃສ່ ​ນະ​ຄອນ​ຫຼວງ​ກີ​ຢິບ. ໜັງ​ສືພິມ​ສະ​ບັບ​ນີ້​ຍັງ​ເວົ້າ​ວ່າ ວີ​ດີ​ໂອນັ້ນ “ປາ​ກົດ​ວ່າ​ສະ​ແດງ​ໃຫ້​ເຫັນ​ມີ​ລູກ​ສອນ​ໄຟ​ທີ່ຍິງ​ຈາກ​ພື້ນ​ດິນ​ຫາ​ອາ​ກາດ​ຢ່າງ​ໜ້ອຍ 2 ລູກ ໄດ້​ຍິງ​ມາ​ໃສ່ໃນ​ໄລ​ຍະ​ບໍ່​ໄກ​ຈາກ​ນະ​ຄອນ​ຫຼວງ​ກີ​ຢິບ ກ່ອນ​ທີ່​ສຽງ​ລະ​ເບີດ​ຈະ​ດັງ​ຂຶ້ນ.”

​ສຽງ​ສັນ​ຍານ​ເຕືອນ​ໄພ​ກໍ​ດັງ​ຂຶ້ນ​ທີ່​ເມືອງ​ລີ​ຢິບ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ ບໍ່​ໄກ​ປານ​ໃດ​ຈາກ​ຊາຍ​ແດນ​ໂປ​ແລນ ບ່ອນ​ທີ່​ສະ​ຖານ​ທູດ​ຂອງ​ຕ່າງ​ປະ​ເທດ​ໄດ້ຍ້າຍ​ໄປ​ຢູ່​ເປັນ​ການ​ຊົ່ວ​ຄາວ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ​ກ່າວ​ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້​ວ່າ ທະ​ຫານ​ຣັດ​ເຊຍ​ທີ່​ເຂົ້າ​ໄປ​ຈາກ​ເບ​ລາ​ຣຸ​ສໄດ້ບຸກຄືບ​ໜ້າ ຢູ່​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ກີ​ຢິບ​ປະ​ມານ 32 ກິ​ໂລ​ແມັດ.

ໃນ​ພາກ​ເໜືອ​ຂອງ​ຢູ​ເຄ​ຣນທະ​ຫານ​ຣັດ​ເຊຍ​ໄດ້​ເຂົ້າ​ຄວບ​ຄຸມ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍເຊີ​ໂນ​ໂບ (Chernobyl) ໃນ​ວັນ​ພະ​ຫັດ​ວານນີ້. ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີ ກ່າວ​ວ່າ “ນີ້​ແມ່ນ​ ການ​ປະ​ກາດ​ສົງ​ຄາມ ​ຕໍ່​ຢູ​ໂຣບ​ທັງ​ໝົດ.”

ເຊີ​ໂນ​ໂບ ແມ່ນ​ສະ​ຖານ​ທີ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ໄດ້​ເກີດ​ເຫດ​ລະ​ເບີດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ. ເຊີ​ໂນ​ໂບ ແລະ​ບໍ​ລິ​ເວນ​ໃກ້​ຄຽງ​ຍັງ​ບໍ່​ມີ​ປະ​ຊາ​ຊົນ​ອາ​ໄສ​ຢູ່ ນັບ​ແຕ່​ປີ 1986 ເປັນ​ຕົ້ນ​ມາ.

ຂະ​ນະ​ດຽວ​ກັນການ​ເດີນ​ຂະ​ບວນ​ປະ​ທ້ວງ​ຕໍ່​ຕ້ານ​ສົງ​ຄາມ​ໄດ້​ມີ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ຣັ​ດ​ເຊຍ ຮວມ​ທັງ​ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູແລະ​ນະ​ຄອນ​ເຊນ​ປີ​ເຕີ​ສ໌​ເບີກ ໃນ​ວັນ​ພະ​ຫັດ​ວານນີ້. ເຈົ້າ​ໜ້າ​ທີ່​ກ່າວ​ວ່​າ ມີ​ຢ່າງ​ໜ້ອຍ 1,700 ຄົນ​ໄດ້​ຖືກ​ຈັບ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ທຳ​ການ​ລົງ​ໂທດ​ຮອບ​ໃໝ່​ຕໍ່​ຣັດ​ເຊຍ ໃນ​ວັນ​ພະ​ຫັດ​ວານນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ຣັດ​ເຊຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ.

ທ່ານ​ໄບ​ເດັນກ່າວ​ທີ່​ທຳ​ນຽບ​ຂາວ ຫຼັງ​ຈາກ​ໄດ້​ປຶກ​ສາ​ຫາ​ລື​ທາງ​ອອນ​ລາຍ​ນ໌​ໃນ​ວັນພະ​ຫັດ​ວານນີ້ ກັບ​ພວກ​ຜູ້​ນຳ​ຂອງ​ກຸ່ມປະ​ເທດ​ ຈີ 7 ແລະ​ອົງ​ການ​ເນ​ໂຕ້ ໂດຍ​ເວົ້າ​ວ່າ “ວ​ລາ​ດີ​ເມຍ ປູ​ຕິນ (ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ) ແມ່ນ​ຜູ້​ຮຸກ​ຮານ. ປູ​ຕິນ​ເປັນ​ຜູ້​ເລືອກ​ເຮັດ​ສົງ​ຄາມນີ້ ແລະ​ເວ​ລານີ້ ລາວແລະ​ປະ​ເທດ​ຂອງ​ລາວ ຈະ​ຕ້ອງໄດ້​ຮັບ​ເອົາ​ຜົນ​ທີ່​ຕິດ​ຕາມ​ມາ.”

ການ​ລົງ​ໂທດ​ຮອບ​ໃໝ່​ຂອງ​ສະ​ຫະ​ລັດ ແມ່ນ​ແນ​ໃສ່​ທະ​ນາ​ຄານ​ຂອງ​ຣັດ​ເຊຍ ຄະນະ​ປົກ​ຄອງ ຕະ​ຫລອດ​ທັງ​ພາກ​ສ່ວນ​ຮາຍ​ເທັກແລະ​ຍັງ​ຮວມ​ທັງ​ການ​ຄວບ​ຄຸມ​ໃນ​ການ​ສົ່ງ​ອອກ. ທ່ານ​ໄບ​ເດັນ​ກ່າວ​ວ່າ ມາດ​ຕະ​ການ​ເຫຼົ່າ​ນີ້ “ຈະ​ບີບ​ຄັ້ນ​ ເພື່ອ​ກົດ​ດັນບໍ່​ໃຫ້​ຣັດ​ເຊຍ​ເຂົ້າ​ເຖິງ​ການ​ເງິນ ແລະ​ເທັກ​ໂນ​ໂລ​ຈີ ສຳ​ລັບ​ພວກ​ສ່ວນ​ຍຸດ​ທະ​ສາດ​ສຳ​ລັບ​ເສດ​ຖະ​ກິດແລະ​ຫລຸດ​ຜ່ອນ​ຄວາມ​ສາ​ມາດ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ​ໃນ​ຊຸມ​ປີ​ຕໍ່​ໜ້າ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG