ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​ຣັດ​ເຊຍ ມີ​ລາຍ​ງານ​ວ່າ ເຂົ້າ​ຄວບ​ຄຸມ​ ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ແລ້ວ


​ຮູບນີ້​ສະ​ໜອງ​ໂດຍ​ອົງ​ການ ESN ເມື່ອ​ວັນ​ທີ 3 ມີ​ນາ 2022 ທີ່​ສະ​ແດງ​ໃຫ້​ເຫັນ​ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ໃນ​ເມືອງ​ໂບ​ໂຣ​ດີ​ຢານ​ກາ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ກີ​ຢິບ.
​ຮູບນີ້​ສະ​ໜອງ​ໂດຍ​ອົງ​ການ ESN ເມື່ອ​ວັນ​ທີ 3 ມີ​ນາ 2022 ທີ່​ສະ​ແດງ​ໃຫ້​ເຫັນ​ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ໃນ​ເມືອງ​ໂບ​ໂຣ​ດີ​ຢານ​ກາ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ກີ​ຢິບ.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນກ່າວ​ວ່າ ທະ​ຫານ​ຣັດ​ເຊຍ​ ໄດ້​ເຂົ້າ​ຄວບ​ຄຸມ ​ໂຮງ​ໄຟ​ຟ້າ​ນິວ ​ເຄ​ລຍຊາໂປ​ຣິ​ສ​ເຊຍ (Zaporizhzhia) ຊຶ່ງເປັນ​ໂຮງໄຟ​ຟ້າ​ນິວ​ເຄ​ລຍ​ທີ່​ໃຫຍ່​ສຸດ​ໃນ​ຢູ​ໂຣບຕັ້ງ​ຢູ່​ໃກ້​ກັບ​ເມືອງ​ເອັນ​ເນີ​ໂຮ​ດາ ຫຼັງ​ຈາກ​ໄດ້​ຍິງ​ປືນ​ໃຫຍ່​ໂຈມ​ຕີ ທີ່​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ຕຶກ​ອາ​ຄານ ຢູ່​ໃນ​ບໍ​ລິ​ເວນ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ.

ອົງ​ການກວດ​ສອບ​ນິວ​ເຄ​ລຍ​ຂອງ​ຢູ​ເຄ​ຣນກ່າວ​ວ່າ ບໍ່​ໄດ້​ມີ​ກຳ​ມັນ​ຕະ​ພາບ​ລັງ​ສີ​ຮົ່ວ​ໄຫຼ​ອອກ​ມາ​ຈາກ​ໂຮງ​ໄຟ​ຟ້າດັ່ງ​ກ່າວ​ແຕ່​ຢ່າງ​ໃດ ແລະ​ກ່າວ​ຕື່ມ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຂອງ​ໂຮງ​ໄຟ​ຟ້າ ຍັງ​ສືບ​ຕໍ່​ປະ​ຕິ​ບັດ​ງານ​ຢູ່​ທີ່ນັ້ນ​ດ້ວຍ​ຄວາມ​ປອດ​ໄພ. ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ​ວ່າ ພວກ​ດັບ​ໄຟ​ສາ​ມາດມອດ​ໄຟ​ທີ່​ລຸກ​ໄໝ້​ ຢູ່​ໂຮງ​ໄຟ​ຟ້າ​ແຫ່ງນັ້ນ​ໄດ້​ແລ້ວ.

ເມືອງ​ເອັນ​ເນ​ໂຮ​ດາ ເປັນ​ຫົວ​ເມືອງ​ຜະ​ລິດ​ໄຟ​ຟ້າ​ທີ່​ສຳ​ຄັນ ຕັ້​ງ​ຢູ່​ແຄມ​ແມ່​ນ້ຳ​ດຽບ​ເປີ ເກືອບ 700 ກິ​ໂລ​ແມັດ​ຢູ່​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ກີ​ຢິບ​ໄປ​ທາງ​ຕາ​ເວັນ​ອອກ​ສຽງ​ໃຕ້. ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ​ຜະ​ລິດ​ກະ​ແສ​ໄຟ​ຟ້າ​ປະ​ມານ 25 ເປີ​ເຊັນ​ຂອງ​ໄຟ​ຟ້າທັງ​ໝົດໃນ​ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີ ແລະ​ໄດ້​ຮັບ​ລາຍ​ງານ​ຫຼ້າ​ສຸດ​ກ່ຽວ​ກັບ​ໄຟ​ໄໝ້​ທີ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ອີງ​ຕາ​ມ​ຖະ​ແຫຼງ​ຂ່າວ​ຂອງ​ທຳ​ນຽບ​ຂາວ ທີ່​ອອກ​ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ພະ​ຫັດ​ວານນີ້.

ເມືອງ​ເອັນ​ເນີ​ໂຮ​ດາ (Enerhodar) ປະ​ເທດ​ຢູ​ເຄ​ຣນ
ເມືອງ​ເອັນ​ເນີ​ໂຮ​ດາ (Enerhodar) ປະ​ເທດ​ຢູ​ເຄ​ຣນ

ລັດ​ຖະ​ບານ​ທ່ານ​ໄບ​ເດັນ​ໄດ້​ຂໍ​ເງິນ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ 10 ພັນ​ລ້ານ​ໂດ​ລາ​ຈາກ​ລັດ​ຖະ​ສະ​ພາ “ເພື່ອ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ຄວາມ​ໝັ້​ນ​ຄົງ ແລະ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເສດ​ຖະ​ກິດ​ຕື່ມ​ອີກ​ໄປ​ໃຫ້​ຢູ​ເຄ​ຣນ ແລະ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ຢູ່​ໃນ​ຂົງ​ເຂດ ໃນ​ຊຸມມື້​ແລະ​ເດືອນ​ຕໍ່​ໜ້ານີ້” ນັ້ນ​ຄື​ຄຳ​ເວົ້າ​ຢູ່​ໃນ​ຖະ​ແຫຼງ​ການ​ຈາກທ່ານ​ນາງຊາ​ລານ​ດາ ຢັງ (Shalanda Young) ຮັກ​ສາ​ການ​ຫ້ອງ​ການ​ຄຸ້ມ​ຄອງ​ການ​ບໍ​ລິ​ຫານ​ງານ​ແລະ​ງົບ​ປະ​ມານ. ທ່ານ​ນາງ​ກ່າວ​ວ່າເງິນ​ຈຳ​ນວນນີ້​ຈະ​ກວມ​ເອົາ​ອຸບ​ປະ​ກອນ​ດ້ານ​ປ້ອງ​ກັນ​ປະ​ເທດ ການ​ຊ່ວຍ​ເຫຼື​ອອາ​ຫານສຸກ​ເສີນ ການ​ສົ່ງ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ​ໄປ​ປະ​ຈຳ​ການຢູ່​ໃນ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ລົງ​ໂທດ​ທີ່​ໜັກ​ຂຶ້ນ.

ນອກນັ້ນ​ແລ້ວ ໃນ​ວັນ​ພະ​ຫັດ​ວານນີ້ ວໍ​ຊິງ​ຕັນ​ຍັງ​ໄດ້​ທຳ​ການ​ລົງ​ໂທດ​ຮອບ​ໃໝ່​ຕໍ່​ພວກວົງ​ໃນ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່​ານວ​ລາ​ດີ​ເມຍ ປູ​ຕິນ.

ທ່ານ​ໄບ​ເດັນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ຕໍ່​ກອງ​ປະ​ຊຸມຄະ​ນະ​ລັດ​ຖະ​ບານ ໂດຍ​ເວົ້າ​ວ່າ “ມື້ນີ້ ຂ້າ​ພະ​ເຈົ້າ​ໄດ້​ປະ​ກາດ​ວ່າ ພວກ​ເຮົາ​ໄດ້​ເພີ້ມ​ລາຍ​ຊື່​ເຂົ້າ​ໃນ​ບັນ​ຊີ​ຕື່ມ​ອີກ​ຫຼາຍ​ສິບ​ຄົນ ຮວມ​ທັງ​ເສດ​ຖີ​ພັນ​ລ້ານ​ທີ່​ລ້ຳ​ລວຍ​ທີ່​ສຸດ​ຂອງ​ຣັດ​ເຊຍ ແລະ​ຂ້າ​ພະ​ເຈົ້າ​ໄດ້​ຫ້າມ​ບໍ່​ໃຫ້​ພວກ​ທີ່​ຮັ່ງ​ມີ​ພົວ​ພັນ​ກັບ​ລັດ​ຖະ​ບານ 50 ກວ່າ​ຄົນ ພ້ອມ​ທັງ​ຄອບ​ຄົວ​ແລະ​ເພື່ອນ​ມິດ​ທີ່​ໃກ້​ຊິດ​ຂອງ​ພວກ​ເຂົາ ​ເດີນ​ທາງເຂົ້າ​ມາ​ໃນ​ສະ​ຫະ​ລັດ ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜຸນປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ ​ດ້ວຍ​ການ​ໃຫ້​ຄວາມຊ່ວຍ​ເຫຼືອ​ໂດຍ​ກົງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG