ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະ​ຫານ ຣັດ​ເຊຍ ຖືກ​ຕັດ​ສິນ​ໂທດ ຂັງ​ຄຸກ​ຕະຫຼອດ​ຊີ​ວິດ ໃນ​ການ​ດຳ​ເນີນ​ຄະ​ດີ ອາ​ຊະ​ຍາ​ກຳ​ສົງ​ຄາມ ຄັ້ງ​ທຳ​ອິດ​ຂອງ ຢູ​ເຄ​ຣນ


ສິບ​ເອກ ຣັດ​ເຊຍ ວາ​ດິມ ຊີ​ຊີ​ມາ​ຣິນ ຟັງ​ນາຍ​ແປ​ພາ​ສາ​ຂອງ​ລາວ ໃນ​ລະ​ຫວ່າງ​ການ​ໃຫ້​ການ​ຢູ່​ໃນ​ສານ, ນະ​ຄອນຫຼວງ ກີ​ຢິບ, ປະ​ເທດ ຢູ​ເຄ​ຣນ. 23 ພຶດ​ສະ​ພາ, 2022.
ສິບ​ເອກ ຣັດ​ເຊຍ ວາ​ດິມ ຊີ​ຊີ​ມາ​ຣິນ ຟັງ​ນາຍ​ແປ​ພາ​ສາ​ຂອງ​ລາວ ໃນ​ລະ​ຫວ່າງ​ການ​ໃຫ້​ການ​ຢູ່​ໃນ​ສານ, ນະ​ຄອນຫຼວງ ກີ​ຢິບ, ປະ​ເທດ ຢູ​ເຄ​ຣນ. 23 ພຶດ​ສະ​ພາ, 2022.

ທະ​ຫານ ຣັດ​ເຊຍ ຄົນ​ນຶ່ງ​ຜູ້​ທີ່​ໄດ້​ສາ​ລະ​ພາບ​ຜິດ​ຕໍ່​ການ​ສັງ​ຫານ​ພົນ​ລະ​ເຮືອນ​ຄົນ​ນຶ່ງ​ໄດ້​ຖືກ​ຕັດ​ສິນ​ໂທດຂັງ​ຄຸກ​ຕະຫຼອດ​ຊີ​ວິດ ໃນ​ວັນ​ຈັນ​ວານນີ້​ໂດຍ​ສາ​ນ​ຢູ​ເຄ​ຣນ, ເຊິ່ງ​ແມ່ນ​ໂທດ​ສູງ​ສຸດ ທ່າມ​ກາງ​ສັນຍານ​ຕ່າງໆ​ທີ່​ວ່າ​ວັງ​ເຄ​ຣັມ​ລິນ ອາດຕອບ​ໂຕ້, ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ຕໍ່​ນັກ​ລົບ​ບາງ​ຄົນ​ທີ່​ຖືກ​ຈັບ​ໄດ້ ຜູ້ທີ່​ແຂງ​ຂໍ້​ບໍ່​ຍອມ​ແພ້​ຢູ່​ໂຮງ​ງານ​ເຫຼັກ​ຂອງ​ເມືອງ​ມາ​ຣີ​ອູ​ໂປ​ລ.

ໃນ​ຂະ​ນະ​ດຽວ​ກັນ, ໃນ​ການ​ສະ​ແດງ​ຄວາມ​ຄັດ​ຄ້ານ​ຕໍ່​ສົງ​ຄ​າມ​ຢ່າງ​ເປີດ​ເຜີຍ​ທີ່​ຫາ​ໄດ້​ຍາກ ຈາກ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຊາວ​ຣັດ​ເຊຍ, ເຊິ່ງ​ແມ່ນ​ອະ​ດີດ​ນັກ​ການ​ທູດ​ວັງ ​ເຄ​ຣັມ​ລິນ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ ແລະ ໄດ້​ສົ່ງ​ຈົດ​ໝາຍ​ທີ່​ໃຊ້​ຄຳ​ເວົ້າ​ຮຸນ​ແຮງ​ໄປ​ຫາ​ເພື່ອ​ນ​ຮ່ວມ​ງານ​ຊາວ​ຕ່າງ​ປະ​ເທດ ເຊິ່ງ​ທ່ານ​ໄດ້​ກ່າວ​ກ່ຽວ​ກັບ​ການ​ບຸກ​ລຸກວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ອັບ​ອາຍ​ຂາຍ​ໜ້າ​ຕໍ່​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ​ ນັບ​ຈົນ​ຮອດ​ວັນ​ທີ 24 ກຸມ​ພາເປັນ​ຕົ້ນ​ມາ.”

ພ້ອມ​ກັນ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ຮຽກ​ຮ້ອງໃຫ້​ນຳ​ໃຊ້ “ມາດ​ຕະ​ການ​ລົງ​ໂທດ​ລະ​ດັບ​ສູງ​ສຸດ” ຕໍ່​ຣັດ​ເຊຍ ໃນ​ການ​ກ່າວ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ຕໍ່​ບັນ​ດາ​ຜູ້​ນຳ​ໂລກ ແລະ ບັນ​ດາ​ຜູ້​ບໍ​ລິ​ຫານ​ໃຫຍ່​ຢູ່ກອງ​ປະ​ຊຸ​ມ​ເສດ​ຖະ​ກິດ​ໂລກ​ໃນ​ເມືອງ ດາ​ໂວ, ປະ​ເທດ ສວິດ​ເຊີ​ແລນ.

ແລະ​ຢູ່​ສະ​ໜາມ​ລົບ​ນັ້ນ, ການ​ຕໍ່​ສູ້​ຢ່າງ​ໜັກ​ໄດ້​ເກີດ​ຂຶ້ນ​ໃນ​ພາກ​ພື້ນດອນ​ບາ​ສ ທາງ​ພາກ​ຕາ​ເວັນ​ອອກ, ບ່ອນ​ທີ່ກອງ​ກຳ​ລັງ​ຂອງ​ມົ​ສ​ກູໄດ້​ເພີ່ມ​ການ​ລະ​ດົມ​ຍິງ​ຂອງ​ເຂົາ​ເຈົ້າ. ເມືອງ​ຕ່າງໆ​ທີ່​ບໍ່​ໄດ້​ຖືກ​ຄວບ​ຄຸມ​ໂດຍ​ຣັດ​ເຊຍ ແມ່ນ​ໄດ້​ຖືກ​ລະ ​ດົມ​ຍິງ​ໃສ່​ຢ່າງ​ຕໍ່​ເນື່ອງ, ແລະ ເຈົ້າ​ໜ້າ​ທີ່ກອງ​ທັບ​ຢູ​ເຄ​ຣນ​ທ່ານ​ນຶ່ງ​ໄດ້​ກ່າວ​ວ່າ ກອງ​ກຳ​ລັງ​ຣັດ​ເຊຍ ໄດ້​ແນ​ເປົ້າ​ໃສ່​ພົນ​ລະ​ເຮືອນ​ທີ່​ພະ​ຍາ​ຍາມຫຼົບ​ໜີ.

ໃນ​ຄັ້ງ​ທຳ​ອິດ​ຂອງ​ສິ່ງ​ທີ່​ອາດ​ເປັນ​ການ​ດຳ​ເນີນ​ຄະ​ດີ​ອາ​ຊະ​ຍາ​ກຳ​ສົງ​ຄາມ​ຈຳ​ນວນຫຼາຍ​ໃນ​ຢູ​ເຄ​ຣນ​ນັ້ນ, ສິບ​ເອກ ຣັດ​ເຊຍ ວາ​ດິມ ຊີ​ຊີ​ມາ​ຣິນ, ອາ​ຍຸ 21 ປີ​ໄດ້​ຖືກ​ຕັດ​ສິນ​ໂທດ​ໃນການ​ຂ້າ​ຜູ້​ຊາຍ​ອາ​ຍຸ 62 ປີ ຜູ້​ທີ່​ຖືກ​ຍິງ​ໃສ່​ຫົວ​ໃນ​ບ້ານ​ແຫ່ງ​ນຶ່ງ​ຢູ່​ພາກ​ພື້ນ ​ຊູ​ມີ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ໃນ​ຕອນ​ຕົ້ນໆ​ຂອງ​ສົງ​ຄາມ. ທ້າວ ຊີ​ຊີ​ມາ​ຣິນ, ສະ​ມາ​ຊິກ​ຂອງ​ໜ່ວຍ​ລົດ​ຖັງ, ໄດ້​ອ້າງວ່າ​ ລາວ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ, ແລະ ລາວ​ໄດ້​ຂໍ​ໂທດ​ຕໍ່​ແມ່​ໝ້າຍ​ຂອງ​ຜູ້​ຊາຍ​ດັ່ງ​ກ່າວ​ໃນ​ສານ.

ໄອ​ຍະ​ການ​ຈຳ​ເລີຍ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ ຢູ​ເຄ​ຣນ ທ່ານ ວິກ​ຕໍ ອອ​ຟ​ຊີ​ອາ​ນິ​ຄອ​ຟ (Ovsyanikov), ໄດ້​ໂຕ້​ແຍ້ງວ່າ​ຈຳ​ເລີຍ​ຂອງ​ລາວ​ແມ່ນບໍ່​ໄດ້​ມີ​ຄວາມ​ພ້ອມ​ສຳ​ລັບ “ການ​ປະ​ເຊີນ​ໜ້າ​ທີ່​ຮຸນ​ແຮງ​ທາງ​ທະ​ຫານ” ແລະ ການ​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຈຳ​ນວນຫຼາຍ​ທີ່​ກອງ​ທະ​ຫານ ຣັດ​ເຊຍ ໄດ້​ປະ​ເຊີນໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄດ້​ທຳ​ການ​ບຸກ​ລຸກ. ທ່ານ​ໄດ້​ກ່າວ​ວ່າ​ລາວ​ຈະ​ຂໍ​ອຸ​ທອນ.

ຜູ້​ສະ​ໜັບ​ສະ​ໜູນ​ອິດ​ສະຫຼະ​ພາບ​ຂອງ​ພົນ​ລະ​ເຮືອນ​ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ຢາ​ວໍ​ສ​ກີ ໄດ້​ກ່າວ​ວ່າມັນ “ເປັນ​ການ​ຕັດ​ສິນ​ໂທດ​ທີ່​ຮຸນ​ແຮງ​ເປັນ​ຢ່າງ​ຍິ່ງ​ສຳ​ລັບ​ການ​ຄາດ​ຕະ​ກຳ​ຄັ້ງ​ດຽວ ​ໃນ​ສົງ​ຄາມ.” ແຕ່​ທ່ານ ອາ​ຣິ​ຟ ເອບ​ຣາ​ແຮມ, ນັກ​ກົດ​ໝາຍ​ສິດ​ທິ​ມະ​ນຸດ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ອັງ​ກິດ​ໄດ້​ກ່າວ​ວ່າ ການ​ດຳ​ເນີນ​ຄະ​ດີ​ໄດ້​ດຳ​ເນີນ “ດ້ວຍ​ສິ່ງ​ທີ່​ປາ​ກົດ​ວ່າ​ເ ປັນ​ຂະ​ບວນ​ການ​ທີ່​ເປັນ​ທຳ ແລະ ຢ່າງ​ເຕັມ​ທີ່,” ລວມ​ທັງ​ການ​ເຂົ້າ​ເຖິງ​ທະ​ນາຍ​ຄວາມ.

ອ່ານ​ຂ່າວນີ້​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG