ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ປະນາມ ຂະບວນລົດ ຂົນສົ່ງ ການຊ່ອຍເຫຼືອ ຂອງ ຣັດເຊຍ (ສະໄລດ໌/ວີດີໂອ)


ລັດຖະມົນຕີກະຊວງພາຍຢູເຄຣນ ທ່ານ Arsen Avakov
ລັດຖະມົນຕີກະຊວງພາຍຢູເຄຣນ ທ່ານ Arsen Avakov

ລັດຖະມົນຕີກະຊວງພາຍ​ໃນຢູ​ເຄຣນ ​ຢືນຢັດໃນ​ວັນ​ພຸດ​ມື້​ນີ້​
ວ່າ ຂະ​ບວນລົດ​ຂົນ​ສົ່ງຣັດ​ເຊຍ ທີ່​ມຸ່ງ​ໜ້າ​ສູ່​ເຂດພາກຕາ​ເວັນ
​ອອກຂອງຢູເຄຣນ ທີ່ປະສົບກັບໄພສົງ ຄາມນັ້ນ ຈະ​ບໍ່​ໄດ້​ຮັບ​
ອະນຸຍາດ ໃຫ້ເຂົ້າປະ​ເທດ.

ທ່ານ Arsen Avakov ຮ້ອງ​ຂະ​ບວນລົດ​ຂົນ​ສົ່ງນັ້ນ​ວ່າ​ “ເປັນ
ການທ້າທາຍ​ຈາກ​ຜູ້​ລຸກ​ລານທີ່​ມັກຢຽດຢາມຄົນອື່ນ.” ຣັດ​ເຊຍ
ກ່າວ​ວ່າ ລົດ​ຂົນ​ສົ່ງ​ເກືອບ 300 ຄັນ​ ທີ່ອອກເດີນທາງ​ຈາກນະ
ຄອນ​ມົນ​ກູ ໃນ​ວັນ​ອັງຄານ​ວານ​ນີ້ ບັນທຸກ​ການ​ຊ່ວຍ​ເຫລືອ​
ຫລາຍ​ຮ້ອຍ​ໂຕນໃຫ້ແກ່​ບັນດາ​ພົນລ​ະເຮືອນທີ່​ປາກ​ພາສາຣັດ​
ເຊຍ ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ.

​ຢູ​ເຄຣນກ່າວ​ວ່າ ​ເຄື່ອງ​ຂອງ​ເຫລົ່າ​ນີ້​ຈະ​ໄດ້​ຮັບອະນຸ​ຍາດ​ໃຫ້​ເຂົ້ານຳປະເທດໄດ້ ກໍຕໍ່ເມື່ອ
ໄດ້ຮັບອະນຸຍາດ ໃຫ້ມີການ​ກວດກາ​ກ່ອນ​ ຈາກສະພາກາ​ແດງ​ສາກົນ. ​

ສ່ວນສະພາກາແດງ ​ກ່າວໃນວັນອັງຄານວານນີ້​ວ່າ ຕົນ​ບໍ່​ໄດ້​ຖືກ​ທາ​ບທາມ​ໂດຍກົງ​ຈາກ
​ບັນ​ດາ​ເຈົ້າ​ໜ້າທີ່ຣັດ​ເຊຍ ກ່ຽວ​ກັບ​ສິ່ງ​ຂອງ​ດັ່ງກ່າວແລະ​ກໍາ ລັງ​ລໍຖ້າລາຍ​ ລະອຽດ​ກ່ຽວ​ກັບ
ເຄື່ອງຂອງໃນ​ຂະ​ບວນຂົນ​ສົ່ງດັ່ງກ່າວຢູ່.

ມັນ​ຍັງ​ບໍ່​ເປັນ​ທີ່​ແຈ້ງຂາວ​ເທື່ອວ່າ ​ເວລາ​ໃດຂະ​ບວນລົດ​ຂົນ​ສົ່ງ​ ຊຶ່ງ​ເດີນທາງໃນ ໄລຍະ
750 ກິ​ໂລ​ແມັດຈຶ່ງຈະໄປຮອດ ຫລື​ວ່າຈະ​ມີ​ຫຍັງ​ເກີດ​ຂື້ນ​ ຖ້າ​ຫາກເກີດ ປະ​ເຊີນ​ໜ້າ​ກັນ
​ຢູ່​ທີ່​ຊາຍ​ແດນ.

​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່ Kyiv ກ່າວ​ວ່າ ຂະ​ບວນລົດ​ຂົນ​ສົ່ງຣັດ​ເຊຍອາດ​ຈະ​ສົ່ງ​ສິ່ງ ຂອງ​ໆ
ເຂົາ​ເຈົ້າ​ຕໍ່​ ຢູ່​ທີ່ຊາຍ​ແດນ ​ໄປ​ໃສ່ລົດ​ຂົນ​ສົ່ງ​ທີ່​ເຊົ່າ​ໂດຍສະພາກາ​ແດງ ທີ່​ໄດ້​ກ່າວ​ເຖິງສະ
ພາບ​ການ​ດ້ານ​ມະນຸດສະທຳຢູ່ໃນພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ທີ່ເກີດການສູ້ລົບກັນ
ນັ້ນວ່າ ເປັນທີ່​ໜ້າ​ຢ້ານ​ກົວຫຼາຍ.

UKRAINE VOSOT
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG