ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ຝ່າຍ​ຄ້ານ ຣັດ​ເຊຍ ຖືກ​ຈັບ​ເຂົ້າ​ຄຸກ​ອີກ ບໍ່​ດົນຫຼັງ​ຈາກ ​ຖືກ​ປ່ອຍ​ຕົວ


ຜູ້​ນຳ​ຝ່າຍ​ຄ້ານ ທ່ານ ອາ​ເລັກ​ເຊ ນາ​ວາ​ລນີ, ຜູ້​ທີ່​ຖືກ​ຄວາມ​ຄຸມ​ຕົວ​ເມື່ອບໍ່​ດົນ​ມາ​ນີ ກ່ຽວ​ກັບ ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ເຂົ້າ​ຮ່ວມ​ການ​ໃຫ້​ປາກ​ຄຳ​ໃນ​ສານ, ນະ​ຄອນຫຼວງ ມົ​ສ​ກູ. 27 ສິງ​ຫາ, 2018.
ຜູ້​ນຳ​ຝ່າຍ​ຄ້ານ ທ່ານ ອາ​ເລັກ​ເຊ ນາ​ວາ​ລນີ, ຜູ້​ທີ່​ຖືກ​ຄວາມ​ຄຸມ​ຕົວ​ເມື່ອບໍ່​ດົນ​ມາ​ນີ ກ່ຽວ​ກັບ ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ເຂົ້າ​ຮ່ວມ​ການ​ໃຫ້​ປາກ​ຄຳ​ໃນ​ສານ, ນະ​ຄອນຫຼວງ ມົ​ສ​ກູ. 27 ສິງ​ຫາ, 2018.

ຜູ້​ນຳ​ພັກ​ຝ່າຍ​ຄ້ານ ຣັດ​ເຊຍ ທ່ານ ອາ​ເລັກ​ເຊ ນາ​ວາ​ລ​ນີ ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​
ໃນວັນຈັນມື້ນີ້ ແລະ ຫຼັງຈາກນັ້ນ ອີກບໍ່ດົນກໍຖືກກັກໂຕອີກ.

ທ່ານ ນາ​ວາ​ລນີ ຫາ​ກໍ​ສິ້ນ​ສຸດ​ການ​ຖືກ​ຈັບ​ເຂົ້າ​ຄຸກ 30 ວັນ ​ສຳ​ລັບ​ການ​ຈັດ​ການ​ປະ​ທ້ວງ​
ທີ່ບໍ່ໄດ້ຖືກຫ້າມ ໃນເວລາທີ່ລາວໄດ້ຖືກຈັບຄືນ.

ລາວ​ໄດ້​ຖືກ​ຂັງ​ຄຸກຫຼາຍ​ສັບ​ປະ​ດາຫຼາຍ​ຄັ້ງ ​ໃນ​ສອງ​ສາມ​ປີ ​ທີ່​ຜ່ານ​ມາ​ ຍ້ອນ​ການ​ຈັດ​
ການປະທ້ວງ.

ການ​ຈັບ​ກຸມ​ທ່ານ​ໃນ​ວັນ​ຈັນ​ມື້ນີ້ ​ໄດ້​ມີ​ຂຶ້ນ​ທ່າມ​ກາງ​ຄື້ນ​ຂອງ​ການ​ປະ​ທ້ວງ​ຄັ້ງຫຼ້າ​ສຸດ​ໃນ
ຣັດເຊຍ ຕໍ່ການປະຕິຮູບເບ້ຍບຳນານ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ
ລວມທັງການເພີ່ມອາຍຸອອກບຳນານຈາກ 60 ປີສຳລັບແມ່ຍິງ ແລະ 65 ປີສຳລັບຜູ້ຊາຍ.
ປະຊາຊົນຫຼາຍຮ້ອຍຄົນ ໃນທົ່ວປະເທດ ແມ່ນໄດ້ຖືກຈັບກຸມ ໃນລະຫວ່າງການປະທ້ວງ
ຕໍ່ຕ້ານການປະຕິຮູບເບ້ຍບຳນານ.

ທ່ານ ນາ​ວາ​ລນີ ໄດ້​ປະ​ເຊີນກັບ​ຂໍ້​ກ່າວ​ຫາຫຼາຍ​ຢ່າງ​ ສຳ​ລັບ​ການ​ເຄື່ອນ​ໄຫວ​ ຕໍ່​ຕ້ານ​
ຂອງລາວ. ໃນເດືອນມີນາທີ່ຜ່ານມາ, ລາວໄດ້ຖືກຫ້າມຈາກການເຂົ້າຮ່ວມການເລືອກ
ຕັ້ງປະທານາທິບໍດີຂອງປະເທດ ຍ້ອນການຖືກຕັດສິນວ່າມີຄວາມຜິດ ກ່ຽວກັບ ຄະດີ
ດ້ານການເງິນ, ເປັນການກ່າວຫາທີ່ທ່ານໄດ້ຄັດຄ້ານວ່າ ຖືກປັ້ນແຕ່ງຂຶ້ນມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG