ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອ​ຍະ​ການ ຣັດ​ເຊຍ ພະ​ຍາ​ຍາມ​ທີ່​ຈະ​ຂັງ​ຄຸກ​ຜູ້​ນຳ​ສິດ​ທິ​ມະ​ນຸດ ຍ້ອນ​ບົດ​ບັນ​ນາ​ທິ​ການ


ທ່ານ ໂອ​ເລັກ ອໍ​ລອ​ຟ, ນັກ​ໂຄ​ສະ​ນາ​ສິດ​ທ​ິ​ມະ​ນຸດ​ອາ​ຍຸ 70 ປີ ແລະ ປະ​ທານ​ຮ່ວມ​ຂອງ​ກຸ່ມ Memorial ທີ່​ໄດ້​ຊະ​ນະ​ລາງວັນໂນ​ແບ​ລ໌, ລົມ​ກັບ​ສື່ມວ​ນ​ຊົນ ແລ ະ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ຢູ່ນອກ​ສານ​ໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 26 ກຸມ​ພາ 2024.
ທ່ານ ໂອ​ເລັກ ອໍ​ລອ​ຟ, ນັກ​ໂຄ​ສະ​ນາ​ສິດ​ທ​ິ​ມະ​ນຸດ​ອາ​ຍຸ 70 ປີ ແລະ ປະ​ທານ​ຮ່ວມ​ຂອງ​ກຸ່ມ Memorial ທີ່​ໄດ້​ຊະ​ນະ​ລາງວັນໂນ​ແບ​ລ໌, ລົມ​ກັບ​ສື່ມວ​ນ​ຊົນ ແລ ະ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ຢູ່ນອກ​ສານ​ໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 26 ກຸມ​ພາ 2024.

ພວກ​ໄອ​ຍະ​ການ ຣັດ​ເຊຍ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ຂັງ​ຄຸກ​ປະ​ທານ​ຮ່ວມ​ຂອງ​ກຸ່ມ​ສິດ​ທິ​ມະ​ນຸດ Memorial ​ທີ່​ໄດ້​ຊະ​ນະ​ລາງວັນ ໂນ​ແບ​ລ໌ ເປັນ​ເວ​ລາ​ສາມ​ປີ ​ຍ້ອນ​ບົດ​ລາຍ​ງານ​ທີ່​ທ່ານ​ໄດ້​ຂຽນ​ຕຳ​ໜິ​ວິ​ຈານ​ການ​ບຸ​ກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ ໃນ​ປີ 2022.

ໃນ​ລະ​ຫວ່າງ​ການ​ໃຫ້​ການ​ໃນ​ນະ​ຄອນຫຼວງ ມົ​ສ​ກູ ເມື່ອ​ວັນ​ຈັນ​ວານນີ້, ພວກ​ໄອ​ຍະ​ການ​ໄດ້​ກ່າວ​ຫາ​ທ່ານ ໂອ​ເລກ ອໍ​ລອ​ຟ ອາ​ຍຸ 70 ປີ ກ່ຽວ​ກັບ “ການ​ສ້າງ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ” ໃຫ້​ກອງ​ທັບ​ບົກ ຣັດ​ເຊຍ. ທ່ານ ອໍ​ລອ​ຟ, ຜູ້​ທີ່​ຢູ່​ໃນ​ຫ້ອງ​ສານ, ໄດ້​ອະ​ທິ​ບາຍ​ການ​ດຳ​ເນີນ​ຄະ​ດີ​ຂອງ​ທ່ານ​ດັ່ງ​ກັບ “ການ​ບີບ​ຮັດ​ເສ​ລີ​ພາບ.”

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ທ່ານ ອໍ​ລອ​ຟ ຫຼັງ​ຈາກ​ບົດ​ລາຍ​ງານ​ນັ້ນ​ຖືກ​ຕີ​ພິມ. ຢ້ອນ​ກັບ​ໄປ​ໃນ​ເດືອນ​ຕຸ​ລາ​ປີ​ກາຍນີ້, ສານ​ແຫ່ງ​ນຶ່ງ​ໄດ້​ຕັດ​ສິນ​ລົງ​ໂທດ​ທ່ານ ແລະ ໄດ້​ປັບ​ໄໝ​ທ່ານເທົ່າ​ກັບ 1,600 ໂດ​ລາ, ເຊິ່ງ​ແມ່ນ​ການ​ລົງ​ໂທດ​ທີ່​ເບົາ​ກວ່າ ​ເມື່ອ​ທຽບ​ໃສ່​ຄົນ​ອື່ນໆ​ຜູ້​ທີ່​ໄດ້​ວິ​ຈານ​ສົງ​ຄາມ​ທີ່​ດຳ​ເນີນ​ຢູ່​ນັ້ນ. ການ​ດຳ​ເນີນ​ຄະ​ດີ​ດັ່ງ​ກ່າວ​ໄດ້​ຖືກ​ຂໍ​ອຸ​ທອນ, ຈົນ​ກໍ່​ໃຫ້​ເກີດ​ການ​ດຳ​ເນີນ​ຄະ​ດີນີ້​ຄືນ​ໃໝ່.”

ເທື່ອນີ້, ພວກ​ໄອ​ຍະ​ການ ຣັດ​ເຊຍ ແມ່ນ​ພະ​ຍາ​ຍາມ​ທີ່​ຈະ​ກຳ​ນົດ​ການ​ລົງ​ໂທດ​ທີ່​ໜັກ​ກວ່າ, ໂດຍ​ແນ​ໃສ່​ໂທດ​ຂັງ​ຄຸກ​ສອງ​ປີ​ກັບ 11 ເດືອນ.

ຄຳ​ຕັດ​ສິນ​ແມ່ນ​ຄາດ​ວ່າ​ຈະ​ມີ​ອອກ​ມາ​ໃນ​ວັນ​ອັງ​ຄານມື້ນີ້.

ຣັດ​ເຊຍ ແມ່ນ​ໄດ້​ທຳ​ການ​ປາບ​ປາມ​ການ​ຄັດ​ຄ້ານ​ລັດ​ຖະ​ບານ​ຢ່າງບໍ່​ລົດ​ລະ​ໃນ​ສອງ​ປີ​ທີ່​ຜ່ານ​ມາ ນັບ​ຕັ້ງ​ພວກ​ເຂົາໄດ້​ບຸກ​ລຸກ ຢູ​ເຄ​ຣນ ໃນ​ສິ່ງ​ທີ່​ພວກ​ເຂົາ​ເອີ້ນ​ວ່າ​ ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ພິ​ເສດ.

ໃນ​ລະ​ຫວ່າງ​ການ​ໃຫ້​ການ​ນັ້ນ, ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ ອໍ​ລອ​ຟ ຫຼາຍ​ຄົນ​ກໍ​ໄດ້​ໄປ​ເຂົ້າ​ຮ່ວມ. ອີງ​ຕາມ​ສື່ມວ​ນ​ຊົນ​ອິ​ດ​ສະຫຼະ​ຂອງ ຣັດ​ເຊຍ Mediazona ນັ້ນ, ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານຫຼາຍກວ່າ 100 ຄົນ​ແມ່ນ​ໄດ້​ໄປ​ມີ​ໜ້າ, ພ້ອມ​ກັບ​ນັກ​ການ​ທູດ​ຕາ​ເວັນ​ຕົກຫຼາຍກວ່າ​ສິບ​ຄົນ.

ກຸ່ມ Memorial ໄດ້​ກ່າວ​ວ່າ​ພວກ​ໄອ​ຍະ​ການ​ໄດ້​ກ່າວ​ຫາ​ທ່ານ ອໍ​ລອ​ຟ ກ່ຽວ​ກັບ “ການ​ຄຽດ​ຊັງ ຣັດ​ເຊຍ ທາງດ້ານ​ການ​ເມືອງ,” ເຊິ່ງ​ທ່ານ​ໄດ້​ປະ​ຕິ​ເສດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG