ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໑ ກັນຍາ ໒໐໒໔

ທະຫານສະຫະລັດ ຖືກຕັດສິນລົງໂທດ ໃຫ້ຈຳຄຸກ 4 ປີ ໃນອານານິຄົມນັກໂທດ ຂອງຣັດເຊຍ ຕາມລາຍງານຂອງອົງການຣັດເຊຍ


ຈ່າສິບເອກທະຫານບົກສະຫະລັດ ກໍຣ໌ດອນ ແບລັກ ນັ່ງຢູ່ຫ້ອງແກ້ວ ໃນສານແຫ່ງນຶ່ງຂອງເມືອງ ວລາດີໂວສຕ໊ອກ ຂອງຣັດເຊຍ, ໃນວັນທີ 19 ມິຖຸນາ 2024. ທ້າວແບລັກ ໄດ້ຖືກສັດສິນລົງໂທດ ໃຫ້ຈຳຄຸກ 3 ປີ ຢູ່ໃນອານານິຄົມນັກໂທດ ຂອງຣັດເຊຍ.
ຈ່າສິບເອກທະຫານບົກສະຫະລັດ ກໍຣ໌ດອນ ແບລັກ ນັ່ງຢູ່ຫ້ອງແກ້ວ ໃນສານແຫ່ງນຶ່ງຂອງເມືອງ ວລາດີໂວສຕ໊ອກ ຂອງຣັດເຊຍ, ໃນວັນທີ 19 ມິຖຸນາ 2024. ທ້າວແບລັກ ໄດ້ຖືກສັດສິນລົງໂທດ ໃຫ້ຈຳຄຸກ 3 ປີ ຢູ່ໃນອານານິຄົມນັກໂທດ ຂອງຣັດເຊຍ.

ທະຫານສະຫະລັດທີ່ຖືກຄຸມຂັງຢູ່ໃນເມືອງ ວລາດີໂວສຕ໊ອກ (Vladivostok) ຂອງຣັດເຊຍໃນຂໍ້ຫາລັກຂະໂມຍ ແລະຂົ່ມຂູ່ຈະຂ້າແຟນສາວຂອງລາວ ຖືກພົບວ່າ ມີຄວາມຜິດໃນວັນພຸດມື້ນີ້ ແລະຖືກລົງໂທດໃຫ້ໄປຈຳຄຸກຢູ່ໃນອານານິຄົມນັກໂທດຂອງຣັດເຊຍ ເປັນເວລາ 3 ປີ 9 ເດືອນ, ດັ່ງທີ່ອົງການຕ່າງໆຂອງຣັດເຊຍລາຍງານ, ອີງຕາມອົງການຂ່າວຣອຍເຕີສ໌.

ທ້າວ ກໍຣ໌ດອນ ແບລັກ ຊັ້ນຈ່າສິບເອກຂອງສະຫະລັດ ອາຍຸ 34 ປີ, ຜູ້ທີ່ໄດ້ຖືກຄຸມຕົວໃນວັນທີ 2 ພຶດສະພາ ຢູ່ເມືອງວລາດີໂວສຕ໊ອກ ທີ່ຕັ້ງຢູ່ທາງພາກຕາເວັນອອກສຸດຂອງຣັດເຊຍ ໄດ້ກ່າວວ່າ ລາວບໍ່ມີຄວາມຜິດຕໍ່ຂໍ້ກ່າວຫາຂົ່ມຂູ່ຈະຂ້າແຟນສາວຂອງລາວ, ແຕ່ຍອມຮັບຜິດ “ບາງສ່ວນ” ຂອງຂໍ້ຫາລັກຂະໂມຍຈາກແຟນຂອງລາວ.

ທະນາຍຄວາມທີ່ໃຫ້ການປ້ອງກັນ ທ້າວ ແບລັກ ຈະຂໍອຸທອນຄຳຕັດສິນດັ່ງກ່າວ ຊຶ່ງທ່ານໄດ້ກ່າວຕໍ່ອົງການ RIA ທີ່ໄດ້ລາຍງານວ່າ ຜູ້ພິພາກສາ ຕັດສິນລົງໂທດໃຫ້ “ຂັງຄຸກໄລຍະສາມປີ ແລະ ເກົ້າເດືອນ” ສຳລັບທັງສອງຂໍ້ຫາ.

ອົງການນີ້ ໄດ້ລາຍງານວ່າ ບັນດາໄອຍະການ ໄດ້ຂໍໃຫ້ລົງໂທດຈຳຄຸກໄລຍະ 4 ປີ ແລະ 8 ເດືອນ ໃນຂະນະທີ່ຝ່າຍທະນາຍຄວາມຈຳເລີຍ ໄດ້ຂໍໃຫ້ຍົກຟ້ອງຕໍ່ທຸກຂໍ້ກ່າວຫາທັງໝົດ.

ທ້າວ ແບລັກ ຮັບຮູ້ເຖິງການຍອມຮັບຜິດ “ບາງສ່ວນ” ຕໍ່ຂໍ້ຫາຂອງການລັກເງິນ 113 ໂດລາ ຈາກກະເປົາຂອງແຟນສາວຂອງລາວ ນາງອາແລັກແຊນດຣາ ວາສຊຸກຄ໌ (Alexandra Vashchuk), ແຕ່ໄດ້ກ່າວວ່າ “ບໍ່ມີເຈດຕະນາເລີຍ,” ດັ່ງທີ່ RIA ໄດ້ລາຍງານ.

ທັງສອງຄົນໄດ້ພົບກັນຢູ່ໃນເກົາຫຼີໃຕ້ ບ່ອນທີ່ ທ້າວ ແບລັກ ໄດ້ໄປປະຈຳການຢູ່ທີ່ນັ້ນ.

ທຳນຽບຫ້າແຈກ່າວວ່າ ລາວໄດ້ລະເມີດຕໍ່ກົດລະບຽບຂອງກອງທັບບົກ ດ້ວຍການເດີນທາງໄປຍັງ ຣັດເຊຍ ໂດຍຜ່ານປະເທດຈີນເຂົ້າໄປ ແບບບໍ່ໄດ້ຮັບອະນຸຍາດ.

ທ້າວ ແບລັກ ມີພັນລະຍາ ແລະລູກຄົນນຶ່ງໃນລັດເທັກຊັສ. ພັນລະຍາຂອງລາວ ນາງ ເມແກັນ ກ່າວຕໍ່ອົງການຂ່າວຣອຍເຕີສ໌ວ່າ ເມື່ອເດືອນແລ້ວນີ້ ລາວ ແລະນາງວາສຊຸກຄ໌ ໄດ້ມີຄວາມສຳພັນແບບວຸ້ນວາຍສັບສົນ.

A U.S. soldier detained in the Russian city of Vladivostok on charges of theft and threats to kill his girlfriend was found guilty on Wednesday and sentenced to three years and nine months in a Russian penal colony, Russian agencies reported.

Gordon Black, a 34-year-old U.S. staff sergeant who was detained on May 2 in Vladivostok in Russia's far east, pleaded not guilty on Monday to charges of threatening to kill his girlfriend but admitted he was "partially" guilty of stealing from her.

Black's defense lawyer will appeal the verdict, said RIA agency, which reported the judge handing down the sentence of "imprisonment of three years and nine months" for both charges.

The agency reported that prosecutors had asked for a prison sentence of four years and eight months, while the defense asked for Black to be acquitted of all charges.

Black "partially" acknowledged his guilt on the charge of stealing $113 from his girlfriend Alexandra Vashchuk's purse but said that "there was no intent," RIA reported.

The pair had met in South Korea, where Black was stationed.

The Pentagon has said that he broke army rules by traveling to Russia without authorization, having passed through China.

Black has a wife and child in Texas. His wife, Megan, told Reuters last month that he and Vashchuk had a tempestuous relationship.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG