ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອຍະການ ຂໍໃຫ້ຕັດສິນ ພວກຕ້ອງສົງໄສ ສັງຫານທ່ານ Nemtsov ມີຄວາມຜິດ


ຜູ້ສະໜັບສະໜູນຜູ້ນຳຝ່າຍຄ້ານຣັດເຊຍ ຖືປ້າຍ ແລະຮູບ ຂອງທ່ານ Boris Nemtsov ລະຫວ່າງ ການໂຮມຊຸມນຸມປະທ້ວງ ທີ່ມົສກູ. (6 ພຶດສະພາ 2017)
ຜູ້ສະໜັບສະໜູນຜູ້ນຳຝ່າຍຄ້ານຣັດເຊຍ ຖືປ້າຍ ແລະຮູບ ຂອງທ່ານ Boris Nemtsov ລະຫວ່າງ ການໂຮມຊຸມນຸມປະທ້ວງ ທີ່ມົສກູ. (6 ພຶດສະພາ 2017)

ໄອ​ຍະ​ການ ​ໃນ​ການ​ດຳ​ເນີນ​ຄ​ະດີ 5 ຄົນ ທີ່​ຖືກກ່າວ​ຫາ​ວ່າ ສັງຫານຜູ້​ຕ້ອງ​ຕິ​ວັງເຄຣັມ
ລິນ ທ່ານ Boris Nemtsov ທີ່​ນະຄອນຫລວງ​ມົສກູໃນ​ປີ 2015 ນັ້ນ ຮຽກຮ້ອງ​ໃຫ້​ຄະ
ນະ​ຕຸລາການ ຕັດສິນ​ໃຫ້​ພວກ​ກ່ຽວ​ມີ​ຄວາມ​ຜິດ.

​ໃນ​ການ​ຖະ​ແຫຼງ​ເພື່ອ​ປິດ​ທ້າຍ​ການ​ດຳ​ເນີນ​ຄະດີ​ຂອງ​ລັດຖະບານ ​ໃນ​ວັນ​ພະຫັດວານ
​ນີ້ທ່ານ​ນາງ Maria Semenenko ກ່າວ​ວ່າ ຄວາມ​ຜິດ​ຂອງ​ພວກ​ກ່ຽວ ​ແມ່ນບໍ່ສາມາດ
​ໂຕ້​ຖຽງໄດ້.

ນອກ​ນັ້ນທ່ານ​ນາງ​ຍັງ​ກ່າ​ວຕໍ່​ອົງການ​ຂ່າວ Itar-Tass ຂອງ​ທາງ​ການຣັດ​ເຊຍວ່າ ຄະ
ນະ​ສືບສວນ​ໄດ້​ໃຊ້​ອຸບປະກອນ​ພິ​ເສດ​ໃນ​ລະຫວ່າງ​ການສະ​ແດງ​ຄືນການຄາດ​ຕະກຳ
ທີ່​ໄດ້ປະ​ໂທລະສັບ​ມື​ຖື​ຂອງ​ຈຳ​ເລີຍ​ໄວ້ ​ຢູ່ສະຖານ​ທີ່​ເກີດ​ເຫດ ​ເວລາ​ທ່ານ Nemtsov
ຖືກ​ຂ້າ​ຕາຍ​ນັ້ນ.

ທ່ານ​ນາງ​ກ່າວ​ຕໍ່​ອົງການ​ຂ່າວ Tass ວ່າ “​ເປັນຂັ້ນໆ ​ໂດຍ​ໃຊ້​ຂັ້ນຕອນ ​ໃນ​ການລຶບ
ລ້າງ ຄະນະ​ສືບສວນ​ໄດ້​ຄົ້ນພົບ​ລູກ​ໂສ້​ທັງ​ໝົດ ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳນີ້ ທັງນີ້​ກໍ​ຍ້ອນ
ຄວາມ​ຊ່ຽວຊານ​ນັ້ນ.

ພວກ​ຈຳ​ເລີຍ​ໂຕ້​ແຍ້​ງວ່າ ບໍ່​ມີ​ໃຜ​ສາມາດ​ພິສູດ​ໄດ້​ເຖິງ​ຈຸດປະສົງ​ໃນ​ການ​ຄາດ​ຕະກຳ
​ດັ່ງກ່າວ.

ທ່ານ Nemtsov ​ໄດ້​ຖືກ​ຍິງ​ຕາຍ ບໍ່​ໄດ້​ປານ​ໃດ​ຈາກ​ວັງ​ເຄຣັມລິນ ​ໃນ​ເດືອນ​ກຸມພາ​ປີ
2015. ທ່ານ​ເປັນ​ຜູ້ນຳ​ຝ່າຍ​ຄ້ານ ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ ​ແລະ​ເປັນ​ຜູ້​ຕ້ອງຕິ​ຢ່າງ​ແຂງ​ຂັນຕໍ່
​ການ​ໃຫ້​ຄວາມ​ສະໜັບສະໜຸນ​ຂອງ​ຣັດ​ເຊຍ ຕໍ່​ພວກ​ກະບົດ​ ຢູ່​ໃນ​ພາກ​ຕາ​ເວັນ​ອອກ
​ຂອງ​ຢູ​ເຄຣນ.

ຜູ້​ຕ້ອງ​ສົງ​ໄສ 5 ຄົນ ຈາກ​ Chechnya ຫລື​ບໍ່​ກໍ Ingusshetia ​ໄດ້​ຖືກ​ຈັບ. ນຶ່ງ​ໃນ​ຈຳ​ນວນດັ່ງກ່າວ​ໄດ້​ໃຫ້ການ​ສາລະພາບ ​ແຕ່​ຕໍ່​ມາ​ໄດ້ກັບ​ຄຳ ​ໂດຍ​ອ້າງວ່າ ລາວ​ຖືກ​ທໍລະ
ມານ.

ອະດີດ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ ​ຈາກ Chechnya ທ້າວ Ruslan Mukhu-
dinov ຖືກ​ກ່າວ​ຫາ​ວ່າ ເປັນຜູ້ຈ່າຍ​ເງິນໃຫ້ແກ່ພວກ​ຜູ້​ຕ້ອງ​ສົງ​ໄສ ​ເພື່ອ​ສັງຫານ​ທ່ານ
Nemtsov. ​ເວລາ​ນີ້ ​ເຈົ້າໜ້າ​ທີ່​ຍັງ​ບໍ່​ສາມາດ​ຈັບຜູ້ກ່ຽວໄດ້​ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG