ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການດໍາເນີນຄະດີ ກັບຊະເລີຍເສິກຢູເຄຣນ ຂອງ ຣັດເຊຍ ອາດເປັນອາຊະຍາກໍາສົງຄາມ


ນັກເຄື່ອນໄຫວ, ຍາດພີ່ນ້ອງ ແລະໝູ່ເພື່ອນຂອງຜູ້ປົກປ້ອງວຽກ ກ່ຽວກັບເຫຼັກ ແລະໂຮງງານເຫຼັກ ອາຊອບສຕອລ (Azovstal) ຢູ່ເມືອງມາຣີອູໂປລ ພາກັນຍົກປ້າຍຂຶ້ນເພື່ອການສະໜັບສະໜຸນຂອງພວກເຂົາເຈົ້າ, ໃນຂະນະທີ່ການໂຈມຕີຂອງຣັດເຊຍ ຍັງຄົງດໍາເນີນຢູ່ຕໍ່ໄປ, ໃນໃຈກາງເມືອງລິວິບ, ປະເທດຢູເຄຣນ, ວັນທີ 18 ສິງຫາ 2022.
ນັກເຄື່ອນໄຫວ, ຍາດພີ່ນ້ອງ ແລະໝູ່ເພື່ອນຂອງຜູ້ປົກປ້ອງວຽກ ກ່ຽວກັບເຫຼັກ ແລະໂຮງງານເຫຼັກ ອາຊອບສຕອລ (Azovstal) ຢູ່ເມືອງມາຣີອູໂປລ ພາກັນຍົກປ້າຍຂຶ້ນເພື່ອການສະໜັບສະໜຸນຂອງພວກເຂົາເຈົ້າ, ໃນຂະນະທີ່ການໂຈມຕີຂອງຣັດເຊຍ ຍັງຄົງດໍາເນີນຢູ່ຕໍ່ໄປ, ໃນໃຈກາງເມືອງລິວິບ, ປະເທດຢູເຄຣນ, ວັນທີ 18 ສິງຫາ 2022.

ຫ້ອງ​ການດ້ານສິດທິມະນຸດຂອງອົງການສະຫະປະຊາຊາດກ່າວວ່າ ຣັດເຊຍ ແລະກຳ​ລັງພັນທະມິດຕິດອາວຸດຂອງພວກເຂົາ ຢູ່ໃນພູມິພາກໂດ​ແນດສ໌ຂອງ ຢູເຄຣນ ກໍາລັງວາງແຜນ ທີ່ຈະດໍາເນີນຄະດີ ຊະ​ເລີຍ​ເສິກຊາວຢູເຄຣນ, ເຊິ່ງອາດຈະຖື ເປັນອາຊະຍາກໍາສົງຄາມ. ລິຊາ ສໄລນ໌ (Lisa Schlein) ມີລາຍງານໃຫ້ VOA ຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ມີລາຍລະອຽດມາ ສະເໜີທ່ານໃນອັນດັບຕໍ່ໄປ.

ມີລາຍງານວ່າ ການດໍາເນີນຄະດີດັ່ງກ່າວ ອາດຈະມີຂຶ້ນໃນອີກບໍ່ເທົ່າໃດມື້ ຢູ່ທີ່ເມືອງທ່າມາຣີອູໂປລຂອງ ຢູເຄຣນ. ໜ່ວຍງານດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ໄດ້ສະແດງຄວາມກັງວົນວ່າ ຊະເລີຍເສິກທີ່ຖືກກ່າວຫາວ່າກໍ່ອາຊະຍາກໍາ ຈະບໍ່ໄດ້ຮັບຂັ້ນຕອນ ແລະການຄໍ້າປະກັນໃນການດໍາເນີນຄະດີທີ່ເປັນທໍາ ໃນສິດທີ່ພວກເຂົາເຈົ້າຄວນຈະໄດ້ຮັບ.

ໂຄສົກຍິງ ຂອງໜ່ວຍງານສິດທິມະນຸດ ແຫ່ງອົງການສະຫະປະຊາຊາດ ທ່ານນາງຣາວີນາ ຊາມດາຊານີ (Ravina Shamdasani) ກ່າວວ່າ ພາຍໃຕ້ກົດ ໝາຍສາກົນ, ຊະເລີຍເສິກເຫຼົ່ານັ້ນມີຂໍ້ຍົກເວັ້ນໃນການຕໍ່ສູ້. ທ່ານນາງກ່າວວ່າ ພວກເຂົາເຈົ້າບໍ່ສາມາດຖືກດໍາເນີນຄະດີ ເພື່ອໃຫ້ມີສ່ວນການໃນການເປັນສັດຕູ ຫຼືເພື່ອໃຫ້ມີຄວາມຮັບຜິດຊອບທາງກົດໝາຍ ໃນລະຫວ່າງຄວາມຂັດແຍ້ງທາງອາວຸດ, ເຊິ່ງທ່ານນາງ ຊາມດາຊານີ ກ່າວວ່າ:

“ບໍ່ມີການຕັດສິນ ຫຼືລົງໂທດຕໍ່ພວກເຂົາເຈົ້າ ຍົກເວັ້ນແຕ່ວ່າ ຈະຖືກດໍາເນີນການໂດຍສານທີ່ສ້າງຕັ້ງຂຶ້ນມາຢ່າງເປັນທໍາ ແລະເປັນ​ປົກ​ກະ​ຕິ. ພວກເຮົາຍັງຈື່ກ່ຽວກັບກົດໝາຍມະນຸດສະທໍາລະຫວ່າງປະເທດ ທີ່ສັ່ງຫ້າມບໍ່ໃຫ້ມີການສ້າງຕັ້ງສານຂຶ້ນມາ ເພື່ອຕັດສິນຊະ​ເລີຍ​ເສີພຽງຢ່າງດຽວແລະມີເຈດຕະນາໃນການຂັດຂວາງ ບໍ່​ໃຫ້​ຊະ​ເລີຍ​ເສີກມີ​ສິດ​ໄດ້​ຮັບ​ການ​ດຳ​ເນີນ​ຄະ​ດີ ຢ່າງເປັນທໍາ​ແລະ​ປົກ​ກ​ກະ​ຕິນັ້ນ ແມ່ນ​ເທົ່າ​ກັນ​ກັບ​ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ.”

ທ່ານນາງຊາມດາຊານີ ເອີ້ນ​ການ​ປະ​ຕິ​ເສດ​ຂອງເຈົ້າໜ້າທີ່ຣັດເຊຍ ຕໍ່ການຂໍອະ ນຸຍາດເຂົ້າໄປກວດກາເບິ່ງ​ຊະ​ເລີຍ​ເສິກຂອງໜ່ວຍງານອິດສະຫຼະ ແມ່ນ​ເປັນ​ທີ່ກັງວົນຫຼາຍ. ທ່ານນາງກ່າວວ່າ ມັນ​ຈະປ່ອຍໃຫ້ຊະເລີຍເສິກ ​ໄດ້​ຮັບ​ການທໍລະ ມານ ເພື່ອບີບເອົາຄໍາສາລະພາບຈາກພວກເຂົາ.

ທ່ານນາງຊາມດາຊານີ ກ່າວວ່າ:

“ແລະ, ແນ່ນອນ, ພວກເຮົາມີຄວາມກັງວົນຫຼາຍວ່າ ຮູບພາບ ແລະວີດີໂອເຫຼົ່ານີ້ ທີ່ເກີດຂຶ້ນມາຈາກຄອກ ທີ່ສ້າງຂຶ້ນຢູ່ໃນໂຮງດົນຕຣີຂອງເມືອງມາຣີອູໂປລ ເພື່ອເປີດເຜີຍໃຫ້ເຫັນຊະ​ເລີຍ​ເສິກເຫຼົ່ານີ້, ເຊິ່ງແນ່ນອນ, ມັນເປັນຕາອັບອາຍເຊັ່ນດຽວກັນ.”

ທ່ານນາງກ່າວວ່າ ການກໍ່ສ້າງຄອກດັ່ງກ່າວເຫຼົ່ານັ້ນ, ຄຽງຄູ່ກັບຖະແຫຼງການຕໍ່ສາທາລະນະ ໂດຍເຈົ້າໜ້າທີ່ຂັ້ນສູງຂອງຣັດເຊຍ ແລະສະມາຊິກຂອງກຸ່ມພັນ ທະມິດຕິດອາວຸດ ກໍເຮັດໃຫ້ເກີດຄວາມກັງວົນເຊັ່ນດຽວກັນ. ທ່ານນາງກ່າວວ່າ ຖະແຫຼງການດັ່ງກ່າວຖືກໝາຍດ້ວຍຫົວຂໍ້ວ່າ ຊະເລີຍເສິກຊາວຢູເຄຣນ ແມ່ນອາຊະຍາກໍາສົງຄາມ, ພວກນາຊີ, ແລະຜູ້ກໍ່ການຮ້າຍ ​ຊຶ່ງ​ເປັນ​ການ​ບ່ອນທໍາລາຍ ຕໍ່​ຂໍ້​ສັນ​ນິດ​ຖານຂອງຄວາມບໍລິສຸດ ກ່ອນການເລີ້ມຕົ້ນພິຈາລະນາຄະດີ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG