ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນາຍົກຣັດເຊຍ ສັນ​ລະ​ເສີນ ການ​ພົວ​ພັນ​ ລະ​ຫວ່າງ​ປະ​ເທດ​ ຂອງທ່ານ ​ກັບ​ຈີນ


ນາຍົກລັດຖະມົນຕີຣັດເຊຍ, ທ່ານ ມິ​ແຄ​ລ ມິ​ຊຸ​ສ​ຕິນ (ຊ້າຍ) ກຳ​ລັງ​ຢ້ຽ​ມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ Tsinghua ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 24 ພຶດ​ສະ​ພາ, 2023 (ພາບ​ຈາກ​ແຫລ່ງ​ພາບ​ຂອງ​ລັດ​ຖະ​ບານ)
ນາຍົກລັດຖະມົນຕີຣັດເຊຍ, ທ່ານ ມິ​ແຄ​ລ ມິ​ຊຸ​ສ​ຕິນ (ຊ້າຍ) ກຳ​ລັງ​ຢ້ຽ​ມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ Tsinghua ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 24 ພຶດ​ສະ​ພາ, 2023 (ພາບ​ຈາກ​ແຫລ່ງ​ພາບ​ຂອງ​ລັດ​ຖະ​ບານ)

ນາ​ຍົກ​ລັດ​ຖະ​ມົນ​ຕີຣັດ​ເຊຍ, ທ່ານມິ​ແຄ​ລ ມິ​ຊຸ​ສ​ຕິນ (Mikhail Mishustin) ​ຂະ​ນະທີ່​ຢ້ຽມ​ຢາມຢູ່​ນັ້ນ ໄດ້​ຊົມ​ເຊີຍ​ການ​ພົວ​ພັນ​ຂອງ​ປະ​ເທດທ່ານ​ກັບ​ຈີນ ໂດຍ​ກ່າວ​ວ່າ ​ການ​ພົວ​ພັນ "ແມ່ນ​ຢູ່​ໃນ​ລະ​ດັບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ."

ທ່ານມິ​ຊຸ​ສ​ຕິນ ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ເວ​ລາ​ທີ່​ພົບ​ປະ​ໃນ​ວັນ​ພຸດ​ວານນີ້ ທີ່​ນະຄອນປັກ​ກິ່ງ ກັບ​ນາຍົກລັດຖະມົນຕີຈີນ, ທ່ານ​ຫລີ ຈຽງ (Li Qiang). ທ່ານ ມິ​ຊຸ​ສ​ຕິນ ຍັງ​ໄດ້​ພົບ​ປະ​ກັບ​ປະ​ທາ​ນ​ປະ​ເທດ ສີ ຈິ້ນ​ຜິງ​ອີກ ແລະ​ມີລາຍ​ງານ​ວ່າ ທ່ານສີ ສະ​ເໜີ​ໃຫ້ການ​ສະ​ໜັບ​ສະ​ໜູນຂອງ​ປັກ​ກິ່ງ​ຕໍ່ “ຜົນ​ປະ​ໂຫຍດ​ຫຼັກ​ຂອງມົ​ສ​ກູ.”

ທ່ານມິ​ຊຸ​ສ​ຕິນກ່າວ​ວ່າ ການ​ພົວພັນ​ຂອງ​ສອງ​ປະ​ເທດ​ແມ່ນ "ມີ​ລັກ​ສະ​ນະ​ທີ່​ໃຫ້ ຄວາມ​ເຄົາລົບຕໍ່ຜົນ​ປະ​ໂຫຍ​ດຂອງ​ກັນແລະກັນ​, ຄວາມ​ປາຖະໜາ​ທີ່​ຈະ​ຮ່ວມ​ກັນ​ຕອບ​ໂຕ້​ຕໍ່​ການ​ທ້າ​ທາຍ ​ເຊິ່ງກ່ຽວ​ພັນ​ກັບ​ຄວາມ​ວຸ້ນວາຍ ​ທີ່​ເພີ່ມ​ຂຶ້ນ​ໃນ​ເວທີ​ສາກົນ ​ແລະ ຮູບ​ແບບ​ການ​ກົດ​ດັນ ​ຈາກ​ກຸ່ມປະ​ເທດຕາ​ເວັນ​ຕົກ." ອີງຕາມອົງ​ການ​ຂ່າວເອ​ພີ​ແລ້ວ, ທ່ານມິ​ຊຸ​ສ​ຕິນບໍ່​ໄດ້​ກ່າວ​ເຖິງ​ສົງຄາມ​ຂອງຣັດ​ເຊຍ​ໃນ​ຢູ​ເຄຣນ ເລີຍ.

ທ່ານມິ​ຊຸ​ສ​ຕິນ ​ແລະທ່ານ​ຫລີ ​ໄດ້​ເຊັນ​ສັນຍາ​ຫຼາຍ​ສະບັບ​ທີ່​ກ່ຽວ​ຂ້ອງກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ສິ​ກຳ​ຂອງຣັດ​ເຊຍ​ໄປ​ຈີນ, ​ແລະ​ກິລາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG