ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນລົບ ຣັດເຊຍ ບິນເຂົ້າມາໃກ້ ເຮືອບິນ ສຫລ ບໍ່​ເທົ່າ​ໃດ​ແມັດ​ ຢູ່​​​ເໜືອ ທະ​ເລ​ບາ​ລຕິກ


ໃນຮູບພາບ ທີ່ບໍ່ລະບຸວັນເວລາ ສະໜອງໂດຍ ກອງທັບ ສະຫະລັດ ສະແດງໃຫ້ເຫັນ ເຮືອບິນ​ສອດ​ແນມ RC-135 ຂອງ ສະຫະລັດ .
ໃນຮູບພາບ ທີ່ບໍ່ລະບຸວັນເວລາ ສະໜອງໂດຍ ກອງທັບ ສະຫະລັດ ສະແດງໃຫ້ເຫັນ ເຮືອບິນ​ສອດ​ແນມ RC-135 ຂອງ ສະຫະລັດ .

ເຮືອບິນ​ລົບ​ທີ່​ຕິດ​ອາວຸດ​ຂອງຣັດ​ເຊຍ​ລຳ​ນຶ່ງ ​ໄດ້​ບິນ​ເຂົ້າມາ​ໃກ້ໆ ຫ່າງ​ຈາກ​ເຮືອບິນ​
ສະຫະລັດ ທີ່​ກຳລັງ​ບິນ​ຢູ່​ເໜືອທະ​ເລ​ບາ​ລຕິກ ບໍ່ພໍ​ເທົ່າ​ໃດ​ແມັດ ອີີງ​ຕາມ​ການ​ເປີ​ດ​
ເຜີຍ​ຂອງ​ເຈົ້າໜ້າ​ທີ່​ທ່ານ​ນຶ່ງ ຕໍ່​ວີ​ໂອ​ເອ​ ໃນ​ວັນ​ອັງຄານ​ວານ​ນີ້.

ທຳນຽບຫ້າ​ແຈ ກ່າວ​ວ່າ ​ເຮືອບິນ​ສອດ​ແນມ RC-15 ລຳ​ນຶ່ງ ຂອງ​ອາ​ເມຣິກັນ ໄດ້​ຖືກ​
ສະກັດ​ກັ້ນ​ແບບ​ບໍ່​ເປັນ​ມື​ອາຊີບ ​ໂດຍ​ເຮືອບິນ​ລົບ SU-27 ຂອງຣັດ​ເຊຍຢູ່​ໃນ​ເຂດ​
ນ່ານຟ້າ​ສາກົນ ​ໃນ​ວັນ​ຈັນແລ້ວ.

ພັນ​ໂທ Michelle Baldanza ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​
ອັງຄານ​ວານ​ນີ້ວ່າ “ຍ້ອນ​ຄວາມ​ໄວ​ສູງ​ໃນ​ການບິນ​ເຂົ້າມາ​ໃກ້ໆ ​ແລະ​ການຄວບ​ຄຸມ​
ເຮືອບິນ​ທີ່​ບໍ່​ດີ ​ໃນ​ລະຫວ່າງ​ການບິນ​ເຂົ້າມາ ສະ​ກັດ​ກັ້ນນັ້ນ ການ​ກະທຳ ດັ່ງກ່າວ
ຈຶ່ງ​ຖື​ວ່າ​ບໍ່​ປອດ​ໄພ.”

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ການ​ກະທຳ​ຂອງ​ເຮືອບິນຣັດ​ເຊຍ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ອາດ
​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ແລະ​ພາ​ໃຫ້​ມີ​ການ​ບາດ​ເຈັບ​ຢ່າງ​ຮ້າຍ​ແຮງ ຕໍ່​ພະນັກ​ງານ ​
ເຮືອບິນ​ທີ່​ມີ​ສ່ວນ​ກ່ຽວຂ້ອງ.

​ເຈົ້າໜ້າ​ທີ່​ທຳນຽບຫ້າ​ແຈ​ໄດ້​ກ່າວ​ຢ້ຳວ່າ ​ເຮືອບິນ​ສອດ​ແນມ​ຂອງ​ອາ​ເມຣິກັນ ບໍ່​ໄດ້
​ເຮັດ​ຫຍັງ ​ທີ່​ເປັນ​ການ​ທ້າ​ທາຍ ​ທີ່​ພາ​ໃຫ້​ເຮືອບິນ​ລົບຣັດ​ເຊຍ​ເຮັດ​ແບບ​ນັ້ນ.

ພັນ​ໂທ Baldanza ກ່າວ​ວ່າ “ກອງທັບຣັດ​ເຊຍ ​ມີ​ສິດ​ທີ່​ຈະ​ບິນ​ເຂົ້າມາ​ໃກ້ ​ໃນ​ເຂດ
ນ່ານຟ້າ​ສາກົນ ​ແຕ່​ພວກ​ເຂົາ​ຕ້ອງ​ເຄົາລົບ ມາດຕະຖານ​ຂອງ​ນາໆ​ຊາດ​ທີ່​ໄດ້​
ຕັ້ງ​ໄວ້ ​ເພື່ອຄ້ຳປະກັນ​ຄວາມ​ປອດ​ໄພ ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ຮ້າຍ​.”

​ເຈົ້າໜ້າ​ທີ່​ກ່າວ​ວ່າ ການບິນ​ເຂົ້າມາ​ໃກ້ ​ແມ່ນ​ມີ​ຂຶ້ນ​ເປັນ​ປະຈຳ ​ໃນ​ໝູ່​ພວກ​ເຮືອບິນ​
ທະຫານ​ທີ່​ກຳລັງປະຕິບັດ​ງານ​ຢູ່​ໃນ​ເຂດ​ນ່ານຟ້າ​ສາກົນ. ​ແຕ່​ການບິນ​ເຂົ້າມາ​ໃກ້
​ເຮືອບິນ​ທະຫານ ອາ​ເມຣິກັນ​ສ່ວນ​ໃຫຍ່ ​ແມ່ນ​ກະທຳ​ກັນ​ໃນ​ວິທີ​ທີ່​ປອດ​ໄພ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG