ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ ຣັດເຊຍ ດໍາເນີນການເພື່ອຍົກເລີກການ​ໃຫ້ສັດຕະຍາບັນ ກ່ຽວກັບ ການຫ້າມທົດລອງລະ​ເບີດນິວເຄລຍໃນທົ່ວໂລກ


ໃນຮູບທີ່ໄດ້ຮັບການເປີດເຜີຍໂດບລັດ ດູມາ ນີ້, ສະມາຊິກສະພາຣັດເຊຍ ເຂົ້າຮ່ວມກອງປະຊຸມຢູ່ລັດດູມາ, ເຊິ່ງເປັນສະພາຕໍ່າຂອງ ຣັດເຊຍ ໃນນະຄອນຫຼວງມົສກູ, ວັນທີ 17 ຕຸລາ 2023.
ໃນຮູບທີ່ໄດ້ຮັບການເປີດເຜີຍໂດບລັດ ດູມາ ນີ້, ສະມາຊິກສະພາຣັດເຊຍ ເຂົ້າຮ່ວມກອງປະຊຸມຢູ່ລັດດູມາ, ເຊິ່ງເປັນສະພາຕໍ່າຂອງ ຣັດເຊຍ ໃນນະຄອນຫຼວງມົສກູ, ວັນທີ 17 ຕຸລາ 2023.

ສະ​ພາ​ຕ່ຳ​ຂອງ ຣັດ​ເຊຍ ໄດ້​ໃຫ້​ການ​ອະ​ນຸ​ມັດ​ເບື້ອງ​ຕົ້ນ​ຕໍ່​ຮ່າງ​ກົດ​ໝາຍ​ຍົກ​ເລີກ​ການໃຫ້ສັດຕະຍາບັນ​ການ​ຫ້າມ​ທົດ​ລອງ​ນິວ​ເຄລຍໃນ​ທົ່ວ​ໂລກ, ອີງຕາມລາຍ ງານຂອງອົງການຂ່າວ AP.

ລັດດູມາ (Duma) ໄດ້ລົງຄະແນນສຽງເປັນເອກະສັນກັນໃນວັນອັງຄານວານນີ້ ເພື່ອຍົກເລີກການໃຫ້ສັດຕະຍາບັນຂອງສົນທິສັນຍາຫ້າມການທົດລອງລະ​ເບີດ ນິວເຄລຍຮອບ​ດ້ານ ເຊິ່ງເອີ້ນວ່າ CTBT, ໃນສາມຄັ້ງທໍາອິດທີ່ຕ້ອງໄດ້ອ່ານ. ການ​ລົງ​ຄະ​ແນນ​ຄັ້ງສຽງ​ສຸດ​ທ້າຍ​ແມ່ນ​ມີ​ກຳ​ນົດ​ຈັດ​ຂຶ້ນໃນ​ທ້າຍ​ອາ​ທິດ​ນີ້.

ການເຄື່ອນໄຫວດັ່ງກ່າວໄດ້​ມີ​ຂຶ້​ນ​ລຸນຫຼັງຖະແຫຼງການຂອງປະທານາທິບໍດີ ຣັດເຊຍ ທ່ານວະລາດີເມຍ ປູຕິນ, ຜູ້ທີ່ໄດ້ເຕືອນໃນຕົ້ນເດືອນນີ້ວ່າ ມົສກູ ສາມາດຍົກເລີກການຕັດສິນໃຈປີ 2000 ຂອງຕົນ ໃນການໃຫ້ສັດຕະຍາບັນຕໍ່ ຮ່າງກົດໝາຍເພື່ອ "ສະທ້ອນ" ຈຸດຢືນທີ່ຮັບຮູ້ໂດຍ ສະຫະລັດ, ເຊິ່ງໄດ້ລົງນາມ ແຕ່ບໍ່ໄດ້ໃຫ້ສັດຕະຍາບັນຕໍ່ການຫ້າມການທົດລອງດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG