ທີ່ຣັດເຊຍ ຫຼາຍໝື່ນຄົນໄດ້ພາກັນເດີນຂະບວນ ຢູ່ໃຈກາງ
ນະຄອນຫລວງມົສກູ ໃນວັນອາທິດວານນີ້ ເພື່ອໄວ້ອາໄລ
ແກ່ຜູ້ນຳຝ່າຍຄ້ານ ທ່ານ Boris Nemtsov ທີ່ໄດ້ຖືກສັງຫານ.
ພວກເດີນຂະບວນທີ່ໂສກເສົ້າ ຫຼາຍໆຄົນຖືທຸງຊາດຣັດເຊຍ
ແລະ ປ້າຍທີ່ມີຄຳເວົ້າວ່າ “I am not afraid ຫຼື ຂ້າພະເຈົ້າ
ບໍ່ຢ້ານ” ໃນການລະນຶກເຖິງນັກການເມືອງເຈນເວທີ ຫົວເສລີ
ນິຍົມ ແລະເປັນຜູ້ວິພາກວິຈານ ປະທານາທິບໍດີ Vladimir
Putin ຢ່າງບໍ່ຈົ່ງ. ບັນດາຜູ້ຈັດແຈງການເດີນຂະບວນ ກ່າວວ່າ
ມີ 70,000ຄົນ ເຂົ້າຮ່ວມການເດີນຂະບວນ ໃນຂະນະທີ່ ຕຳ
ຫລວດມົສກູ ກ່າວວ່າ ຝຸງຊົນແມ່ນໜ້ອຍກວ່ານັ້ນ ຄືມີປະມານ
21,000 ຄົນ.
ພວກເດີນຂະບວນບາງຄົນ ທັງໜຸ່ມແລະແກ່ ພາກັນຖືຮູບພາບ ຂອງ ທ່ານ Nemtsov ໄວ
55 ປີ ທີ່ຖືກຍິງຕາຍ ໃນຕອນຄ່ຳວັນສຸກຜ່ານມາ ຢູ່ທີ່ຂົວແຫ່ງນຶ່ງໃກ້ໆກັບວັງ Kremlin
ໃນຂະນະທີ່ທ່ານກຳລັງຍ່າງກັບຄືນເມືອເຮືອນ ຈາກຮ້ານອາຫານ.
ອະດີດນາຍົກລັດຖະມົນຕີຣັດເຊຍ ທ່ານ Mikhail Kasyanov ຊຶ່ງເປັນຜູ້ວິຈານທ່ານ
Putin ຢ່າງແຂງຂັນເຊັ່ນກັນ ກ່າວວ່າ ທ່ານຄິດວ່າ ການສັງຫານນັ້ນ ຈະພິສູດໃຫ້ເຫັນວ່າ
ເປັນເຫດການ ທີ່ສຳຄັນໃນປະຫວັດສາດຂອງຣັດເຊຍ.
ທ່ານ Kasyanov ເວົ້າວ່າ “ຂ້າພະເຈົ້າເຂົ້າໃຈດີ ແລະ ເຊື່ອວ່າ ໂສກນາດຕະກຳນີ້
ຊຶ່ງເກີດຂຶ້ນເມື່ອສອງມື້ກ່ອນ ແມ່ນເປັນຈຸດຫັນປ່ຽນສຳຫລັບປະຫວັດສາດທັງໝົດ
ຂອງຣັດເຊຍໃໝ່ ຢ່າງແນ່ນອນ ເປັນຈຸດຫັນ ປ່ຽນຍ້ອນເຫດຜົນອັນງ່າຍໆ ທີ່ວ່າ
ພວກພົນລະເມືອງ ຜູ້ທີ່ກ່ອນໜ້ານີ້ ຄິດວ່າພວກເຂົາສາມາດນັ່ງມິດຢູ່ເສີຍໄດ້ ໃນ
ເຮືອນຄົວຂອງພວກເຂົາເຈົ້ານັ້ນ ແລະພຽງແຕ່ໂອ້ລົມກັນກ່ຽວກັບບັນຫາຕ່າງໆ
ພາຍໃນຄອບຄົວ ເທົ່ານັ້ນ ບັດນີ້ພວກເຂົາເຈົ້າຈະເລີ້ມໄຕ່ຕອງຄືນທຸກສິ່ງທຸກຢ່າງ
ທີ່ເກີດຂຶ້ນ ຢູ່ໃນປະເທດຂອງພວກເຂົາເຈົ້າ.”
ບັນດາເຈົ້າໜ້າທີ່ຣັດເຊຍ ຊຶ່ງປົກກະຕິແລ້ວ ແມ່ນຊັກຊ້າໃນການອະນຸມັດ ໃຫ້ມີການໂຮມ
ຊຸມນຸມຢ່າງໃຫຍ່ ຂອງຝ່າຍຄ້ານນັ້ນ ໄດ້ອະນຸຍາດໃຫ້ມີການຍ່າງໄວ້ອາໄລ ໃນວັນອາທິດ
ວານນີ້ໂດຍໄວ.
ທ່ານ Nemtsov ໄດ້ມີໝາຍກຳນົດ ຈະເປັນຜູ້ນຳພາໃນການໂຮມຊຸມນຸມ ຕໍ່ຕ້ານສົງຄາມ
ແລະ ຕໍ່ຕ້ານທ່ານພູຕິນ ຢູ່ທີ່ນະຄອນຫຼວງມົສກູ ໃນວັນອາທິດວານນີ້. ແຕ່ກົງກັນຂ້າມ ໄດ້
ກາຍມາເປັນການວາງແຜນເພື່ອໄວ້ອາໄລແດ່ຊາຍຄົນນີ້ ຜູ້ທີ່ປະທານນາທິບໍດີ ບາຣັກ
ໂອບາມາແຫ່ງສະຫະລັດເອີ້ນວ່າ “ເປັນຜູ້ສະໜັບສະໜຸນທີ່ບໍ່ອິດເມື່ອຍ” ຕໍ່ສິດທິຂອງ
ປະຊາຊົນຣັດເຊຍ.
ຕຳຫຼວດກຳລັງພາກັນຕາມລ່າໂຕພວກມືປືນ ທີ່ໄດ້ຍິງທ່ານ Nemtsov 4 ນັດຈາກລົດ
ຄັນນຶ່ງ ໃນຂະນະທີ່ທ່ານ Nemtsov ແລະເພື່ອນຍິງ ຄົນນຶ່ງ ກຳລັງຍ່າງຂ້າມຂົວແມ່ນ້ຳ
ມົສກູ. ເພື່ອນຍິງຂອງທ່ານບໍ່ໄດ້ຮັບບາດເຈັບ.