ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພິທີໄວ້ອາໄລ ໃຫ້ທ່ານ Nemtsov ຜູ້ນຳຝ່າຍຄ້ານ ຂອງ ຣັດເຊຍ


ໃນ​ວັນ​ອັງຄານ​ມື້​ນີ້ ບັນດາ​ຜູ້​ໄວ້ອາ​ໄລ​ພາກັນໄປຢ້ຽມ​ຄຳນັບ
​ສົບ​ຂອງຜູ້ນຳ​ຝ່າຍ​ຄ້ານຣັດເຊຍ ທ່ານ Boris Nemtsov ຜູ້
ຕິຕຽນ​ມົສກູ​ຢ່າງແຮງ ​ຊຶ່ງໄດ້ຖືກ​ຍິງ​ຕາຍ ພຽງ​ບໍ່​ເທົ່າ​ໃດ​ກ້າວ​
ຫ່າງຈາກ​ວັງ Kremlin ໃນອາທິດ​ແລ້ວ​ນີ້.

ບັນດາ​ໝູ່​ເພື່ອນ ​ແລະ​ຄອບ​ຄົວ​ພາກັນຖື​ດ​ອກ​ໄມ້​ສີ​ແດງ ຍ່າ​ງ
ຊ້າໆຜ່ານໂລງທີ່​ເປີດຂອງທ່ານ Nemtsov ອາຍຸ 55 ປີ ຊຶ່ງ
ສົບ​ຂອງ​ທ່ານ​ໄດ້ຖືກນຳໄປ​ດອຍໄວ້​ຢູ່ ສູນ​ກາງສິດທິມະນຸດ
Andrei Sakharov ທີ່ນະຄອນຫລວງມົສກູ.

ຮອງ​ນາຍົກລັດຖະມົນຕີ Arkady Dvorkovich ແມ່ນ​ຮວມຢູ່​
ໃນ​ບັນດາ​ຜູ້ຕາງ ໜ້າຣັດ​ເຊຍ ທີ່ໄປຮ່ວມ​ພິທີ ໃນຄັ້ງນີ້. ​ເອກ​ອັກຄະ​ລັດຖະທູດສະຫະລັດ
ທ່ານ John Teff ກໍໄດ້ໄປຮ່ວມພິທີດັ່ງດຽວກັນກັບ ອະດີດ​ນາຍົກລັດຖະທົນ​ຕີ​ອັງກິດ ທ່ານ John Major.

Russia Nemtsov 4
please wait
Embed

No media source currently available

0:00 0:02:07 0:00

ທ່ານ John Major ກ່າວ​ວ່າ “ທ່ານ​ Nemtsov ​ແມ່ນເປັນສັນຍາລັກ ຂອງ ການປົກຄອງ
ດ້ວຍ​ຕົວ​ບົດ​ກົດໝາຍ. ທ່ານ​ເປັນສັນຍາລັກຂອງສິດເສລີີພາບໃນ ການປາກເວົ້າ. ທ່ານ
ເປັນສັນຍາລັກ ຂອງອິດສະຫຼະພາບ. ​ແລະ​ສິ່ງ​ທີ່​ທ່ານ​ໄດ້​ຄັດຄ້ານກໍແມ່ນມີຄວາມ​ສຳຄັນ​
ຫຼາຍຄືກັນ ເຊັ່ນວ່າ ການຮຸກຮານ ການ​ກົດຂີ່ ​ແລະ​ການ​ສໍ້​ລາດ​ບັງ​ຫລວງ.”

ສົບ​ຂອງ​ທ່ານ Nemtsov ຈະ​ຖືກ​ນຳ​ໄປ​ຝັງ​ ໃນ​ວັນ​ອັງຄານ​ມື້​ນີ້ ທີ່ສຸສານ Troekuro-
vskoye ໃນນະຄອນ​ມົສກູ.

ອ​ະດີດ​ຮອງ​ນາຍົກລັດຖະມົນຕີຣັດເຊຍທ່ານນີ້ ​ໄດ້​ຖືກ​ຍິງຈາກທາງ​ຫລັງ​ສີ່​ລູກ ​ໂດຍ​ພວກ
ໂຈມຕີ​ທີ່​ບໍ່​ຊາບຝ່າຍ ​ໃນ​ວັນ​ສຸກແລ້ວ ​ໃນ​ຂະນະ​ທີ່​ທ່ານ​ຍ່າງ​ຂ້າມ​ຂົວ​ກັບ​ເພື່ອນ​ຜູ້​ຍິງ​ຄົນ​ນຶ່ງ.

ປະທານາທິບໍດີ Vladimir Putin ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່ຈະທຳການສືບສວນ​ຢ່າງ​ເຕັມທີ່ ກ່ຽວ​ກັບ​ການ​ສັງ​ຫານ​ທີ່​ໄດ້ສ້າງຄວາມຕື່ນຕົກໃຈດັ່ງກ່າວ ຊຶ່ງ​ບັນດາ​ນັກ​ເຄື່ອນ​ໄຫວ​ຫຼາຍໆ​
ຄົນ​ກ່າວ​ວ່າ ​ເປັນ​ການ​ແກ້​ແຄ້ນ​ຕໍ່ການທີ່​ທ່ານ Nemtsov ໄດ້​ຕິ​ຕຽນ​ມົສກູ.

Supporters of Slain Putin Critic Hold Memorial March in Moscow
please wait

No media source currently available

0:00 0:03:05 0:00

XS
SM
MD
LG