ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຝ່າຍຄ້ານ ຣັດເຊຍ ເຂົ້າໂຮງໝໍ ຫຼັງຈາກມີການສົງໄສວ່າ ຖືກວາງຢາພິດ


ຮູບນີ້ຖ່າຍໃນວັນທີ 29 ມີນາ, 2020, ນັກເຄື່ອນໄຫວຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ, ກາງຊ້າຍ, ແລະ ພັນລະຍາ ທ່ານນາງ ຢູເລຍ ເຂົ້າຮ່ວມໃນການເດີນຂະບວນ ເພື່ອລະນຶກເຖິງຜູ້ນຳຝ່າຍຄ້ານ ທ່ານ ບໍຣິສ ເນັມຊອຟ, ທີ່ນະຄອນຫຼວງ ມົສກູ, ຣັດເຊຍ.
ຮູບນີ້ຖ່າຍໃນວັນທີ 29 ມີນາ, 2020, ນັກເຄື່ອນໄຫວຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ, ກາງຊ້າຍ, ແລະ ພັນລະຍາ ທ່ານນາງ ຢູເລຍ ເຂົ້າຮ່ວມໃນການເດີນຂະບວນ ເພື່ອລະນຶກເຖິງຜູ້ນຳຝ່າຍຄ້ານ ທ່ານ ບໍຣິສ ເນັມຊອຟ, ທີ່ນະຄອນຫຼວງ ມົສກູ, ຣັດເຊຍ.

ຜູ້ນຳຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ ແມ່ນມີອາການສາຫັດຢູ່ທີ່ໂຮງໝໍ ໄຊບີເຣຍ ຫຼັງຈາກຮູ້ສຶກບໍ່ສະບາຍຢູ່ເທິງເຮືອບິນລຳນຶ່ງ ຍ້ອນສິ່ງທີ່ໂຄສົກຍິງຂອງທ່ານໄດ້ກ່າວວ່າ ປາກົດວ່າຈະເປັນການຕັ້ງໃຈວາງຢາພິດ.

ທ່ານ ນາວາລນີ, ອາຍຸ 44 ປີ, ປັດຈຸບັນນີ້ແມ່ນໄດ້ຮັບການປິ່ນປົວຢູ່ຕຶກການແພດໃນເມືອງ ອອມສ໌ ບ່ອນທີ່ບັນດາແພດໝໍໄດ້ໃສ່ຢາສະຫຼົບໃຫ້ລາວ ແລະ ເຊື່ອມຕໍ່ລາວໃສ່ກັບເຄື່ອງຊ່ວຍຫາຍໃຈ.

ລາວໄດ້ເດີນທາງໃນຖ້ຽວບິນນຶ່ງເພື່ອກັບບ້ານຢູ່ ມົສກູ ເວລາທີ່ລາວບໍ່ສະບາຍ, ຈົນໄດ້ບັງຄັບໃຫ້ເຮືອບິນລົງຈອດສຸກເສີນ. ຜູ້ໂດຍສານຄົນນຶ່ງໄດ້ເອົາວິດີໂອລົງໃນ Telegram ເຊິ່ງສາມາດໄດ້ຍິນສຽງໄຫ້ຈາກພາຍໃນຫ້ອງນໍ້າຂອງເຮືອບິນ.

ໂຄສົກຂອງທ່ານ ນາວາລນີ, ທ່ານນາງ ຄີຣາ ຢາມິຊ໌ ໄດ້ກ່າວໃນທວິດເຕີວ່າ ຜູ້ນຳຝ່າຍຄ້ານຄົນດັ່ງກ່າວໄດ້ດື່ມນໍ້າຊາດຳ ກ່ອນທີ່ຈະຈົ່ມວ່າລາວຮູ້ສຶກບໍ່ສະບາຍຢູ່ໃນເຮືອບິນ.

ທ່ານນາງ ຢາມິຊ໌ ໄດ້ກ່າວໃນສື່ສັງຄົມວ່າ “ມັນແມ່ນພຽງສິ່ງດຽວທີ່ລາວໄດ້ດື່ມໃນຕອນເຊົ້າ. ບັນດາແພດໝໍເວົ້າວ່າ ຢາພິດຈະຊາບຊຶມເຂົ້າຮ່າງກາຍໄວກວ່າ ຜ່ານນໍ້າທີ່ຮ້ອນ.”

ທ້າວ ພາແວລ ເລເບເດຟ ຜູ້ໂດຍສານໄດ້ເຜີຍແຜ່ຮູບຈາກຮ້ານກິນດື່ມຢູ່ສະໜາມບິນກ່ອນຖ້ຽວບິນນັ້ນ ທີ່ສະແດງໃຫ້ເຫັນທ່ານ ນາວາລນີ ຢູ່ໃນຮ້ານກິນດື່ມທີ່ປາກົດວ່າຈະເປັນຈອກຊາ. ສາຍການບິນ S7 ທີ່ທ່ານ ນາວາລນີ ໃຊ້ບໍລິການນັ້ນໄດ້ກ່າວວ່າເຂົາເຈົ້າບໍ່ໄດ້ເສີບອາຫານ ຫຼື ເຄື່ອງດື່ມ.

ໃນການກ່າວຕໍ່ບັນດານັກຂ່າວ, ຮອງຫົວໜ້າແພດໝໍຂອງໂຮງໝໍເລກ 1 ໃນ ເມືອງ ອອມສ໌, ດຣ. ອານາຕາລີ ຄາລີນິເຊັນໂກ ໄດ້ແນະນຳວ່າ ອາການ ຂອງທ່ານ ນາວາລນີ ໃນຈຸດໃດຈຸດນຶ່ງ ໄດ້ຄົງຕົວແຕ່ຍັງຄົງສາຫັດຢູ່.

ດຣ. ອານາຕາລີ ໄດ້ກ່າວວ່າ “ການປິ່ນປົວຂອງທ່ານແມ່ນກຳລັງດຳເນີນໄປຢູ່. ບັນດາແພດໝໍ ແມ່ນບໍ່ສາມາດເຮັດທຸກຢ່າງໄດ້ຢ່າງງ່າຍດາຍ. ບັນດາແພດໝໍ ແມ່ນກຳລັງເຮັດວຽກຢ່າງຈິງຈັງ ເພື່ອຊ່ວຍຊີວິດຂອງລາວໄວ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG