ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳຝ່າຍຄ້ານ ຣັດເຊຍ ຖືກຈັບ ໃນນະຄອນຫຼວງ ມົສກູ


ຜູ້ນຳຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ, ກາງ, ໄປຮອດສານ ຫຼັງຈາກການຈັບກຸມທ່ານທີ່ນະຄອນຫຼວງ ມົສກູ, ຣັດເຊຍ. 11 ພຶດສະພາ, 2018.
ຜູ້ນຳຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ, ກາງ, ໄປຮອດສານ ຫຼັງຈາກການຈັບກຸມທ່ານທີ່ນະຄອນຫຼວງ ມົສກູ, ຣັດເຊຍ. 11 ພຶດສະພາ, 2018.

ຜູ້ນຳຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ ໄດ້ຖືກຄວບຄຸມຕົວໄວ້ ໃນນະຄອນ
ຫຼວງ ມົສກູ, ພຽງສອງເດືອນຫຼັງຈາກການປ່ອຍຕົວທ່ານ ສຳລັບການຈັດການປະທ້ວງຕໍ່
ຕ້ານລັດຖະບານຂອງປະທານາທິ ບໍດີ ວລາດິເມຍ ປູຕິນ.

ໂຄສົກຍິງສຳລັບທ່ານ ນາວາລນີ ໄດ້ກ່າວໃນວັນເສົາວານນີ້ວ່າ ເຫດ ຜົນສຳລັບການຈັບ
ທ່ານ ແມ່ນບໍ່ຊັດເຈນ ແລະ ທ່ານກຳລັງຖືກຄວບຄຸມຕົວ ຢູ່ກົມຕຳຫຼວດ ດານີລັອຟສກີ.

ທ່ານ ນາວາລນີ ໄດ້ຂຽນຂໍ້ຄວາມໃນບັນທຶກຂອງທ່ານໃນວັນເສົາວານນີ້ວ່າ ການປະທ້ວງ
ຕໍ່ຕ້ານລັດຖະບານທ່ານ ປູຕິນ ຈະຖືກຈັດຂຶ້ນໃນວັນທີ 9 ກັນຍາ ໃນນະຄອນຫຼວງ ມົສກູ
ແລະ “ເມືອງອື່ນໆເກືອບນຶ່ງຮ້ອຍເມືອງ.” ການປະທ້ວງ ແມ່ນເພື່ອຕໍ່ຕ້ານແຜນການຂອງ
ທ່ານ ປູຕິນ ທີ່ຈະປະຕິຮູບ ກ່ຽວກັບ ເງິນບຳນານ.

ວັນທີ 9 ກັນຍາ ກໍຈະແມ່ນວັນເລືອກຕັ້ງເຈົ້າເມືອງຂອງ ຣັດເຊຍ ນຳດ້ວຍ.

ໂຄສົກຂອງທ່່ານ ນາວາລນີ, ທ່ານນາງ ຄີຣາ ຢາມິຊ໌ (Kira Yarmysh), ໄດ້ກ່າວຕໍ່ສະ
ຖານີວິທະຍຸ ເອໂຄ ມອສວີ (Ekho Moskvy) ວ່າ ການຈັບທ່ານ ນາວາລນີ ໂດຍບັນດາ
ເຈົ້າໜ້າທີ່ນັ້ນ “ຄົງຈະເຊື່ອມໂຍງກັບ” ແຜນການປະທ້ວງ.

ທ່ານ ນາວາລນີ ຈະປະເຊີນກັບຂໍ້ກ່າວຫາຫຼາຍຢ່າງ ສຳລັບການເຄື່ອນ ໄຫວຕໍ່ຕ້ານຂອງ
ທ່ານ. ໃນເດືອນມີນາທີ່ຜ່ານມາ ທ່ານໄດ້ຖືກຫ້າມຈາກການເຂົ້າຮ່ວມການເລືອກຕັ້ງປະ
ທານາທິບໍດີຂອງປະເທດ ຍ້ອນປະ ຫວັດອາຊະຍາກໍາຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG