ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຝ່າຍ​ຄ້ານ​ຂອງ ຣັດ​ເຊຍ ໄດ້​ສູນ​ເສຍ​ດາວ​ທີ່​ແຈ້ງ​ສະ​ຫວ່າງ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ. ຕໍ່​ໄປຈະ​ແມ່ນ​ຫຍັງ?


ຜູ້​ນຳ​ຝ່າຍ​ຄ້ານ ຣັດ​ເຊຍ ທ່ານ ອາ​ເລັກ​ເຊ ນາ​ວາ​ລ​ນີ ລົມ​ກັບ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 26 ທັນ​ວາ 2019.
ຜູ້​ນຳ​ຝ່າຍ​ຄ້ານ ຣັດ​ເຊຍ ທ່ານ ອາ​ເລັກ​ເຊ ນາ​ວາ​ລ​ນີ ລົມ​ກັບ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 26 ທັນ​ວາ 2019.

ທ່ານ ອາ​ເລັກ​ເຊ ນາວ​າ​ລ​ນີ ເຄີ​ຍ​ຖືກ​ຖາມ​ເມື່ອ​ສີ່​ປີ​ທີ່​ຜ່ານ​ມາ​ວ່າ ທ່ານ​ຈະ​ບອກ​ຫຍັງ​ຕໍ່​ປະ​ຊາ​ຊົນ​ ຣັດ​ເຊຍ ຖ້າ​ທ່ານ​ຖືກ​ຂ້າ​ຕາຍ​ສຳ​ລັບ​ການ​ຄັດ​ຄ້ານ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດີ​ເມຍ ປູ​ຕິນ.

ທ່ານ​ໄດ້​ກ່າວ​ຕໍ່​ຜູ້​ເຮັດ​ສາ​ລະ​ຄະ​ດີ​ວ່າ “ເຈົ້າ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຍອມ​ແພ້. ຖ້າ​ເຂົາ​ເຈົ້າ​ຕັດ​ສິນ​ໃຈ​ຊິ​ຂ້າ​ຂ້ອຍ, ມັນ​ກໍ​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ແມ່ນ​ເຂັ້ມ​ແຂ້ງ​ຢ່າງບໍ່​ໜ້າ​ເຊື່ອ ແລະ ພວກ​ເຮົາ​ຕ້ອງ​ໃຊ້​ພະ​ລັງ​ນີ້.”

ອົງ​ການ​ຄຸກ​ຂອງ ຣັດ​ເຊຍ ໄດ້​ປະ​ກາດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ທ່ານ ນາ​ວາ​ລ​ນີ ໄດ້​ເສຍ​ຊີ​ວິດ​ໃນ​ຄຸກ​ທີ່​ເຄັ່ງ​ຄັດ​ທີ່​ສຸດ ບ່ອນ​ທີ່​ທ່ານ​ໄດ້​ຮັບ​ໃຊ້​ໂທດ 19 ປີ​ໃນ​ຂໍ້​ກ່າວ​ຫາ ກ່ຽວ​ກັບ ລັດ​ທິ​ຫົວ​ຮຸນ​ແຮງ. ການ​ເສຍ​ຊີ​ວິດ​ຂອງ​ທ່ານ​ໄດ້​ກໍ່​ໃຫ້​ເກີດ​ການ​ກ່າວ​ຫາ​ໃນ​ທົ່ວ​ໂລກວ່າ​ ທ່ານ​ຖືກ​ຂ້າ​ຕາຍ.

ບັນ​ດາ​ນັກ​ວິ​ຈານ​ດ້ານການ​ເມືອງຕໍ່ວັງ​ເຄ​ຣັມ​ລິນ, ນັກ​ສືບ​ຝ່າຍ​ກົງ​ກັນ​ຂ້າມ ແລະ ນັກ​ຂ່າວ​ສືບ​ສວນ​ສອບ​ສວນ​ໄດ້​ຖືກ​ຂ້າ​ຕາຍ ຫຼື ທຳ​ຮ້າຍ​ຮ່າງ​ກາຍ​ໃນຫຼາຍຮູບ​ແບບ. ຝ່າຍ​ຄ້ານ ຣັດ​ເຊຍ ໄດ້​ສູນ​ເສຍ​ດາວ​ທີ່​ແຈ້ງ​ສະ​ຫວ່າງ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ​ດ້ວຍ​ການ​ເສຍ​ຊີ​ວິດ​ຢ່າງ​ກະ​ທັນ​ຫັນ​ຂອງ​ທ່ານ ນາ​ວາ​ລ​ນີ ຢູ່​ໃນ​ຄຸກ. ຕອນນີ້​ຄຳ​ຖາມ​ຢູ່​ໃນ​ຫົວ​ຂອງ​ທຸກ​ຄົນ​ກໍ​ແມ່ນ​ວ່າ: ມັ​ນ​ເຮັດ​ຫຍັງ​ໄດ້​ລະ​ບາດນີ້?

ຝ່າຍ​ຄ້ານ​ສ່ວນຫຼາຍ​ຂອງ ຣັດ​ເຊຍ ແມ່ນ​ໄດ້​ເສຍ​ຊີ​ວິດ, ອາ​ໄສ​ຢູ່​ພັດ​ຖິ່ນ​ຢ່າງ​ກະ​ແຈກ​ກະ​ຈາຍ​ໃນ​ຕ່າງ​ປະ​ເທດ ຫຼືບໍ່​ກໍ​ຢູ່​ໃນ​ຄຸກ​ໃນ​ປະ​ເທດ. ກຸ່ມ​ຝ່າຍ​ຄ້ານ​ທີ່​ຍັງ​ເຫຼືອ​ຢູ່ ແລະ ນັກ​ການ​ເມືອງ​ຄົນ​ສຳ​ຄັນ​ແມ່ນ​ມີ​ວິ​ໄສ​ທັດ​ທີ່​ແຕກ​ຕ່າງ​ກັນ ກ່ຽວ​ກັບ ສິ່ງ​ທີ່ ຣັດ​ເຊຍ ຄວນ​ກາຍ​ເປັນ, ແລະ ແມ່ນ​ໃຜ​ຄວນ​ເປັນ​ຜູ້​ນຳ​ພາ. ມັນ​ບໍ່​ໄດ້​ມີແມ່ນ​ແຕ່​ຜູ້​ລົງ​ແຂ່ງ​ຂັນ​ທີ່​ຕໍ່​ຕ້ານ​ສົງ​ຄາມ​ໃນ​ບັດ​ເລືອກ​ຕັ້ງ ເພື່ອ​ເຮັດ​ໃຫ້​ທ່ານ ປູ​ຕິນ ໄດ້​ຮັບ​ຄວາມ​ໝັ້ນ​ໃຈໃນ​ການ​ເລືອກ​ຕັ້ງ​ສຳ​ລັບ​ສະ​ໄໝ​ທີ 6 ຂອງ​ເດືອນ​ໜ້ານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG