ຜູ້ອຳນວຍການອົງການສືບລັບ ສະຫະລັດ ທ່ານ James Clapper ໄດ້ກ່າວໃນວັນພຸດ ວານນີ້ວ່າ ທ່ານໄດ້ບອກປະທານາທິບໍດີທີ່ຖືກເລືອກ ໃໝ່ທ່ານ Donald Trump ວ່າປະ ຊາຄົມສືບລັບບໍ່ໄດ້ສ້າງເອກະສານທີ່ປະກອບມີການອ້າງວ່າ ຣັດເຊຍ ໄດ້ລວບລວມຂໍ້ມູນ ທີ່ພະຍາຍາມຜູກມັດທ່ານ ທຣຳ.
ໂທລະພາບ CNN, ເຊິ່ງເປັນອົງການຂ່າວທຳອິດທີ່ໄດ້ລາຍງານການກ່າວຫາທີ່ບໍ່ຖືກຢືນ ຢັນເທື່ອນີ້ໃນວັນອັງຄານທີ່ຜ່ານມາ, ບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມ ກ່ຽວກັບ ຂໍ້ມູນການຜູກມັດນີ້. ແຕ່ເວັບໄຊສື່ມວນຊົນດິຈິຕອລ BuzzFeed ໄດ້ລົງຂ່າວທາງອອນລາຍ ໃນສິ່ງທີ່ພວກ ເຂົາເຈົ້າໄດ້ກ່າວວ່າ ເປັນເອກະສານທີ່ມີການກ່າວຫາວ່າລັດຖະບານຂອງ ຣັດເຊຍ ໄດ້ “ລ້ຽງດູ, ສະໜັບໜູນ ແລະ ຊ່ວຍເຫຼືອທ່ານ ທຣຳ” ມາເປັນເວລາຫຼາຍປີແລ້ວ.
ທ່ານ Clapper ໄດ້ກ່າວໃນຖະແຫຼງການຂອງທ່ານວ່າ ປະຊາຄົມສືບລັບຍັງບໍ່ໄດ້ທຳການ ຊັ່ງຊາໃດໆວ່າ ຂໍ້ມູນດັ່ງກ່າວແມ່ນເຊື່ອຖືໄດ້, ແລະ ທ່ານໄດ້ກ່າວເນັ້ນຕໍ່ທ່ານ ທຣຳ ວ່າ ທ່ານບໍ່ເຊື່ອວ່າມັນຖືກຮົ່ວໄຫຼອອກສູ່ສື່ມວນຊົນໂດຍແຫຼ່ງຂ່າວສືບລັບ.
ທ່ານ Clapper ໄດ້ເວົ້າວ່າ ມັນແມ່ນສ່ວນໜຶ່ງໃນໜ້າທີ່ຂອງທ່ານທີ່ຈະຮັບປະກັນວ່າ ບັນ ດາຜູ້ກຳນົດນະໂຍບາຍ ໄດ້ເຫັນພາບລວມໂດຍເຕັມ ເທົ່າທີ່ເປັນໄປໄດ້ກ່ຽວກັບເລື່ອງນີ້ ເຊິ່ງມັນອາດຈະສົ່ງຜົນກະທົບຕໍ່ຄວາມປອດໄພແຫ່ງຊາດ.
ທ່ານ ທຣຳ ໄດ້ຮັບໃຈຄວາມຂອງຂໍ້ມູນທີ່ຍັງບໍ່ທັນໄດ້ຮັບການຢືນຢັນສອງໜ້າໃນວັນສຸກ ທີ່ຜ່ານມາ, ເວລາທ່ານໄດ້ຮັບລາຍງານສະຫຼຸບຫຍໍ້ ກ່ຽວກັບ ການກ່າວຫາທີ່ວ່າ ຣັດເຊຍ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ເຊັ່ນກັນ. ປະທານາທິບໍດີ ບາຣັກ ໂອບາມາ ກໍໄດ້ຮັບຂໍ້ມູນດຽວກັນໃນລະຫວ່າງການລາຍງານໃນວັນພະຫັດທີ່ຜ່ານ ມາ.
ທ່ານ ທຣຳ ໄດ້ປະຕິເສດ ຕໍ່ການກ່າວອ້າງດັ່ງກ່າວດ້ວຍຄວາມໂກດແຄ້ນ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ໃນຖານະປະທານາທິບໍດີທີ່ຖືກເລືອກໃໝ່ໃນວັນພຸດວານນີ້.
ທ່ານກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນເປັນເລື່ອງທີ່ໜ້າອັບອາຍ ທີ່ໄດ້ປ່ອຍໃຫ້ຂໍ້ມູນຮົ່ວໄຫລ. ຂ້າພະເຈົ້າໄດ້ເຫັນຂໍ້ມູນນີ້ ໄດ້ອ່ານຂໍ້ມູນ ຢູ່ ນອກການປະຊຸມນັ້ນ ທັງໝົດເປັນຂ່າວທີ່ບໍ່ມີມູນຄວາມຈິງ ມັນເປັນຂອງປອມ ມັນບໍ່ໄດ້ເກີດຂຶ້ນ.”
ທະນາຍຄວາມຂອງປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານ Michael Cohen ກ່າວຕໍ່ພວກນັກຂ່າວວ່າ ການກ່າວຫາ ຢູ່ໃນເອກະສານນັ້ນແມ່ນບໍ່ຖືກຕ້ອງ ແລະໄດ້ເສກສັນປັ້ນແຕ່ງຂຶ້ນເພື່ອມຸ່ງຮ້າຍຕໍ່ທ່ານ ທຣຳ.