ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສາຍລັບ ຣັດເຊຍ ອ້າງວ່າ ຕົນມີຂໍ້ມູນ ທີ່ຜູກ​ມັດ ກ່ຽວກັບ ທ່ານທຣຳ


ປະທານາທິບໍດີ ທີ່ຖືກເລືອກໃໝ່ທ່ານ Donald Trump ເຂົ້າໄປໃນລິບ ຫຼັງຈາກໄດ້ໂອ້ລົມກັບບັນດານັກຂ່າວຢູ່ຫໍຄອຍ Trump ໃນນະຄອນນິວຢອກ. 9 ມັງກອນ, 2017.
ປະທານາທິບໍດີ ທີ່ຖືກເລືອກໃໝ່ທ່ານ Donald Trump ເຂົ້າໄປໃນລິບ ຫຼັງຈາກໄດ້ໂອ້ລົມກັບບັນດານັກຂ່າວຢູ່ຫໍຄອຍ Trump ໃນນະຄອນນິວຢອກ. 9 ມັງກອນ, 2017.

ປະທານາທິບໍດີທີ່ຖືກເລືອກໃໝ່ທ່ານ Donald Trump ໃນຕອນແລງຂອງວັນອັງຄານ ວານນີ້ ໄດ້ໃຊ້ Twitter ເຊິ່ງເປັນສິ່ງທີ່ທ່ານມັກໃຊ້ເພື່ອທຳການຕິດຕໍ່ສື່ສານກັບສາທາລະ ນະຂອງທ່ານ ເພື່ອໂຕ້ຖຽງການອ້າງອີງທີ່ມີລາຍງານວ່າ ຣັດເຊຍໄດ້ລວບລວມຂໍ້ມູນເພື່ອ ພະຍາຍາມຜູກ​ມັດທ່ານ.

ທ່ານ ທຣຳ ໄດ້ຂຽນລົງໃນ Twitter ​ເປັນພາສາອັງກິດໂຕໃຫຍ່ທັງ ໝົດວ່າ “ຂ່າວປອມ ແປງ, ເປັນການປະຫັດປະຫານສັດຕູທາງການເມືອງທັງໝົດ.”

ລາຍງານຂອງສື່ມວນຊົນກ່າວວ່າ ເອກະສານຫຍໍ້ທີ່ຖືກກະກຽມ ໂດຍບັນດາເຈົ້າໜ້າທີ່ສືບ ລັບ ສະຫະລັດ ປະກອບມີການກ່າວຫາວ່າ ພວກເຈົ້າໜ້າທີ່ໂຄສະນາຫາສຽງຂອງທ່ານ ທຣຳ ໄດ້ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ສືບລັບຂອງ ຣັດເຊຍ. ພວກເຂົາເຈົ້າຍັງໄດ້ກ່າວວ່າ ຈະປຶກສາຫາລືໃນການກ່າວຫາ ກ່ຽວກັບ ກິດຈະກຳທາງເພດໂດຍທ່ານ ທຣຳ ອີກດ້ວຍ.

ທະນາຍຄວາມຂອງປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Michael Cohen ໄດ້ກ່າວ ຕໍ່ບັນດານັກຂ່າວ ກ່ຽວກັບ ການກ່າວຫາໃນເອກະສານດັ່ງກ່າວວ່າເປັນຂໍ້ມູນເທັດ ແລະ ໄດ້ຂຽນຂຶ້ນມາເພື່ອໃສ່ຮ້າຍທ່ານ ທຣຳ.

ໂຄສົກປະທານປະເທດ ຣັດເຊຍ ທ່ານ Dmitry Peskov ໄດ້ອອກ ມາປະຕິເສດວ່າ ຣັດ ເຊຍ ບໍ່ມີເອກະສານປະນີປະນອມ ຜູກ​ມັດທ່ານ ທຣຳ ໃນວັນພຸດມື້ນີ້, ແລະ ໄດ້ກ່າວວ່າ ການກ່າວອ້າງດັ່ງກ່າວນັ້ນ ແມ່ນມີເຈຕະນາທີ່ຈະທຳຮ້າຍສາຍພົວພັນ ສະຫະລັດ ແລະ ຣັດເຊຍ.

ປະທານາທິບໍດີທີ່ຖືກເລືອກໃໝ່ໄດ້ຖືກແຈ້ງໃຫ້ຮູ້ ໂດຍບັນດາຫົວໜ້າອົງການສືບລັບພາຍ ໃນ ສະຫະລັດ ໃນສັບປະດາທີ່ຜ່ານມາວ່າ ສາຍ ລັບ ຣັດເຊຍ ໄດ້ອ້າງວ່າມີຂໍ້ມູນຜູກ​ມັດ ສ່ວນຕົວ ແລະ ດ້ານການເງິນ ກ່ຽວກັບ ທ່ານ, ແຫຼ່ງຂ່າວລັດຖະບານໄດ້ຢືນຢັນ, ໂດຍກ່າວ ເນັ້ນວ່າ ຂໍ້ມູນທີ່ມີຢູ່ໃນເອກະສານນັ້ນ ແມ່ນຍັງບໍ່ທັນ​ໄດ້​ຮັບ​ການຢືນຢັນ ແລະ ມີ​ຕົ້ນຕໍ່​ມາ​ຈາກບໍລິສັດເອກະຊົນ ບໍລິສັດ​ໜຶ່ງ.

ທ່ານ ທຣຳ ໄດ້ຮັບ​ໃຈຄວາມ ຂອງຂໍ້ມູນທີ່ຍັງບໍ່ທັນ​ໄດ້​ຮັບ​ການຢືນຢັນສອງໜ້າໃນວັນສຸກ ທີ່ຜ່ານມາ, ໃນເວລາທີ່ທ່ານ​ໄດ້​ຮັບ​ລາຍ​ງານສະ ຫຼຸບຫຍໍ້ ກ່ຽວກັບ ການກ່າວຫາ ຣັດເຊຍ ແຊກແຊງ​ເຂົ້າໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ.

ປະທານາທິບໍດີ ບາຣັກ ໂອບາມາ ກໍມີລາຍງານວ່າໄດ້ຮັບຂໍ້ມູນດຽວກັນ ໃນວັນພະຫັດທີ່ ຜ່ານມາ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Russia Intelligence
please wait

No media source currently available

0:00 0:00:43 0:00

XS
SM
MD
LG