ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ທີ​່​ຖືກ​ຟ້ອງ​ຮ້ອງ​ໂດຍສານ​ອາ​ຍາ​ສາ​ກົນ ຈັດ​ກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ພົບ​ປະ​ກັບ​ທູດ​ພິ​ເສດ​ສຳ​ລັບ​ສິດ​ທິ​ເດັກ​ນ້ອຍ​ຂອງ ຣັດ​ເຊຍ ທ່ານ​ນາງ ມາ​ເຣຍ ລາ​ໂວ​ວາ ເບ​ໂລ​ວາ ຢູ່​ວັງ​ເຄ​ຣັມ​ລິນ, ມົ​ສ​ກູ, ຣັດ​ເຊຍ, 9 ມີ​ນາ 2022.
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ພົບ​ປະ​ກັບ​ທູດ​ພິ​ເສດ​ສຳ​ລັບ​ສິດ​ທິ​ເດັກ​ນ້ອຍ​ຂອງ ຣັດ​ເຊຍ ທ່ານ​ນາງ ມາ​ເຣຍ ລາ​ໂວ​ວາ ເບ​ໂລ​ວາ ຢູ່​ວັງ​ເຄ​ຣັມ​ລິນ, ມົ​ສ​ກູ, ຣັດ​ເຊຍ, 9 ມີ​ນາ 2022.

ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ທີ່​ຖືກ​ຟ້ອງ​ຮ້ອງພ້ອມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດີ​ເມຍ ປູ​ຕິນ ໂດຍ​ສານ​ອາ​ຍາ​ສາ​ກົນ​ສຳ​ລັບ​ການ​ກ່າວ​ຫາ​ລັກ​ພາ​ຕົວ​ເດັກ​ນ້ອຍ ຢູ​ເຄ​ຣນ ຫຼາຍ​ພັນ​ຄົນ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ມົ​ສ​ກູ ແມ່ນ “ເປີດກວ້າງ​ຢ່າງ​ເຕັມ​ທີ່” ທີ່​ຈະ​ໃຫ້​ການ​ຮ່ວມ​ມື ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເດັກ​ນ້ອຍ.

ທ່ານ​ນາງ ມາ​ເຣຍ ລາ​ໂວ​ວາ-ເບ​ໂລ​ວາ, ທູດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທີ່​ຮັບ​ຜິດ​ຊອບສຳ​ລັ​ບ​ສິດ​ທິ​ຂອງ​ເດັກ​ນ້ອຍ, ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ທີ່​ຖືກ​ຈັດ​ຂຶ້ນ​ໂດຍ ຣັດ​ເຊຍ ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ “ບໍ່​ເປັນ​ຈັ່ງ​ໂຊກ, ມັນ​ບໍ່​ໄດ້​ມີ​ການ​ສື່​ສານ​ຢ່າງ​ເປັນ​ທາງ​ການ​ຜ່ານ​ຊ່ອງ​ທາງ​ທີ່​ເປັນ​ທາງ​ການ​ກັບ ຢູ​ເຄ​ຣນ, ​ແຕ່ແນວ​ໃດ​ກໍ່​ຕາມ, ພວກ​ເຮົາ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ສຳ​ຄັນ​ຕ່າງໆ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຍັງ​ບໍ່​ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ແມ່ນ​ແຕ່​ອັນ​ດຽວ​ຈາກ​ຝ່າຍ​ຂອງ​ເຂົາ​ເຈົ້າ, ມີ​ແຕ່​ການ​ກ່າວ​ຫາ​ທີ່ບໍ່​ມີ​ເຫດ​ຜົນ ​ໃນ​ສື່ມວນ​ຊົນ ແລະ ສື່​ສັງ​ຄົມ.”

ທ່ານ​ນາງ ລາ​ໂວ​ວາ-ເບ​ໂລ​ວາ ໄດ້​ກ່າວ​ຜ່ານ​ການ​ເຊື່ອມ​ຕໍ່​ທາງວິ​ດີ​ໂອ​ຍ້ອນ​ວ່າ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ຈະ​ເຮັດ​ໃຫ້​ລາວ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຖືກ​ຈັບ ແລະ ສົ່ງ​ຕົວ​ໄປ​ສານ​ທີ່​ຕັ້ງ​ຢູ່​ນະ​ຄອນ ເຮັກ, ເຊິ່ງ​ໄດ້​ອອກ​ໝາຍ​ຈັບລາວ ແລະ ທ່ານ ປູ​ຕິນ ໃນ​ວັນ​ທີ 17 ມີ​ນາ​ທີ​ຜ່ານ​ມາ.

ສານ​ອາ​ຍາ​ສາ​ກົນໄດ້​ກ່າວ​ວ່າ​ “ມັນ​ມີ​ເຫດ​ຜົນ​ທີ່​ຟັງ​ໄດ້​ທີ່​ຈະ​ເຊື່ອ​ວ່າ” ທັງ​ສອງ​ຄົນ “ມີ​ຄວາມ​ຮັບ​ຜິ​ດ​ຊອບ​ທາງ​ອາ​ຍາ ​ສຳ​ລັບ​ການ​ເນ​ລະ​ເທດ ແລະ ສົ່ງ​ເດັກ​ນ້ອຍ​ອອກ​ຈາກ​ເຂດ​ທີ່​ຖືກ​ຄວບ​ຄຸມ​ໃນ​ຢູ​ເຄ​ຣນ ໄປ​ສະ​ຫະ​ພັນ ຣັດ​ເຊຍ ຢ່າງ​ບໍ່​ຖືກ​ກົດ​ໝາຍ,” ເຊິ່ງຫຼາຍ​ຮ້ອຍ​ຄົນ​ຖືກ​ຮັບ​ເອົາ​ໄປ​ລ້ຽງ​ໃນ ຣັດ​ເຊຍ.

ຢູ​ເຄ​ຣນ ກ່າວ​ວ່າ ​ເດັກ​ນ້ອຍຫຼາຍກວ່າ 16,000 ຄົນ ​ຖືກ​ບັງ​ຄັບ​ເນ​ລະ​ເທດ​ໄປ ຣັດ​ເຊຍ ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ຂອງ​ພວກ​ເຂົາ​ເມື່ອ 13 ເດືອນ​ທີ່​ຜ່ານ​ມາ. ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ຄົນ​ດັ່ງ​ກ່າວ​ເວົ້າ​ວ່າ​ ມີ​ເດັກ​ນ້ອຍພຽງ 2,000 ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ມາ ຣັດ​ເຊຍ ໃນ​ຖາ​ນະ​ເດັກ​ກຳ​ພ້າ​ທີ່​ມີ​ຜູ້​ຄຸ້ມ​ຄອງ ຫຼື ບໍ່​ມີ, ແລະ ຫຼາຍ​ຄົນ​ແມ່ນ​ໄດ້​ກັບ​ໄປ​ລວມ​ຕົວ ​ກັບ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ຄືນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG