ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳຣັດເຊຍ ພົບທ່ານກິມ-ຈົງ-ອິລ ທີ່ຄ້າຍທະຫານ ໃນເຂດໄຊບີເຣຍ


ຜູ້ນໍາເກົາຫລີເໜືອ ທ່ານ Kim Jong Il (ຊ້າຍ) ຟັງປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ເວົ້າ ໃນລະຫວ່າງການພົບປະກັນ ຢູ່ຄ້າຍທະຫານແຫ່ງນຶ່ງ ນອກເມືອງ Ulan-Ude, ວັນພຸດມື້ນີ້ ທີ 24 ສິງຫາ 2011.(AP Photo/RIA Novosti, Dmitry Astakhov, Presidential Press Service)
ຜູ້ນໍາເກົາຫລີເໜືອ ທ່ານ Kim Jong Il (ຊ້າຍ) ຟັງປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ເວົ້າ ໃນລະຫວ່າງການພົບປະກັນ ຢູ່ຄ້າຍທະຫານແຫ່ງນຶ່ງ ນອກເມືອງ Ulan-Ude, ວັນພຸດມື້ນີ້ ທີ 24 ສິງຫາ 2011.(AP Photo/RIA Novosti, Dmitry Astakhov, Presidential Press Service)

ໃນວັນພຸດມື້ນີ້ ທ່ານ Dmitry Medvedev ປະທານາທິບໍດີ ຣັດເຊຍ ໄດ້ພົບປະກັບ
ຜູ້ນໍາເກົາຫລີເໜືອ ກິມ ຈົງອິລ ທີ່ຄ້າຍທະຫານແຫ່ງນຶ່ງໃນເຂດໄຊບີເຣຍ.

ສື່ມວນຊົນຣັດເຊຍໄດ້ພິມເຜີຍແຜ່ຮູບພາບຕ່າງໆຂອງຜູ້ນໍາທັງສອງຈັບມືກັນ ທີ່ຄ້າຍ
ທະຫານແຫ່ງດັ່ງກ່າວ ທີ່ເມືອງ Ulan -Ude ແຄມທະເລ ສາບ Baikal. ໄດ້ມີການ
ອ້າງຄຳເວົ້າຂອງທ່ານກິມ ທີ່ຂີ່ເຮືອພັກຜ່ອນຢູ່ທະເລສາບດັ່ງກ່າວ ໃນວັນອັງຄານວານ
ນີ້ ແລະໄປຢ້ຽມຢາມໂຮງງານຜະລິດເຮືອບິນ ທີ່ກ່າວຕໍ່ປະທານາທິບໍດີ Medvedev
ວ່າ ທ່ານມ່ວນຊື່ນສຸກໃຈໃນການຢ້ຽມຢາມຣັດເຊຍຄັ້ງນີ້.

ພວກເຈົ້າໜ້າທີ່ຣັດເຊຍກ່າວວ່າ ຜູ້ນໍາທັງສອງຈະປຶກສາຫາລືກັນ ເຖິງຄວາມປາດຖະໜາ
ຂອງທ່ານກິມ ທີ່ຢາກຮື້ຟື້ນການເຈລະຈາຫົກຝ່າຍໂດຍໄວກ່ຽວກັບຂໍ້ຕົກລົງຍຸຕິໂຄງການ
ສ້າງ ອາວຸດນີວເຄລຍຂອງພຽງຢາງ ເພື່ອແລກປ່ຽນກັບຜົນປະໂຍດທາງເສດຖະກິດ
ແລະການທູດນັ້ນ. ນອກນີ້ແລ້ວ ຍັງຄາດວ່າ ພວກຜູ້ນໍາທັງສອງຈະໂອ້ລົມກັນ ກ່ຽວກັບ
ການສ້າງທໍ່ແກສທໍາມະຊາດທີ່ໄດ້ມີການສະເໜີໄປແລ້ວຜ່ານເກົາຫລີເໜືອນັ້ນ ພ້ອມ
ດ້ວຍການຮ້ອງຂໍຄວາມຊ່ວຍເຫລືອໃນດ້ານອາຫານຂອງພຽງຢາງນັ້ນນໍາ.

ອົງການຂ່າວສູນກາງຂອງທາງການພຽງຢາງຍັງແຈ້ງໃຫ້ຊາບວ່າ ເມື່ອອາທິດຜ່ານມາ
ປະທານາທິບໍດີ Medvedev ໄດ້ຮ້ອງຂໍຄວາມຮ່ວມໄມ້ ຮ່ວມມືຈາກຫລີເໜືອ ກ່ຽວ
ກັບການກໍ່ສ້າງ ທໍ່ສົ່ງແກສທໍາມະຊາດຈາກຣັດເຊຍ ທີ່ຜ່ານເກົາຫລີເໜືອ ໄປຍັງເກົາ ຫລີໃຕ້ນັ້ນ.

XS
SM
MD
LG