ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກ​ສອນ​ໄຟ ຣັດ​ເຊຍ ຕົກ​ຖືກ​ນະ​ຄອນຫຼວງ​ ແລະ ເມືອງ​ອື່ນໆ​ຂອງ ຢູ​ເຄ​ຣນ


ລົດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຢູ່​ຈຸດ​ເກີດ​ເຫດ​ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ໃນ​ນະ​ຄອນ​ຫຼວງ ກີ​ຢິບ, ປະ​ເທດ ຢູ​ເຄ​ຣນ, 10 ຕຸ​ລາ 2022.
ລົດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຢູ່​ຈຸດ​ເກີດ​ເຫດ​ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ໃນ​ນະ​ຄອນ​ຫຼວງ ກີ​ຢິບ, ປະ​ເທດ ຢູ​ເຄ​ຣນ, 10 ຕຸ​ລາ 2022.

ລະ​ເບີດ​ໄດ້​ແຕກ​ໃນ​ນ​ະ​ຄອນຫຼວງ​ຂອງ​ຢູ​ເຄ​ຣນ​ໃນ​ວັນ​ຈັນ​ມື້ນີ້, ເຮັດ​ໃຫ້​ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບທີ່ບໍ່​ແນ່ນອນ ແລະ ສັ່ນ​ສະ​ເທືອນ​ນະ​ຄອນຫຼວງ ກີ​ຢິບ ທີ່​ຂ້ອນ​ຂ້າງ​ງຽບ​ສະ​ຫງົບ​ ເຖິງ​ແມ່ນ​ຈະ​ມີ​ການ​ຮຸກ​ຮານ​ປະ​ເທດ ໂດຍ ຣັດ​ເຊຍ ຢູ່​ກໍ​ຕາມ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຢູ​ເຄ​ຣນ ທ່ານ ໂອ​ເລັກ​ຊີ ເຣ​ສ​ນິກອ​ຟ ໄດ້​ຖິ້​ມ​ໂທດໃສ່​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ລູກ​ສອນ​ໄຟ​ຂອງ​ພວກ​ກໍ່​ການ​ຮ້າຍ” ໃ​ນ​ການ​ອ້າງ​ເຖິງ ຣັດ​ເຊຍ ແລະ ໄດ້​ກ່າວ​ວ່າ “ຄວາມ​ກ້າ​ຫານ​ຂອງ ຢູ​ເຄ​ຣນ ຈະ​ບໍ່​ມີ​ວັນ​ຖືກ​ທຳ​ລາຍ.”

ທ່ານ​ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ສິ່ງ​ດຽວ​ທີ່​ເຂົາ​ເຈົ້າ​ຈະ​ທຳ​ລາຍ​ແບບ​ນຳ​ເອົາ​ກັບ​ຄືນ​ມາບໍ່​ໄດ້​ກໍ​ແມ່ນ​ອະ​ນາ​ຄົດ​ຂອງ ຣັດ​ເຊຍ, ອະ​ນາ​ຄົດ​ຂອງ​ລັດ​ກໍ່​ການ​ຮ້າຍ​ທີ່​ໂລກລັງ​ກຽດ​.”

ການ​ລະ​ເບີດຫຼາຍ​ຄັ້ງ​ຍັງ​ຖືກ​ລາຍ​ງານ ​ໃນ​ເມືອງ​ອື່ນໆ​ໃນ​ວັນ​ຈັນ​ມື້ນີ້, ລວມ​ທັງ​ເມືອງ ລີ​ວິບ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ ຢູ​ເຄ​ຣນ ແລະ ເມືອງ ຢິບ​ໂປ​ຣ ໃນ​ພາກ​ກາງ​ຂອງ ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣ​ນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ຣັດ​ເຊຍ ໄດ້​ພະ​ຍາ​ຍາມ​ທີ່​ຈະ “ທຳ​ລາຍ​ພວກ​ເຮົາ ແລະ ລຶບ​ພວກ​ເຮົາ​ອອກ​ຈາກ​ໜ້າ​ຂອງ​ໂລກ.”

ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່ ເທ​ເລ​ແກ​ຣມ ວ່າ “ສັນ​ຍານ​ເຕືອນໄພ​ການ​ໂຈມ​ຕີ​ທາງ​ອາ​ກາດ​ແມ່ນບໍ່​ໄດ້ຫຼຸ​ດ​ລົງ​ໃນ​ທົ່ວ ຢູ​ເຄ​ຣນ. ແຕ່​ໂຊກບໍ່​ດີ, ມັນ​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​.”

ນະ​ຄອນຫຼວງ ກີ​ຢິບ ຖືກ​ໂຈມ​ຕີ​ຄັ້ງ​ສຸດ​ທ້າຍ​ໃນ​ເມືອງ​ມິ​ຖຸ​ນາ​ທີ່​ຜ່ານ​ມາ. ເວ​ລາ​ທີ່​ຄວາມ​ກົດ​ດັນ​ຈາກກອງ​ກຳ​ລັງ ຣັດ​ເຊຍ ທີ່​ກຳ​ລັງ​ເຄື່ອນ​ເຂົ້າ​ໄປ​ໃນ​ຕອນ​ຕົ້ນໆ​ຂອງ​ການ​ບຸກ​ລຸກ​ນັ້ນ, ນະ​ຄອນຫຼວງ ກີ​ຢິບ ແມ່ນ​ຂ້ອນ​ຂ້າງ​ຈະ​ງຽບ​ສະ​ຫງົບ ໃນ​ຂະ​ນະ​ທີ່​ການ​ຕໍ່​ສູ້​ໄດ້​ເພັ່ງ​ໃສ່​ພາກ​ຕາ​ເວັນ​ອອກ ແລະ ພາກ​ໃຕ້​ຂອງ ຢູ​ເຄ​ຣນ.

ທ່ານ ມິ​ໄຄ​ໂລ ໂປ​ໂດ​ລ​ຢັກ, ທີ່​ປຶກ​ສາ​ຂອງ​ທ່ານ ເຊ​ເລັນ​ສ​ກີ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ຣັດ​ເຊຍ ແມ່ນບໍ່​ມີ​ຄວາມ​ສາ​ມາດ​ທີ່​ຈະ​ຕໍ່​ສູ້​ໃນ​ສະ​ໜາມ​ລົບ, ແຕ່​ສາ​ມາດ​ທີ່​ຈະ​ທຳ​ການ​ຄາດ​ຕະ​ກຳ​ພົນ​ລະ​ເຮືອນ.” ທ່ານ​ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ຕ້ອງ​ການລະ​ບົບ​ປ້ອງ​ກັນ​ອາ​ກາດ, ລະ​ບົບ​ຍິງ​ລູກ​ຈະຫຼວດຫຼາຍ​ລູກ ແລະ ​ລູກຈະຫຼວດທີ່ຍິງໄດ້​ໄກກວ່າ​ເກົ່າ.

ການ​ລະ​ເບີດ​ຂຶ້ນ​ຂອງ​ການ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້ນີ້ ໄດ້​ເກີດ​ຂຶ້ນ​ນຶ່ງວັນຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ຖິ້ມ​ໂທດ​ໃສ່ ຢູ​ເຄ​ຣນ ສຳ​ລັບ​ການ​ໂຈມ​ຕີ​ຂົວ ​ທີ່​ເຊື່ອມ​ໂຍງ ຣັດ​ເຊຍ ກັບ ແຫຼມ​ໄຄ​ຣ​ເມຍ.

ທ່ານ ປູ​ຕິນ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ນັ້ນ​ເປັນ “ການ​ກະ​ທຳ​ກໍ່​ການ​ຮ້າຍ” ທີ່​ແນ​ເປົ້າ​ໃສ່​ພື້ນ​ຖານ​ໂຄງ​ລ່າງ ຣັດ​ເຊຍ. ຣັດ​ເຊຍ ໄດ້​ຍຶດ​ເອົາ​ແຫຼມ​ໄຄ​ຣ​ເມຍ ໃນ​ປີ 2014 ໃນ​ການ​ເຄື່ອນ​ໄຫວ​ທີ່ບໍ່​ຖືກ​ຮັບ​ຮູ້​ໂດຍ​ປະ​ຊາ​ຄົມ​ສາ​ກົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG