ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນການຄ້າ ທີ່ເມືອງ​ແຫ່ງ​ນຶ່ງ​ ໃນ​ພາກ​ກາງຂອງຢູເຄຣນ ຖືກໂຈມຕີໂດຍລູກສອນໄຟ ຂອງຣັດເຊຍ


ພາບຖ່າຍນີ້ ໄດ້ຖືກນຳອອກເຜີຍແຜ່ ໂດຍໜ່ວຍງານກູ້ໄພສຸກເສີນ ຂອງຢູເຄຣນ ເມື່ອວັນທີ 27 ມິຖຸນາ 2022 ສະແດງໃຫ້ເຫັນ ພວກນັກດັບໄຟ ກຳລັງພະຍາຍາມດັບໄຟ ໃນສູນການຄ້າແຫ່ງນຶ່ງ ທີ່ຖືກໂຈມຕີໂດຍລູກສອນໄຟ ຂອງຣັດເຊຍ ໃນເມືອງເຄຣມເມັນຊຸກ (Kremenchuk) ໂດຍມີຜູ້ຖືກຂ້າຕາຍຢ່າງໜ້ອຍສອງຄົນ ແລະອີກຫຼາຍສີບຄົນບາດເຈັບ.
ພາບຖ່າຍນີ້ ໄດ້ຖືກນຳອອກເຜີຍແຜ່ ໂດຍໜ່ວຍງານກູ້ໄພສຸກເສີນ ຂອງຢູເຄຣນ ເມື່ອວັນທີ 27 ມິຖຸນາ 2022 ສະແດງໃຫ້ເຫັນ ພວກນັກດັບໄຟ ກຳລັງພະຍາຍາມດັບໄຟ ໃນສູນການຄ້າແຫ່ງນຶ່ງ ທີ່ຖືກໂຈມຕີໂດຍລູກສອນໄຟ ຂອງຣັດເຊຍ ໃນເມືອງເຄຣມເມັນຊຸກ (Kremenchuk) ໂດຍມີຜູ້ຖືກຂ້າຕາຍຢ່າງໜ້ອຍສອງຄົນ ແລະອີກຫຼາຍສີບຄົນບາດເຈັບ.

ຣັດເຊຍ ໄດ້ດຳເນີນການຍິງລູກສອນໄຟໂຈມຕີສູນການຄ້າທີ່ເຕັມໄປດ້ວຍຄົນກຳລັງໄປຊື້ເຄື່ອງຂອງ ທີ່​ເມືອງ​ແຫ່ງ​ນຶ່ງໃນ​ເຂດ​ພາກ​ກາງຂອງຢູເຄຣນ ໃນວັນຈັນວານນີ້ ແລະປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສ໌ກີ ໄດ້ກ່າວຫາຣັດເຊຍ ໃນການໂຈມຕີຕໍ່ພົນລະເຮືອນທີ່ “ໄດ້ໄຕ່ຕອງໄວ້ແລ້ວ”.

ທ່ານເຊເລັນສ໌ກີ ໄດ້ກ່າວວ່າ ພົນລະເຮືອນຫຼາຍກວ່າ 1,000 ຄົນ ແມ່ນຢູ່ພາຍໃນສູນ​ການຄ້າ ທີ່ຕັ້ງຢູ່ໃນເມືອງເຄຣມເມັນຊຸກ (Kremenchuk) ໃນວັນຈັນວານນີ້ ເວລາການໂຈມຕີເກີດຂຶ້ນ. ໜ່ວຍງານກູ້ໄພສຸກເສີນຂອງຢູເຄຣນ ໄດ້ກ່າວວ່າ ຢ່າງໜ້ອຍ 16 ຄົນ ໄດ້ຖືກຂ້າຕາຍ ແລະ 59 ຄົນບາດເຈັບ.

“ອັນນີ້ບໍ່ແມ່ນການໂຈມຕີທີ່ຜິດພາດ ອັນນີ້ເປັນການໂຈມຕີໃສ່ສູນການຄ້າແຫ່ງນີ້ທີ່ໄດ້ຄິດໄລ່ໄວ້ຢ່າງຄັກແນ່” ທ່ານເຊເລັນສ໌ກີ ໄດ້ກ່າວເມື່ອວັນຈັນວານນີ້ ໃນການກ່າວຄຳປາໄສຜ່ານທາງວີດີໂອ ໃນແຕ່ລະຄືນນັ້ນ. ທ່ານກ່າວຕື່ມວ່າ ການໂຈມຕີນັ້ນ “ເປັນນຶ່ງໃນການໂຈມຕີ ກໍ່ການຮ້າຍທີ່ບັງອາດທີ່ສຸດ ໃນປະຫວັດສາດຂອງຢູໂຣບ.”

ທ່ານເຊເລັນສ໌ກີ ໄດ້ກ່າວໃນເບື້ອງຕົ້ນ ຢູ່ໃນ ເທເລີແກຣມ ວ່າ ຈຳນວນຂອງຜູ້ເສຍຊີວິດແລະບາດເຈັບ ແມ່ນ “ບໍ່ສາມາດທີ່ຈະຈິນຕະນາການໄດ້” ແລະວ່າ ສູນການຄ້າຢູ່ໃນເມືອງ ທີ່ຕັ້ງຢູ່ກ້ຳຕາເວັນອອກສຽງໃຕ້ ຫ່າງຈາກນະຄອນຫຼວງ ກີຢິບ 300 ກິໂລແມັດນັ້ນ ແມ່ນ “ບໍ່ເປັນອັນຕະລາຍຕໍ່ກອງທັບຂອງຣັດເຊຍ ບໍ່ມີຄຸນຄ່າດ້ານຍຸດທະສາດເລີຍ.”

ພວກພະນັກງານກູ້ໄພ ໄດ້ສືບຕໍ່ເຮັດວຽກ ຫຼັງຈາກເດີກດື່ນ ເພື່ອຄົ້ນຫາພວກທີ່ອາດລອດຊີວິດໃນຊາກຫັກພັງ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ຂຽນລົງໃນທວີດເຕີ ວ່າ “ໂລກແມ່ນຕື່ນຕົກໃຈ ໂດຍການໂຈມຕີຂອງຣັດເຊຍໃນມື້ນີ້ ຊຶ່ງຖືກສູນການຄ້າທີ່ເຕັມດ້ວຍຄົນ ໃນໃຈກາງເມືອງຂອງຢູເຄຣນ-ອັນເປັນການກໍ່ຄວາມໂຫດຮ້າຍຄັ້ງຫຼ້າສຸດ ໃນຫຼາຍຮອບແລ້ວ. ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜຸນຊາວຢູເຄຣນ ທີ່ເປັນຄູ່ຮ່ວມງານຂອງພວກເຮົາ ແລະຈະນຳເອົາຣັດເຊຍ ລວມທັງພວກທີ່ຮັບຜິດຊອບສຳລັບຄວາມໂຫດຮ້າຍຕ່າງໆ ມາລົງໂທດ.”

ໂຄສົກສະຫະປະຊາຊາດ ທ່ານສະແຕັບຟານ ດູຈາຣິກ (Stephane Dujarric) ໄດ້ເອີ້ນການໂຈມຕີດັ່ງກ່າວວ່າ “ໜ້າເສົ້າໃຈ” ແລະກ່າວວ່າ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະພົບປະກັນໃນວັນອັງຄານມື້ນີ້ ຕາມການຂໍຮ້ອງຂອງຢູເຄຣນ ພາຍຫຼັງການໂຈມຕີນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG