ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ເຮັດ​ໃຫ້​ເມືອງ​ຕ່າງໆ​ໃນ ຢູ​ເຄ​ຣນ ບໍ່​ມີ​ໄຟ​ຟ້າ ແລະ ນ້ຳ​ໃຊ້


ຜູ້​ຊາຍ​ຄົນ​ນຶ່ງ​ຕື່ມ​ນ້ຳ​ໃສ່​ກະ​ຕຸກ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ລຽນ​ແຖວ​ເອົາ​ນ້ຳ ຫຼັງ​ຈາກ​ຜູ້​ອາ​ໄສ​ຢູ່​ນະ​ຄອນຫຼວງ ກີ​ຢິບ 80 ເປີ​ເຊັນ​ບໍ່​ມີ​ນ້ຳ​ໃຊ້ ຫຼັງ​ຈາກ​ການ​ໂຈ​ມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, 31 ຕຸ​ລາ 2022.
ຜູ້​ຊາຍ​ຄົນ​ນຶ່ງ​ຕື່ມ​ນ້ຳ​ໃສ່​ກະ​ຕຸກ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ລຽນ​ແຖວ​ເອົາ​ນ້ຳ ຫຼັງ​ຈາກ​ຜູ້​ອາ​ໄສ​ຢູ່​ນະ​ຄອນຫຼວງ ກີ​ຢິບ 80 ເປີ​ເຊັນ​ບໍ່​ມີ​ນ້ຳ​ໃຊ້ ຫຼັງ​ຈາກ​ການ​ໂຈ​ມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, 31 ຕຸ​ລາ 2022.

ຣັດ​ເຊຍ ໄດ້​ເພີ່ມ​ການ​ໂຈມ​ຕີ​ຂອງ​ເຂົາ​ເຈົ້າ ​ໃສ່ຫຼາຍ​ເມືອງ​ຂອງ ຢູ​ເຄ​ຣນ​ ໃນ​ວັນ​ຈັນ​ວານນີ້, ໂດຍ​ແນ​ເປົ້າ​ໃສ່​ພື້​ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ ແລະ ຕັດ​ການ​ສະ​ໜອງ​ໄຟ​ຟ້າ ແລະ ນ້ຳ​ໃນ​ນະ​ຄອນຫຼວງ ກີ​ຢິບ ແລະ ພາກ​ພື້ນອື່ນໆ. ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ ຣັດ​ເຊຍ ໄດ້​ກ່າວ​ຫາ​ວ່າ ຢູ​ເຄ​ຣນ ໄດ້​ໂຈມ​ຕີ​ກອ​ງ​ທັບ​ເຮືອ​ຂອງ​ເຂົາ​ເຈົ້າ​ໃນ​ທະ​ເລ​ດຳ.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ຢືນ​ຢັນ​ໃນ​ວັນ​ຈັນ​ວານນີ້​ວ່າ ການ​ໂຈມ​ຕີ​ຕ່າງໆ​ໃສ່ ຢູ​ເຄ​ຣນ ແມ່ນ​ການ​ຕອບ​ໂຕ້​ຕໍ່​ ກີ​ຢິບ ທີ່​ຖືກ​ກ່າວ​ຫາ​ວ່າ​ດຳ​ເນີນ​ການ​ໂຈມ​ຕີ​ທາ​ງ​ອາ​ກາດ.

ໃນ​ການ​ຕອບ​ນັກ​ຂ່າວ​ຜູ້​ທີ່​ໄດ້​ຖາມ​ວ່າ​ການ​ລະ​ດົມ​ຍິງ​ດັ່ງ​ກ່າວ​ແມ່ນ​ການ​ຕອບ​ໂຕ້​ຕໍ່​ເຫດ​ການ ​ເມື່ອບໍ່​ດົນ​ມານີ້ ​ຢູ່​ທະ​ເລ​ດຳຫຼືບໍ່​ນັ້ນ, ທ່ານ ປູ​ຕິນ ໄດ້​ກ່າວ​ວ່າ “ແມ່ນ​ແລ້ວ ​ສ່ວນ​ນຶ່ງ. ແຕ່​ມັນ​ບໍ່​ແມ່ນ​ທັງ​ໝົດ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​.”

ເຈົ້າ​ຄອງ​ນະ​ຄອນຫຼວງ ກີ​ຢິບ ທ່ານ ວິ​ຕາ​ລີ ຄ​ລິ​ຈ​ໂກ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຕ່າງໆ​ໃນ​ນະ​ຄອນຫຼວງ​ໄດ້​ຕັດ​ການ​ສະ​ໜອງ​ໄຟ​ຟ້າ ແລະ ນ້ຳ​ໃນຫຼາຍ​ພາກ​ສ່ວນ​ຂອງ​ເມືອງ, ເຮັດ​ໃຫ້​ຜູ້​ອາ​ໄສ​ຢູ່ຫຼາຍກວ່າ 80 ເປີ​ເຊັນ​ບໍ່​ມີ​ນ້ຳ​ໃຊ້.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ໃນ​ທວິດ​ເຕີ​ນັ້ນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ ຢູ​ເຄ​ຣນ ທ່ານ ດ​ມິ​ໂຕ​ຣ ຄູ​ເລ​ບາ ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ຕ່າງໆ.

ກອງ​ທັບ​ບົກ​ຂອງ ຢູ​ເຄ​ຣນ ໄດ້ຂຽນ​ຂໍ້​ຄວາມ​ໃນ Telegram ວ່າ​ການ​ໂຈມ​ຕີ​ດັ່ງ​ກ່າວ​ລວມ​ມີ “ລູກ​ສອນ​ໄຟ​ນຳ​ວິ​ຖີຫຼາຍກວ່າ 50 ລູກ” ໃນ​ການ​ໂຈມ​ຕີຫຼາຍ​ຄັ້ງ.

ທ່ານ​ໄດ້​ກ່າວ​ວ່າ “ລູກ​ສອນ​ໄຟ ຣັດ​ເຊຍ ອີກ​ຊຸດ​ນຶ່ງ​ໄດ້​ຕົກ​ຖືກ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ. ແທນ​ທີ່​ຈະ​ເປັນ​ການ​ຕໍ່​ສູ້​ໃນ​ສະ​ໜາມ​ລົບ, ຣັດ​ເຊຍ ໄດ້​ຕໍ່​ສູ້​ກັບ​ພົນ​ລະ​ເຮືອນ. ຢ່າ​ໃຫ້​ເຫດ​ຜົນ​ການ​ໂຈມ​ຕີ​ພວກນີ້​ ດ້ວຍ​ການ​ເອີ້ນ​ມັນ​ວ່າ​ການ​ຕອບ​ໂຕ້. ຣັດ​ເຊຍ​ ເຮັດ​ສິ່ງນີ້​ກໍ​ຍ້ອນ​ວ່າ​ ພວກ​ເຂົາ​ຍັງ​ມີ​ລູກ​ສອນ​ໄຟ ແລະ ເຈ​ຕະ​ນາ​ທີ່​ຈະ​ຂ້າ​ປະ​ຊາ​ຊົນ ຢູ​ເຄ​ຣນ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ ​ເມື່ອ​ວັນ​ຈັນ​ວານນີ້​ວ່າ ຢູ​ເຄ​ຣນ ໄດ້​ຍິງ​ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ໂດຍ ຣັດ​ເຊຍ ຕົກ 45 ລູກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG