ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ ​ດ້ວຍ​ລູກ​ສອນ​ໄຟ​ ຂອງຣັດ​ເຊຍ ໃສ່​ຢູ​ເຄ​ຣນ​ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ ຢ່າງ​ໜ້ອຍ 5 ຄົນ


ຈະ​ຫລວດ 3 ລູກ​ທີ່​ຍິງ​ອອກ​ຈາກເຂດ Belgorod ຂອງ​ຣັດ​ເຊຍໄປຕົກໃສ່​ຢູ​ເຄ​ຣນ ແມ່ນ​ສາ​ມາດ​ແນມ​ເຫັນ​ໄດ້ໃນແລງ​ທີ່​ມືດ ​ຢູ່​ນະ​ຄອນ​ຄາ​ກີບ ໃນແລງວັນ​ພະ​ຫັດ​ມື້ນີ້, ວັນ​ທີ 9 ມີ​ນາ, 2023
ຈະ​ຫລວດ 3 ລູກ​ທີ່​ຍິງ​ອອກ​ຈາກເຂດ Belgorod ຂອງ​ຣັດ​ເຊຍໄປຕົກໃສ່​ຢູ​ເຄ​ຣນ ແມ່ນ​ສາ​ມາດ​ແນມ​ເຫັນ​ໄດ້ໃນແລງ​ທີ່​ມືດ ​ຢູ່​ນະ​ຄອນ​ຄາ​ກີບ ໃນແລງວັນ​ພະ​ຫັດ​ມື້ນີ້, ວັນ​ທີ 9 ມີ​ນາ, 2023

ເຈົ້າ​ໜ້າ​ທີ່​ຢູ​ເຄຣນ​ລາຍ​ງານ​ວ່າ ໄດ້ມີການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ໃນ​ວັນ​ພະຫັດ​ມື້​ນີ້ ຢູ່​ໃນ​ຫຼາຍ​ເຂດ​ຂອງ​ປະ​ເທດ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ ຢ່າງ​ໜ້ອຍ 5 ຄົນ.

ກອງທັບ​ຢູ​ເຄຣນ​ກ່າວ​ວ່າ ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ 34 ລູກ​ໃນ​ຈຳນວນ 81 ລູກ​ທີ່ຣັດ​ເຊຍ​ຍິງ​ໄປນັ້ນ​ຕົກ, ​ແລະເວົ້າ​ວ່າ ​ໄດ້​ຍິງ​ເຮືອ​ບິນບໍ່​ມີ​ຄົນ​ຂັບທີ່​ຜະລິດ​ໂດຍ​ອີຣ່ານ 4 ລຳ​ ທີ່​ກຳລັງທະ​ຫານ​ຣັດ​ເຊຍ​ໃຊ້ນັ້ນ​ຕົກ.

ຜູ້​ປົກ​ຄອງ​ເຂດ​ລະ​ວີບ (Lviv) ຢູ່ພາກ​ຕາ​ເວັນ​ຕົກຂອງ​ປະ​ເທດກ່າວ​ວ່າ ມີ 4 ຄົນ ​ເສຍ​ຊີ​ວິດ​ຢູ່​ທີ່​ນັ້ນ ເມື່ອ​ລູກ​ສອນ​ໄຟ​ລູກ​ນຶ່ງ​ຕົກ​ໃສ່​ເຂດ​ທີ່​ຢູ່​ອາ​ໄສຂອງ​ຄົນ.

ຢູ່​ເມືອງ ດ​ນິບໂປ​ຣ​ເປ​ຕ​ຣັອ​ຟ​ຄ໌ (Dnipropetrovsk) ນັ້ນ, ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍ​ໄດ້​ສັງຫານຜູ້​ນຶ່ງ​ແລະເຮັດ​ໃຫ້​ບາດ​ເຈັບ​ອີກ 2 ຄົນ.

ຜູ້​ປົກ​ຄອງ​ເຂດໂອ​ເດ​ຊ​າ, ທ່ານມາກ​ຊິມ ມາ​ເຊນ​ໂກ (Maksym Marchenko) ກ່າວ​ວ່າ ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ໄດ້​ໂຈມ​ຕີ​ໂຄງ​ລ່າງ​ດ້ານ​ພະ​ລັງ​ງານ ແລະ​ເຮັດ​ໃຫ້​ມີການ​ຕັດ​ໄຟເກີດ​ຂຶ້ນ. ທ່ານມາ​ເຊນ​ໂກ (Marchenko) ຍັງ​ກ່າວອີກ​ວ່າ ການ​ໂຈມ​ຕີ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່​ຕຶກ​ອາ​ຄານ​ທີ່​ຢູ່​ອາ​ໄສ, ແຕ່​ບໍ່​ມີ​ລາຍ​ງານ​ວ່າ ​ມີ​ຜູ້​ບາດ​ເຈັບ ແລະ​ລົ້ມ​ຕາຍ.

Congress Debates Military Aid Sent to Ukraine
please wait

No media source currently available

0:00 0:02:15 0:00

ທີ່ຄາ​ກິບນັ້ນ, ຜູ້​ປົກ​ຄອງ​ຂົງເຂດ, ທ່ານໂອ​ເລ ຊີນ​ເນ​ຮູບັອ​ຟ (Oleh Synehubov) ກ່າວວ່າ ການໂຈມຕີຂອງຣັດເຊຍ 15 ຄັ້ງ ກະ​ທົບ​ໃສ່ຕົວເມືອງ ແລະເຂດອ້ອມແອ້ມ ໂດຍແນເປົ້າໝາຍໃສ່ ສິ່ງ​ທີ່​ລວມມີບັນດາພື້ນຖານ ໂຄງລ່າງທີ່ສຳຄັນສຸດ.

ນະຄອນຫຼວງກີ​ຢິບຂອງ​ຢູ​ເຄຣນ ກໍ​ໄດ້​ຖືກ​ໂຈມ​ຕີ​ເຊັ່ນ​ກັນ.

ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ​ໄດ້​ເຊື້ອ​ເຊີນເອົາ​ຫົວ​ໜ້າສູງ​ສຸດ​ຂອງ​ສະພາຕ່ຳສະຫະລັດ ​ໄປ​ຢ້ຽມຢາມນະ​ຄອນ​ຫລວງ​ກີ​ຢິບ​ເພື່ອ​ເບິ່ງວ່າ "ມີ​ຫຍັງເກີດ​ຂຶ້ນ​ຢູ່​ທີ່​ນີ້" ຢູ່​ໃນ​ການ​ໃຫ້​ສຳພາດ​ທີ່​ອອກ​ອາກາດ​ໃນ​ວັນ​ພຸດ​ວານ​ນີ້ທາງ​ໂທລະພາບ CNN.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG