ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ແນເປົ້າໃສ່ ນະ​ຄອນ​ຫຼວງ ກີຢິບ ແລະ ເມືອງ ມີໂກລິຟ


ນັກດັບເພີງ ຊ່ວຍແມ່ຍິງຄົນນຶ່ງ ຈາກອາຄານທີ່ໄດ້ຮັບຄວາມເສຍຫາຍ ໃນລະຫວ່າງການໂຈມຕີດ້ວຍລູກສອນໄຟ ຂອງຣັດເຊຍ ທ່າມກາງການໂຈມຕີຂອງຣັດເຊຍ ໃສ່ຢູເຄຣນ, ໃນເມືອງກີຢິບ, ວັນທີ 7 ກຸມພາ 2024.
ນັກດັບເພີງ ຊ່ວຍແມ່ຍິງຄົນນຶ່ງ ຈາກອາຄານທີ່ໄດ້ຮັບຄວາມເສຍຫາຍ ໃນລະຫວ່າງການໂຈມຕີດ້ວຍລູກສອນໄຟ ຂອງຣັດເຊຍ ທ່າມກາງການໂຈມຕີຂອງຣັດເຊຍ ໃສ່ຢູເຄຣນ, ໃນເມືອງກີຢິບ, ວັນທີ 7 ກຸມພາ 2024.

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 3 ຄົນ​ໃນ​ນະ​ຄອນ​ຫຼວງ ກີຢິບ ​ແລະ ​ເມືອງ ມີໂກລິຟ (Mykolaiv).

ທ່ານເຊເລັນກີ ກ່າວໃນສື່ສັງຄົມວ່າ “ການໂຈມຕີທາງອາກາດຄັ້ງໃຫຍ່ອີກຄັ້ງນຶ່ງຂອງຣັດເຊຍຕໍ່ປະເທດຂອງພວກເຮົາ.” “ຫົກ​ພາກ​ພື້ນ​ໄດ້​ຕົກ​ຢູ່​ພາຍໃຕ້​ການ​ຍິງ​ຂອງ​ສັດ​ຕູ. ການບໍລິການທັງໝົດ ຂອງພວກເຮົາ ໃນປະຈຸບັນນີ້ ກຳລັງດຳເນີນການເພື່ອກຳຈັດຜົນສະທ້ອນຂອງການກໍ່ການຮ້າຍນີ້.”

ກອງທັບ​ຢູ​ເຄຣນ ​ໄດ້​ໃຫ້ລາຍ​ລະອຽດ​ ກ່ຽວ​ກັບ​ການ​ໂຈມ​ຕີ​ຄັ້ງ​ໃຫຍ່​ຂອງຣັດ​ເຊຍ ​ເຊິ່ງລວມ​ມີ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 20 ລຳ, ລູກ​ສອນ​ໄຟຄ​ຣູ​ສ 36 ລຳ, ລູກ​ສອນ​ໄຟ​ນຳ​ວິ​ຖີ S-300 5 ລູກ ​ແລະ ລູກ​ສອນ​ໄຟຂີປະນາວຸດ 3 ລູກ.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ກອງທັບ​ອາກາດ​ຂອງ​ປະ​ເທດ ​ໄດ້​ທຳລາຍເຮືອບິນບໍ່ມີຄົນຂັບ 15 ລຳ​ໃນ​ຈຳນວນ 20 ລຳ ​ແລະ​ລູກ​ສອນ​ໄຟ 29 ລູກ​ໃນ​ຈຳນວນ 44 ລູກ.

ທ່ານ ເຊເລັນສກີ ກ່າວ​ວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍ ​ໄດ້​ສັງຫານ​ນຶ່ງ​ຄົນ​ໃນມີໂກລິຟ (Mykolaiv) ​ແລະ​ໄດ້​ທຳລາຍ​ບ້ານເຮືອນ​ຫລາຍ​ສິບ​ຫລັງ​ໃນ​ເມືອງດັ່ງກ່າວ.

ຢູ່​ນະຄອນຫຼວງກີຢິບ ມີ​ຜູ້​ເສຍ​ຊີວິດ 2 ຄົນ​ແລະ​ອີກ 10 ຄົນ ​ໄດ້​ຮັບ​ບາດ​ເຈັບ, ທ່ານ ເຊເລັນສກີ ກ່າວ​.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG