ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ໄດ້ຮັບບາດເຈັບ 3 ຄົນ ໃນຂົງເຂດໂອເດຊາ ໃນຂະນະທີ ຢູເຄຣນ ຍິງເຮືອບິນບໍ່ມີຄົນຂັບຂອງ ຣັດເຊຍ ຕົກ 19 ລໍາ

ລົດຫຼາຍຄັນຖືກທໍາລາຍ ທັດຈາກຕຶກອາຄານທີ່ຢູ່ອາໄສຂອງປະຊາຊົນທີ່ໄດ້ຮັບຄວາມເສຍຫາຍ ໃນລະຫວ່າງການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຂອງ ຣັດເຊຍ, ທ່າມກາງການໂຈມຕີຂອງ ຣັດເຊຍ ໃສ່ ຢູເຄຣນ, ໃນເມືອງໂອເດຊາ, ຢູເຄຣນ, ວັນທີ 17 ມັງກອນ 2024. (Press Service of the Operational Command 'South'/Handout via REUTERS).

ກອງທັບ​ຢູ​ເຄຣນກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຕົນ​ໄດ້​ທຳລາຍ​ເຮືອບິນບໍ່ມີຄົນຂັບ 19 ໃນ​ຈຳນວນ 20 ລຳ ​ທີ່​ຍິງມາ​ໂດຍ ຣັດ​ເຊຍ ​ລະຫວ່າງການ​ໂຈມ​ຕີ ​ໃນ​ເວລາ​ກາງຄືນ, ​ແຕ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ຊາກເຮືອບິນ​ທີ່​ຕົກລົງມາ ​ເຮັດ​ໃຫ້ 3 ຄົນ​ໄດ້​ຮັບ​ບາດ​ເຈັບ ​ຢູ່​ທ່າ​ເຮືອໂອເດຊາ ທີ່ຕັ້ງຢູ່ບໍລິເວນ​ພາກ​ໃຕ້​ຂອງ​ປະ​ເທດ.

ກອງທັບ​ກ່າວ​ວ່າ ເຮືອບິນ​ບໍ່​ມີ​ຄົນ​ຂັບ​ສ່ວນ​ໃຫຍ່​ໄດ້​ແນ​ເປົ້າ​ໃສ່​ພາກພື້ນໂອເດຊາ. ກະຊວງ​ພາຍ​ໃນ​ຂອງ​ຢູ​ເຄຣນກ່າວ​ວ່າ ເສດ​ຊາກ​ຫັກ​ພັງ​ດັ່ງກ່າວນັ້ນ ໄດ້ຕົກໃສ່​ຕຶກ​ອາ​ຄານ​ທີ່​ຢູ່​ອາ​ໄສຫຼາຍແຫ່ງ ​ພ້ອມທັງ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ທໍ່​ສົ່ງ​ແກັສອີກດ້ວຍ.

ເຈົ້າໜ້າທີ່ກູ້ໄພ ແລະຕໍາຫຼວດ ພາກັນເຮັດວຽກຢູ່ໃນສະຖານທີ່ເກີດເຫດຂອງຕຶກອາຄານທີ່ຢູ່ອາໄສ ທີ່ໄດ້ຮັບຜົນເສຍຫາຍຢ່າງໜັກຈາກການທໍາລາຍໂດຍການໂຈມຕີຂອງລູກສອນໄຟຣັດເຊຍ, ທ່າມກາງການບຸກໂຈມຕີຢູເຄຣນຂອງຣັດເຊຍ, ໃນເມືອງຄາກີບ, ຢູເຄຣນ, ວັນທີ 17 ມັງກອນ 2024.

ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ ມີ​ຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ໂດຍ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ຢ່າງ​ໜ້ອຍ 17 ຄົນ ຢູ່​ຂົງເຂດຄາກີບ ທີ່ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ອອກ ສຽງ​ເໜືອ​ຂອງ​ປະ​ເທດ.

ເຈົ້າຄອງພາກພື້ນຄາກີບ ທ່ານໂອເລ ຊີເນຮູບອບ (Oleh Synehubov) ກ່າວຜ່ານເທເລແກຣມວ່າ ລູກສອນໄຟ S-300 ຈໍານວນ 2 ລູກ ຂອງຣັດເຊຍ ໄດ້ຍິງໂຈມຕີ ໃສ່ໃຈກາງເມືອງ, ລວມທັງຕຶກອາຄານ ທີ່ຢູ່ອາໄສຂອງປະຊາຊົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG