ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນເຮລິຄັອບເຕີ ຂອງກອງທັບ ຣັດເຊຍ ຖືກຍິງຕົກໃນ ຊີເຣຍ


ເຮືອບິນ ເຮລິຄັອບເຕີ Mi-8 ລຳໜຶ່ງ ບິນກາຍເມືອງຫຼວງ Grozny ຂອງພາກພື້ນ Chechenya, ປະເທດ ຣັດເຊຍ. ເຮືອບິນເຮລິຄັອບເຕີ ທີ່ມີລັກສະນະຄ້າຍຄືກັນ ໄດ້ຖືກຍິງຕົກໃນ ຊີເຣຍ.
ເຮືອບິນ ເຮລິຄັອບເຕີ Mi-8 ລຳໜຶ່ງ ບິນກາຍເມືອງຫຼວງ Grozny ຂອງພາກພື້ນ Chechenya, ປະເທດ ຣັດເຊຍ. ເຮືອບິນເຮລິຄັອບເຕີ ທີ່ມີລັກສະນະຄ້າຍຄືກັນ ໄດ້ຖືກຍິງຕົກໃນ ຊີເຣຍ.

ເຮືອບິນເຮລິຄັອບເຕີຂອງທະຫານ ຣັດເຊຍ ໄດ້ຖືກຍິງຕົກໃນວັນຈັນ ວານນີ້ ທາງພາກຕາ ເວັນຕົກສຽງເໜືອຂອງ ຊີເຣຍ, ເຮັດໃຫ້ທັງໝົດ 5 ຄົນທີ່ຢູ່ໃນເຮືອບິນເສຍຊີວິດ.

ກະຊວງປ້ອງກັນປະເທດຂອງ ຣັດເຊຍ ກ່າວວ່າ ເຮືອບິນເຮລິຄັອບເຕີຂົນສົ່ງໄດ້ຖືກຍິງ ໃນ ເວລາທີ່ມັນບິນກັບຈາກການສົ່ງເຄື່ອງຊ່ວຍ ເຫຼືອດ້ານມະນຸດສະທຳໄປເມືອງ Aleppo ແລະ ໄດ້ກ່າວວ່າ ຜູ້ເສຍ ຊີວິດລວມມີເຈົ້າໜ້າທີ່ 2 ຄົນ ແລະ ຄະນະນັກບິນ 3 ຄົນ.

ໂຄສົກວັງ Kremlin ທ່ານ Dmitry Peskov ໄດ້ກ່າວຕໍ່ບັນດານັກ ຂ່າວວ່າ “ເທົ່າທີ່ພວກ ເຮົາຮູ້ຈາກຂໍ້ມູນທີ່ພວກເຮົາໄດ້ຮັບມາຈາກກະຊວງ ປ້ອງກັນປະເທດ, ຜູ້ທີ່ຢູ່ໃນເຮືອບິນ ເຮລິຄັອບເຕີໄດ້ເສຍຊີວິດໝົດ. ພວກເຂົາເຈົ້າໄດ້ເສຍຊີວິດຢ່າງວິລະບູລຸດຜູ້ກ້າຫານ, ເພາະວ່າພວກ ເຂົາເຈົ້າ ໄດ້ພະຍາຍາມທີ່ຈະບັງຄັບເຮືອບິນອອກໄປ ເພື່ອບໍ່ເຮັດໃຫ້ມີ ຜູ້ປະສົບເຄາະຮ້າຍຢູ່ເທິງພື້ນດິນ.”

ກອງກຳລັງຕ່າງໆຂອງ ຣັດເຊຍ ໄດ້ດຳເນີນການໂຈມຕີທາງອາກາດຫຼາຍຄັ້ງເພື່ອສະໜັບ ສະໜູນລັດຖະບານຂອງປະທານາທິບໍດີ Bashar al-Assad ຕັ້ງແຕ່ເດືອນກັນຍາຂອງ ປີກາຍນີ້.

ຄວາມຂັດແຍ້ງ ລະຫວ່າງ ກອງກຳລັງຂອງທ່ານ Assad ແລະ ພວກກະບົດຜູ້ທີ່ຢາກໃຫ້ ທ່ານອອກຈາກການກຳອຳນາດ ໄດ້ດຳເນີນ ມານັບຕັ້ງແຕ່ເດືອນມີນາ ປີ 2011 ເມື່ອການ ປະທ້ວງທີ່ງຽບສະຫງົບ ໄດ້ກາຍມາເປັນສົງຄາມກາງເມືອງ ທີ່ລວມມີກຸ່ມກະບົດຫຼາຍກຸ່ມ ພ້ອມ ກັບພວກຫົວຮຸນແຮງລັດອິສລາມ ທີ່ຕໍ່ສູ້ເພື່ອເຂດແດນ.

ລັດຖະບານ ຊີເຣຍ ໄດ້ກ່າວໃນວັນອາທິດວານນີ້ວ່າ ພວກເຂົາເຈົ້າ ພ້ອມແລ້ວທີ່ຈະສືບຕໍ່ ການເຈລະຈາສັນຕິພາບ ທີ່ສະໜັບສະໜູນໂດຍ ອົງການສະຫະປະຊາຊາດ ກັບກຸ່ມຝ່າຍ ຄ້ານໃນນະຄອນ ເຈນີວາ ໃນທ້າຍຂອງເດືອນສິງຫານີ້ ໂດຍປາສະຈາກເງື່ອນໄຂເບື້ອງ ຕົ້ນ ຫຼື “ອິດທິພົນຈາກພາຍນອກ.”

ການເຈລະຈາ UN ຫຼາຍຮອບໃນຄັ້ງທີ່ຜ່ານມາ ໄດ້ແຕກສະຫຼາຍ ໃນຂະນະທີ່ຄວາມຮຸນ ແຮງຄົງສືບຕໍ່ຢູ່ ແລະ ມີຄຳຖາມທີ່ສຳຄັນ ກ່ຽວກັບວ່າ ທ່ານ Assad ຈະລາອອກຈາກຕຳ ແໜ່ງນັ້ນ ແມ່ນຍັງບໍ່ ສາມາດແກ້ໄຂໄດ້ເທື່ອ.

ສະຫະລັດ ແລະ ມະຫາອຳນາດປະເທດຕາເວັນຕົກອື່ນໆ ໄດ້ຢືນຢັນ ວ່າທ່ານ Assad ຕ້ອງລາອອກຈາກຕຳແໜ່ງ ໃນພາກສ່ວນຂອງທຸກໆ ຂໍ້ຕົກລົງສັນຕິພາບ, ໃນຂະນະທີ່ພັນ ທະມິດຂອງທ່ານ, ສຳຄັນທີ່ສຸດ ແມ່ນ ຣັດເຊຍ, ໄດ້ປະຕິເສດຕໍ່ກັບຂໍ້ຄິດເຫັນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG