ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂະບວນລົດ ທະຫານຣັດເຊຍ ແລ່ນເຂົ້າໄປໃນ ໄຄຣເມຍ (ວີດີໂອ/ສະໄລດ໌)


Military Convoy Moves Through Crimea
please wait

No media source currently available

0:00 0:02:02 0:00

ວີດີໂອ: ຂະບວນລົດທະຫານຣັດເຊຍ ແລ່ນເຂົ້າໄປ ໃນໄຄຣເມຍ.

ລົດຂະ​ບວນນຶ່ງ ທີ່ປາກົດ​ວ່າ ​ເປັນ​ລົດ​ທະຫານ​ຂອງຣັດ​ເຊຍ
​ໄດ້​ແລ່ນ​ເຂົ້າ​ໄປ​ໃນຖານ​ທັບ​ແຫ່ງ​ນຶ່ງ​ໃກ້ໆ​ກັບເມືອງຫຼວງ
Simferopol ຂອງ​ເຂດ Crimea ຂອງ​ຢູ​ເຄຣນ.

ບັນດາ​ນັກ​ຂ່າວ​ ທີ່​ຖ່າຍຮູບວີ​ດີ​ໂອ ​ເອົາ​ຂະ​ບວນລົດ​ດັ່ງກ່າວ
​ໃນ​ວັນ​ເສົາ​ວານ​ນີ້ ​ເວົ້າ​ວ່າ ​ມີ​ລົດ​ບັນທຸກ​ນ້ຳມັນຫຼາຍຄັນ ລົດ​
ຫຸ້ມ​ເກາະ 8 ຄັນ ແລະ​ລົດ​ໂຮງໝໍ 2 ຄັນ ຮວມຢູ່​ໃນຂະ​ບວນ
ລົດ​ດັ່ງກ່າວ ທີ່​ໄດ້​ເ​ເລ່ນ​ເຂົ້າ​ໄປ​ໃນ​ເດີ່ນ​ບິນ​ທະຫານ​ແຫ່ງ​ນຶ່ງ​
ທີ່​ຕິດ​ທຸງຣັດ​ເຊຍ.

ຣັດ​ເຊຍປະຕິ​ເສດ​ວ່າ ຕົນ​ບໍ່​ມີ​ທະຫານ ຢູ່​ໃນ Crimea ນອກ
ຈາກ​ພວກ​ທະຫານ​ປະຈຳ ການປົກກະຕິ ກັບຝຸູງກຳປັ່ນ​ຂອງ​ຕົນທີ່​ເຂດທະເລດໍາ ​ເທົ່າ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ ກ່າວ​ວ່າ ​ເຖິງ​ແມ່ນ​ພວກ​ທະຫານ​ເຫຼົ່າ​ນີ້​ບໍ່​ຕິດ​ເຄື່ອງໝາຍ​ບອກວ່າ
ພວກ​ຕົນ​ແມ່ນ​ໃຜ​ກໍ​ຕາມ ​ແຕ່​ກໍເປັນ​ທີ່​ຈະ​ແຈ້ງວ່າ ພວກ​ເຂົາ​ເຈົ້າ​ເປັນ​ທະຫານຣັດ​ເຊຍ.

ກ່ອນ​ໜ້າ​ນີ້ ພວກ​ເຫັນ​ເຫດ​ການ ​ເວົ້າວ່າ ​ໄດ້​ມີ​ການ​ຍິງ​ເຕືອນ ​ເວລາ​ພວກ​ກຳລັງ​ທີ່​ນິຍົມ
ຣັດ​ເຊຍ ບໍ່​ຍອມ​ໃຫ້ເຈົ້າ​ໜ້າ​ທີ່​ສັງ​ເກດ​ການ​ທີ​ມນຶ່ງ​ຈາກ​ອົງການ​ເພື່ອ​ຄວາມປອດໄພ​ແລະ
​ການ​ຮ່ວມ​ມື​ໃນ​ຢູ​ໂຣບ ​ເຂົ້າໄປໃນ​ແຫຼມ Crimea ຊຶ່ງ​ເປັນ​ມື້​ທີ​ສາມລຽນຕິດ​ແລ້ວ​ ທີ່​ທີ​ມ​
ນັກ​ສັງ​ເກດ​ການ​ດັ່ງກ່າວ ​ຖືກຂັດຂວາງ ​ບໍ່​ໃຫ້​ເຂົ້າ​ໄປ​.

ລັດຖະມົນຕີ​ຕ່າງປະ​ເທດ ຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເກຣນ ທ່ານ Andrii Deshchyt
sia ໄດ້​ຮຽກຮ້ອງໃນ​ວັນ​ເສົາ​ວານ​ນີ້ ​ ​ໃຫ້​ມີ​ການ​ແກ້​ໄຂ​ບັນຫາ​ທາງ​ການ​ທູດ ​ແລະ​ຍຸດຕິ​
ວິ​ກິດ​ການ​ໃນ​ຢູ​ເຄຣນ ​ດ້ວຍ​ສັນຕິ​ວິທີ. ທ່ານ​ກ່າວ​ຕື່ມ​ວ່າ ຢູ​ເຄຣນ ​ເປີດ​ປະຕູ ຕໍ່​ຄວາມ
​ເປັນ​ໄປ​ໄດ້ທຸກ​ຢ່າງ ທີ່ຈະ​ນຳ​ໄປ​ສູ່ “ໝາກ​ຜົນ ທີ່​ເປັນ​ຮູບ​ປະ​ທຳ​” ​ແລະ​ກ່າວ​ເນັ້ນ​ວ່າ
“Crimea ເປັນ ​ແລະກໍ​ຈະເປັນ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຢູ​ເຄຣນ ຕໍ່​ໄປ​.”





XS
SM
MD
LG