ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ຊາຍ ຣັດເຊຍ ອາຍຸສັ້ນ ຍ້ອນດຶ່ມເຫຼົ້າ vodka ຫຼາຍໂພດ (ວີດີໂອ)


ລູກຄ້າຊາວຣັດເຊຍຄົນນຶ່ງ ກໍາລັງຈັບເອົາແກ້ວເຫລົ້າ vodka ຢູ່ຕະຫລາດແຫ່ງນຶ່ງ.
ລູກຄ້າຊາວຣັດເຊຍຄົນນຶ່ງ ກໍາລັງຈັບເອົາແກ້ວເຫລົ້າ vodka ຢູ່ຕະຫລາດແຫ່ງນຶ່ງ.
ບັນດາ​ນັກ​ຄົ້ນ​ຄວ້າ ກ່າວ​ວ່າ ພວກ​ຜູ້​ຊາຍ​ຊາວຣັດ​ເຊຍ ທີ່​ດື່ມເ​ຫຼົ້າ
vodka ຢ່າງ​ຫລວງຫຼາຍ​ນັ້ນ ແມ່ນມີຄວາມ​ສ່ຽງ​ສູງ “ເປັນພິເສດ”
ຕໍ່ການເສຍຊີວິດ ໄວກວ່າທີ່ຄວນຈະເປັນ.

ການ​ສຶກສາ​ຄົ້ນຄວ້າ​ທີ່ພິມ​ເຜີຍ​ແຜ່ ​ໃນວັນ​ພະຫັດ​ວານນີ້ ຢູ່​ໃນ​
ວາຣະສານ​ການ​ແພດ The Lancet ​ ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​
ກັບ​ການ​ພົບ​ເຫັນຂອງພວກນັກ​ວິທະຍາສາດທີ່​ໄດ້​ຕິດຕາມເບິ່ງ
ພວກຜູ້​ໃຫຍ່​ປະມານ 151,000 ຄົນລະຫວ່າງ​ປີ 1999 ​ແລະ
ປີ 2010. ​ມີ 8000 ຄົນ​ ທີ່ຮວມຢູ່ ໃນ​ການ​ສຶກສາ​ຄົ້ນ​ຄວ້າ ຊຶ່ງ​ ​
ເສຍ​ຊີວິດ​ໃນລະຫວ່າງນັ້ນ ຫຼາຍໆ​ຄົນ​ໄດ້​ຖືກ​ພົບເຫັນ​ວ່າ ​ເປັນ​
ຄົນດື່ມ​ເຫລົ້າ vodka ຢ່າງ​ໜັກ​.

ບັນດາ​ນັກ​ຄົ້ນຄວ້າກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ ການ​ດື່ມ​ເຫລົ້າ vodka ຫລາຍ​ເກີນ​ຂອບ​
ເຂດ​ໃນ​ຈໍານວນພວກເສຍ​ຊີວິດ ທີ່ໄດ້ຮັບ​ບາ​ດ​ເຈັບ ​ຈາກພາຍ​ນອກ ​ເຊັນ​ວ່າ ອຸປະຕິ​ເຫດ ການຂ້າຕົວຕາຍແລະ​ຄວາມ​ຮຸນ​ແຮງ. ​ເຂົາ​ເຈົ້າ​ກ່າວ​ວ່າມີຄວາມ​ສ່ຽງ​ຕໍ່ການເສຍຊີວິດກ່ອນ​ ອາຍຸ 55 ປີ ຢູ່​ໃນ​ຈໍານວນ​ພວກ​ຜູ້​ດື່ມ​ເຫລົ້າ vodka ສາມແກ້ວທີ່ບັນຈຸໄດ້ເຄິ່ງລິດຫລື​ຫຼາຍ ​ກວ່ານັ້ນ ຕໍ່​ອາທິດນັ້ນ ​ແມ່ນ 35 ​ເປີ​ເຊັນ.

ບັນດາ​ຜູ້​ຊ່ຽວຊານ ກ່າວ​ວ່າ ​ໂດຍສະ​ເລ່ຍທັງ​ໝົດ​ແລ້ວ ຄວາມຄາດຫວັງໃນການ​ມີ​ອາຍຸ​ຍືນ ຂອງຜູ້​ຊາຍຊາວຣັດ​ເຊຍແມ່ນ 64 ປີຊຶ່ງຮວມ​ຢູ່​ໃນ​ບັນດາປະ​ເທດ​ທີ່​ມີ​ຄວາມຄາດຫວັງດ້ານ ອາຍຸ​ສັ້ນທີ່​ສຸດ ​ຢູ່​ໃນ​ໂລກ.

Russia
please wait
Embed

No media source currently available

0:00 0:00:58 0:00
XS
SM
MD
LG