ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບ້ານເກີດຂອງຜູ້ຕ້ອງສົງໄສວ່າ ສັງຫານໝູ່ຊາວຣັດເຊຍ ປະເຊີນກັບຄວາມທຸກຍາກ, ຄວາມຂັດແຍ້ງທາງສາດສະໜາ


ນັກບວດອໍໂທດັອກ ປະກອບພິທີ ຢູ່ທີ່ອະນຸສອນສະຖານຊົ່ວຄາວ ໜ້າຫໍວ່າການເມືອງ ໂຄຣຄັສ (Crocus), ນອກເມືອງ ຂອງມົສກູ, ຣັດເຊຍ, ວັນທີ 25 ມີນາ 2024.
ນັກບວດອໍໂທດັອກ ປະກອບພິທີ ຢູ່ທີ່ອະນຸສອນສະຖານຊົ່ວຄາວ ໜ້າຫໍວ່າການເມືອງ ໂຄຣຄັສ (Crocus), ນອກເມືອງ ຂອງມົສກູ, ຣັດເຊຍ, ວັນທີ 25 ມີນາ 2024.

ຜູ້​ຊາຍ 4 ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ ດຳເນີນການ​ສັງຫານ​ໝູ່ ​ຢູ່​ທີ່ໂຮງ​ລະຄອນແຫ່ງນຶ່ງຂອງ​ມົສກູ ​ໄດ້​ຖືກ​ເຈົ້າໜ້າ​ທີ່ ​ລະບຸ​ໂຕວ່າ ​ເປັນ​ພົນລະ​ເມືອງ​ຂອງ ຕາຈິກກິສຖານ (Tajikistan), ທີ່​ພວກເຂົາຫຼາຍ​ພັນ​ຄົນໄດ້​ອົບ​ພະຍົບ​ໄປຣັດ​ເຊຍ​ໃນ​ແຕ່​ລະ​ປີ ​ຈາກ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ອະດີດ​ສະຫະພາບ​ໂຊ​ວຽດ ​ເພື່ອ​ເຮັດວຽກຢ່າງໜັກ ໃຫ້ມີລາຍຮັບພຽງພໍ ເພື່ອໃຫ້ສາມາດດຳລົງຊີວິດຢູ່ໄດ້, ອີງຕາມອົງການຂ່າວ ເອພີ.

ຄຽງ​ຄູ່​ກັບ​ຄວາມ​ທຸກ​ຍາກ​ແລ້ວ, ຕາ​ຈິກ​ກິ​ສ​ຖານ ​ກໍຍັງ​ມີ​ຄວາມ​ເຄັ່ງ​ຕຶງ​ທາງ​ສາດ​ສະ​ໜາ. ກຸ່ມອິສລາມຫົວຮຸນແຮງ ​ແມ່ນ​ນຶ່ງໃນກອງ​ກຳລັງຫຼັກ ທີ່​ຕໍ່ຕ້ານ​ລັດຖະບານ​ໃນຊ່ວງ​ສົງຄາມ​ກາງ​ເມືອງ ​ໃນ​ຊຸມ​ປີ 1990 ທີ່​ໄດ້​ທຳລາຍ​ປະ​ເທດ. ມີລາຍງານວ່າ ພວກຫົວຮຸນແຮງ ທີ່ອ້າງເອົາຄວາມຮັບຜິດຊອບ ໃນການສັງຫານໝູ່ໃນມົສກູ ທີ່ໄດ້ສັງຫານ 139 ຄົນ ເປັນສາຂາ ຂອງກຸ່ມລັດອິສລາມ ໃນອັຟການິສຖານ ທີ່ເປັນປະເທດໃກ້ຄຽງ ຕາມລາຍງານແລ້ວ ກໍາລັງຖືກເກນໄປເປັນທະຫານຈໍານວນຫຼວງຫຼາຍ ຈາກທາຈິກິສຖານ.

ຜູ້​ຕ້ອງ​ສົງ​ໄສ 4 ຄົນ ​ທີ່​ຖືກດຳເນີນຄະດີໃນ​ສານມົສ​ກູ ໃນ​ຕອນ​ແລງ​ວັນ​ອາ​ທິດ​ຜ່ານ​ມາ ໃນ​ຂໍ້​ຫາ​ກໍ່​ການ​ຮ້າຍ ປາກົດ​ວ່າ​ໄດ້​ຖືກ​ທຸບ​ຕີ ຫຼື​ໄດ້ຮັບບາດ​ເຈັບ​ ໃນ​ລະ​ຫວ່າງ​ການ​ຖືກ​ກັກ​ຂັງ. ຄົນນຶ່ງໄດ້ຖືກຍູ້ເຂົ້າມາ ຢູ່ເທິງຕຽງທີ່ມີລໍ້ ໂດຍພຽງແຕ່ໃສ່ເສື້ອຂອງໂຮງໝໍ ເທົ່ານັ້ນ.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ (Vladimir Putin) ໃນວັນຈັນວານນີ້ ໄດ້ພັນລະນາເຖິງຜູ້ຕ້ອງສົງໄສເຫຼົ່ານີ້ວ່າ ເປັນ “ພວກອິສລາມຫົວຮຸນແຮງ” ແລະ ທ່ານໄດ້ກ່າວຢ້ຳຄືນການກ່າວຫາຂອງທ່ານວ່າ ຢູເຄຣນ ອາດມີສ່ວນກ່ຽວຂ້ອງ ເຖິງແມ່ນວ່າ ຈະມີການປະຕິເສດຢ່າງໜັກແໜ້ນກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG