ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາ​ລ​ແວ ຂອງ​ຣັດ​ເຊຍ ແນ​ເປົ້າ​ໝາຍ​ໃສ່​ໂທ​ລະ​ສັບ​ມື​ຖື ຂອງ​ຊາວ​ຢູ​ເຄ​ຣນ


ແຟ້ມ - ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶ່ງ ພວມ​ໃຊ້​ໂທ​ລະ​ສັບ​ມື​ຖື ຢູ່​ທີ່​ເຂດ​ແນວ​ໜ້າ ໃກ້​ກັບ​ເມືອງ​ບາກ​ມຸດ ໃນ​ເຂດ​ໂດ​ແນັດ​ຂອງ​ຢູ​ເຄ​ຣນ ຊຶ່ງ​ສ່ວນ​ນຶ່ງ​ໄດ້​ຖືກ​ຢຶດ​ຄອງ​ໂດຍ​ກຳ​ລັງ​ຣັດ​ເຊຍ ເມື່ອ​ວັນ​ທີ 11 ມີ​ນາ 2023.
ແຟ້ມ - ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶ່ງ ພວມ​ໃຊ້​ໂທ​ລະ​ສັບ​ມື​ຖື ຢູ່​ທີ່​ເຂດ​ແນວ​ໜ້າ ໃກ້​ກັບ​ເມືອງ​ບາກ​ມຸດ ໃນ​ເຂດ​ໂດ​ແນັດ​ຂອງ​ຢູ​ເຄ​ຣນ ຊຶ່ງ​ສ່ວນ​ນຶ່ງ​ໄດ້​ຖືກ​ຢຶດ​ຄອງ​ໂດຍ​ກຳ​ລັງ​ຣັດ​ເຊຍ ເມື່ອ​ວັນ​ທີ 11 ມີ​ນາ 2023.

ທະ​ຫານ​ຢູ​ເຄ​ຣນ​ໃຊ້​ໂທ​ລະ​ສັບ​ມື​ຖື​ແອນດ​ຣ​ອຍ ພວມ​ຖືກ​ໂຈມ​ຕີ​ດ້ວຍ​ພວກ​ເຈາະ​ຂໍ້​ມູນ​ຣັດ​ເຊຍ ຜູ້​ຊຶ່ງ​ໃຊ້​ມາ​ລ​ແວ​ຊະ​ນິດ​ໃໝ່ເພື່ອ​ພະ​ຍາ​ຍາມ​ລັກ​ເອົາ​ຂໍ້​ມູນ​ທີ່​ສຳ​ຄັນ ຕໍ່​ການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ.

ເຈົ້າ​ໜ້າ​ທີ່​ໄຊ​ເບີ້​ຈາກ​ສະ​ຫະ​ລັດ ພ້ອມ​ກັບ​ຄູ່​ຮ່ວມງານ ​ຈາກອອ​ສ​ເຕ​ຣ​ເລຍ ອັງ​ກິດ ກາ​ນາ​ດາແລະ​ນິວ​ຊີ​ແລນ ໄດ້​ອອກ​ຄຳ​ເຕືອນ​ໃນ​ວັນ​ພະ​ຫັດ​ວານນີ້ ກ່ຽວ​ກັບ​ມາ​ລ​ແວ ທີ່​ມີ​ຊື່​ວ່າ Infamous Chisel ຊຶ່ງ​ແນ​ໃສ່​ ເພື່ອ​ສະ​ແກນ​ເບິ່ງແຟ້ມ ການ​ຕິດຕໍ່​ຜ່ານ​ໜ້າ​ຈໍ ແລະ “ບາງ​ຄັ້ງ​ບາງ​ຄາວ​ກໍ​ລັກ​ເອົາ​ຂໍ້​ມູນ​ທີ່​ສຳ​ຄັນໆ.”

ອົງ​ການ​ຄວາມ​ໝັ້ນ​ຄົງ​ ທາງ​ໄຊ​ເບີ້ ​ແລະ​ພື້ນ​ຖານ​ໂຄງ​ລ່າງ ​ຂອງ​ສະ​ຫະ​ລັດ ​ຫລື CISA ເວົ້າ​ເຖິງ​ນິວ​ມາ​ລ​ແວນີ້​ວ່າ "​ເກັບ​ກຳ​ອົງ​ປະ​ກອບ​ຕ່າງໆ ​ຊຶ່ງ​ສາ​ມາດ​ເຂົ້າ​ເຖິງໄດ້​ຢ່າງ​ຕໍ່​ເນື່ອງ​ເພື່ອ​ເຮັດ​ໃຫ້​ຕິດ​ເຊື້ອ​ອຸບ​ປະ​ກອນ​ແອນດ​ຣອຍ…ຊຶ່ງໄດ້​ຮວບ​ຮວມ​ແລະ​ເກັບ​ກຳ​ເອົາ​ຂໍ້​ມູນ​ຂອງ​ຜູ້​ເຄາະ​ຮ້າຍເປັນ​ໄລ​ຍະ​ໆ​ແບບ​ສະ​ໝ່ຳ​ສະ​ເໝີ.”

ລາຍ​ງານ​ຂອງ​ອົງ​ການ CISA ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ແບ່ງ​ປັນ​ລາຍ​ລະ​ອຽດ​ເພີ້​ມ​ຕື່ມ​ທາງ​ດ້ານ​ເທັກ​ນິກກ່ຽວ​ກັບ​ການ​ປຸກ​ລະ​ດົມ​ຂອງ​ຣັດ​ເຊຍ​ ຊຶ່ງ​ເຈົ້າ​ໜ້າທີ່​ເຕືອນ​ວ່າ ມາ​ລ​ແວ​ອາດ​ສາ​ມາດ​ນຳ​ໃຊ້​ຕໍ່​ເປົ້າ​ໝາຍ​ອື່ນໆ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG