ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກສະພາ ຣັດເຊຍ ຮັບຮອງການຢຸດ ສັນຍາທາດ ພລູໂຕນຽມ ກັບ ສະຫະລັດ


ສະມາຊິກສະພາ ຣັດເຊຍ ເຂົ້າຮ່ວມໃນກອງປະຊຸມຂອງສະພາຕ່ຳ Duma ໃນນະຄອນຫຼວງ ມົສກູ,​ຣັດເຊຍ.
ສະມາຊິກສະພາ ຣັດເຊຍ ເຂົ້າຮ່ວມໃນກອງປະຊຸມຂອງສະພາຕ່ຳ Duma ໃນນະຄອນຫຼວງ ມົສກູ,​ຣັດເຊຍ.

ສະພາຕ່ຳ Duma ຂອງ ຣັດເຊຍ, ໄດ້ໃຫ້ການຮອງຮັບຢ່າງເປັນເອກະສັນ ໃນບັນຍັດສະ ບັບໜຶ່ງທີ່ຖືກເຊັນໂດຍປະທານາທິບໍດີ ທ່ານ Vladimir Putin ທີ່ຈະຢຸດຊົ່ວຄາວຂໍ້ຕົກລົງ ກັບ ສະຫະລັດ ກ່ຽວກັບ ການກຳຈັດທາດພລູໂຕນຽມ ທີ່ມີລະດັບເປັນອາວຸດໄດ້.

ໃນຕົ້ນເດືອນນີ້, ທ່ານ Putin ໄດ້ກ່າວວ່າ ມັນມີ “ໄພຂົ່ມຂູ່ທີ່ເກີດຂຶ້ນຕໍ່ຄວາມໝັ້ນຄົງ ດ້ານແຜນຍຸດທະສາດ” ເຊິ່ງເປັນຜົນມາຈາກ “ການກະທຳທີ່ບໍ່ເປັນມິດ” ຂອງ ວໍຊິງຕັນ.

ທ່ານ Putin ໄດ້ກ່າວວ່າ ຂໍ້ຕົກລົງນັ້ນ ຈະຖືກຟື້ນຟູຄືນ ຖ້າ ສະຫະລັດ ຖອນກອງກຳລັງ ຂອງພວກເຂົາເຈົ້າ ທີ່ຖືກສົ່ງມາຢູ່ໃກ້ເຂດຊາຍແດນຂອງ ຣັດເຊຍ ແລະ ລົບລ້າງມາດຕະ ການລົງໂທດຕໍ່ຕ້ານ ຣັດເຊຍ.

ຮອງລັດຖະມົນຕີການຕ່າງປະເທດ ທ່ານ Sergei Ryabkov ໄດ້ກ່າວຕໍ່ບັນດາສະມາຊິກ ສະພາໃນວັນພຸດວານນີ້ວ່າ ມົສກູ ສາມາດເອົາບາດກ້າວອື່ນທີ່ອາດເປັນ “ຄວາມເຈັບ ປວດ” ສຳລັບ ສະຫະລັດ ຖ້າ ວໍຊິງຕັນ ເພີ່ມມາດຕະການລົງໂທດຕໍ່ ຣັດເຊຍ.

ພາຍໃຕ້ຂໍ້ຕົກລົງທີ່ຖືກເຊັນໃນປີ 2000 ແລະ ຖືກຕໍ່ອາຍຸໃໝ່ໃນປີ 2010 ນັ້ນ, ປະເທດມະ ຫາອຳນາດ ນິວເຄລຍ ທັງສອງ ສາມາດທີ່ຈະກຳຈັດທາດ ພລູໂຕນຽມ ທີ່ມີລະດັບເປັນອາ ວຸດ ອອກຈາກໂຄງການປ້ອງກັນປະເທດຂອງພວກເຂົາເຈົ້າໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG