ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຣັດເຊຍ ທີ່ຕິຕຽນ ວັງເຄຣັມລິນ ຖືກຍິງຕາຍ ຢູ່ຢູເຄຣນ


ນັກຂ່າວຣັດເຊຍ ທ່ານອາກາດີ ບັບເຊັງໂກ (Arkady Babchenko) ທີ່ເຫັນໄດ້ຢູ່ໃນພາບຖ່າຍນີ້ ເຊິ່ງບໍ່ໄດ້ລະບຸ ວັນເວລາ ໃຊ້ສຳລັບໜ້າເຟສບຸກ ຂອງຜູ້ກ່ຽວ.
ນັກຂ່າວຣັດເຊຍ ທ່ານອາກາດີ ບັບເຊັງໂກ (Arkady Babchenko) ທີ່ເຫັນໄດ້ຢູ່ໃນພາບຖ່າຍນີ້ ເຊິ່ງບໍ່ໄດ້ລະບຸ ວັນເວລາ ໃຊ້ສຳລັບໜ້າເຟສບຸກ ຂອງຜູ້ກ່ຽວ.

ຕຳຫຼວດ ທີ່ນະຄອນກີີຢິບ (Kyiv) ກ່າວວ່າ ນັກຂ່າວຣັດເຊຍ ທ່ານອາກາດີ ບັບເຊັງໂກ
(Arkady Babchenko) ທີ່ອອກຈາກປະເທດ ເພື່ອຫຼົບໜີ ໃນອັນທີ່ທ່ານເອີ້ນວ່າ
“ການຮາວີທາງການເມືອງ” ນັ້ນ ໄດ້ຖືກຍິງຕາຍ ໃນການສັງຫານທີ່ນາຍົກລັດຖະມົນຕີ
ຢູເຄຣນ ໄດ້ຖິ້ມໂທດໃສ່ ມົສກູ.

ທ່ານບັບເຊັງໂກ ແມ່ນຈະແຈ້ງວ່າ ໄດ້ຖືກຍິງໃສ່ທາງຫຼັງ ຢູ່ປະຕູທາງເຂົ້າຫ້ອງແຖວ ທີ່
ທ່ານພັກເຊົາຢູ່ ໃນວັນອັງຄານວານນີ້ ຫຼັງຈາກໄດ້ໄປຊື້ອາຫານມາແລ້ວ ອີງຕາມຄຳເວົ້າ
ຂອງເຈົ້າໜ້າທີ່ ຢູເຄຣນ.

ການເສຍຊີວິດ ຂອງນັກຂ່າວອາຍຸ 48 ປີ ໄດ້ສ້າງຄວາມຕື່ນຕົກໃຈ ໃຫ້ແກ່ເພື່ອນຮ່ວມ
ງານ ແລະເພີ້ມຄວາມເຄັ່ງຕຶງຂຶ້ນຕື່ມ ລະຫວ່າງ ມົສກູ ແລະກີຢິບ ຊຶ່ງຄວາມສຳພັນ
ລະຫວ່າງ ປະເທດທັງສອງ ໄດ້ຮັບຄວາມເສຍຫາຍ ຢ່າງຮ້າຍແຮງຈາກການທີ່ ຣັດເຊຍ
ໄດ້ເຂົ້າຍຶດເອົາແຫຼມ ໄຄຣເມຍ ແລະໃຫ້ການໜຸນຫຼັງ ພວກຫົວຮຸນແຮງ ແບ່ງແຍກດິນ
ແດນ ໃນສົງຄາມຢູ່ທາງພາກຕາເວັນອອກຂອງ ຢູເຄຣນ.

ຜູ້ບັນຊາການຕຳຫຼວດ ໃນນະຄອນກິຢິບ ທ່ານແອນດຣີ ກຣິສເຊັງໂກ ກ່າວ ໃນການໃຫ້
ຄວາມເຫັນຕໍ່ໂທລະພາບ ໃນຕອນແລງຂອງວັນອັງຄານວານນີ້ວ່າ ຕຳຫຼວດພວມຕັ້ງຂໍ້
ສົມມຸດວ່າ ການເສຍຊີວິດຂອງ ທ່ານບັບເຊັງໂກ ແມ່ນເປົ້າໝາຍຍ້ອນວຽກງານຂອງທ່ານ
ແລະທ່ານເວົ້າວ່າ “ສິ່ງທຳອິດ ແລະເລື້ອງລາວ ທີ່ເຫັນໄດ້ງ່າຍທີ່ສຸດ ກໍຄືກິດຈະການ
ທີ່ເປັນອາຊີບຂອງທ່ານ.”

ໃນການຂຽນລົງເຟສບຸກ ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ ມີຂ່າວກ່ຽວກັບການເສຍຊີວິດຂອງ
ທ່ານບັບເຊັງໂກ ນາຍົກລັດຖະມົນຕີ ໂວໂລດີເມຍ ຮຣອຍສແມນ (Volodymyr
Hroysman) ກ່າວວ່າ “ຂ້າພະເຈົ້າ ໝັ້ນໃຈວ່າ ກົງຈັກຜະເດັດການຣັດເຊຍ ອາດຈະ
ບໍ່ໃຫ້ອະໄພ ຕໍ່ທ່າທີທີ່ຊື່ສັດ ແລະມີຫຼັກການຂອງຜູ້ກ່ຽວ.”

ແຕ່ທີ່ນະຄອນຫຼວງມົສກູ ຄະນະສືບສວນຂອງຣັດເຊຍ ໄດ້ວາງໂຕອອກຫ່າງ ຈາກວັງ
ເຄຣັມລິນ ໃນການສັງຫານດັ່ງກ່າວ ໂດຍເວົ້າວ່າ ຕົນໄດ້ເລີ້ມການສືບສວນທາງອາຍາ
ກ່ຽວກັບ ການເສຍຊີວິດຂອງ ທ່ານບັບເຊັງໂກ.

ໂຄສົກຂອງຄະນະກຳມະການ ທ່ານນາງສເວັດລານາ ປີເທຣັງໂກ (Svet-lana
Petrenko) ກ່າວວ່າ “ຄະນະສືບສວນຂອງຣັດເຊຍ ຈະບໍ່ເມີນເສີຍ ໃນການກໍ່ອາຊະ
ຍາກຳ ທີ່ໂຫດຮ້າຍ ຕໍ່ປະຊາຊົນຣັດເຊຍ.”

Russian Journalist Slain
please wait

No media source currently available

0:00 0:00:36 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG