ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຊາວຢູເຄຣນ ປະມູນຂາຍ ຫຼຽນລາງວັນ ໂນແບລ ເພື່ອຊ່ອຍເຫຼືອພວກເດັກນ້ອຍ ຊາວຢູເຄຣນ


ບັນນາທິການຂອງໜັງສືພິມ Novaya Gazeta ທ່ານດີມິດທຣີ ມາຣູທອບ ຢູ່ທີ່ສະຖານີວິທະຍຸ Ekho Moskvy (Echo of Moscow) ໃນລະຫວາງການອອກອາກາດສົດ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 8 ຕຸລາ 2021. ທ່ານວາງແຜນທີ່ຈະປະມູນ ຫຼຽນລາງວັນໂນແບລ ຂອງທ່ານ ເພື່ອຫາລາຍໄດ້ຊ່ອຍເຫຼືອກອງທຶນສຳລັບເດັກນ້ອຍ.
ບັນນາທິການຂອງໜັງສືພິມ Novaya Gazeta ທ່ານດີມິດທຣີ ມາຣູທອບ ຢູ່ທີ່ສະຖານີວິທະຍຸ Ekho Moskvy (Echo of Moscow) ໃນລະຫວາງການອອກອາກາດສົດ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 8 ຕຸລາ 2021. ທ່ານວາງແຜນທີ່ຈະປະມູນ ຫຼຽນລາງວັນໂນແບລ ຂອງທ່ານ ເພື່ອຫາລາຍໄດ້ຊ່ອຍເຫຼືອກອງທຶນສຳລັບເດັກນ້ອຍ.

ຄຳຖາມກໍແມ່ນວ່າ ລາຄາຂອງສັນຕິພາບ ແມ່ນເທົ່າໃດ?

ຄຳຖາມນັ້ນ ອາດຖືກຄຳຕອບບາງສ່ວນ ເມື່ອນັກຂ່າວຂອງຣັດເຊຍ ທ່ານ ດີມິທຣີ ມູຣາທອບ (Dmitry Muratov) ປະມູນຫລຽນລາງວັນໂນແບລ ຂອງທ່ານ ໃນຕອນແລງວັນຈັນມື້ນີ້. ທຶນຈາກການປະມູນ ຈະມອບໃຫ້ໂດຍກົງແກ່ກອງທຶນເພື່ອເດັກຂອງອົງການສະຫະປະຊາຊາດ ຫຼື UNICEF ໃນຄວາມພະຍາຍາມຂອງຕົນເພື່ອຊ່ອຍພວກເດັກນ້ອຍທີ່ຖືກພັດພາກຈາກຖິ່ນຖານໂດຍສົງຄາມຢູ່ໃນຢູເຄຣນ.

ທ່ານ ມູຣາທອບ ໄດ້ຮັບລາງວັນຫລຽນຄຳໃນເດືອນຕຸລາ ປີ 2021 ແລະໄດ້ຊ່ອຍກໍ່ຕັ້ງໜັງສືພິມ Novaya Gazeta ທີ່ເປັນໜັງສືພິມອິດສະຫລະຂອງຣັດເຊຍ ແລະໄດ້ເປັນຫົວໜ້າບັນນາທິການຂອງໜັງສືພິມນີ້ ເມື່ອມັນໄດ້ປິດລົງ ໃນເດືອນມີນາ ທ່າມກາງການປາບປາມຂອງວັງເຄຣມລິນ ຕໍ່ພວກນັກຂ່າວ ແລະມະຫາຊົນທີ່ຄວາມຄິດທີ່ບໍ່ເຫັນພ້ອມ ໃນການເລີ້ມບຸກລຸກຢູເຄຣນຂອງຣັດເຊຍ.

ມັນເປັນຄວາມຄິດຂອງທ່ານ ມູຣາທອບ ທີ່ຈະປະມູນຫຼຽນລາງວັນຂອງທ່ານ ໂດຍທີ່ໄດ້ປະກາດອອກໄປແລ້ວວ່າ ທ່ານຈະບໍລິຈາກເງິນສົດຂອງລາງວັນທີ່ໄດ້ມາພ້ອມກັບຫຼຽນນັ້ນ ຈຳນວນ 500 ແສນໂດລາ ເພື່ອການກຸສົນ. ຄວາມຄິດຂອງການບໍລິຈາກທີ່ທ່ານໄດ້ກ່າວວ່າ “ເປັນການໃຫ້ແກ່ພວກເດັກນ້ອຍອົບພະຍົບທັງຫຼາຍ ໂອກາດໃນອະນາຄົດ.”

ໃນການໃຫ້ສຳພາດກັບອົງການຂ່າວເອພີ ທ່ານ ມູຣາທອບ ໄດ້ກ່າວວ່າ ທ່ານເປັນຫ່ວງໂດຍສະເພາະກ່ຽວກັບພວກເດັກນ້ອຍ ຜູ້ທີ່ເປັນເດັກກຳພ້າຍ້ອນບັນຫາຂັດແຍ້ງໃນຢູເຄຣນ. ທ່ານເວົ້າວ່າ “ພວກເຮົາຢາກມອບອະນາຄົດແກ່ພວກເຂົາຄືນ.”

ທ່ານກ່າວຕື່ມວ່າ ມັນເປັນສິ່ງທີ່ສຳຄັນທີ່ມາດຕະການລົງໂທດຂອງນານາຊາດ ໄດ້ວາງຕໍ່ຣັດເຊຍນັ້ນ ບໍ່ກີດກັ້ນການຊ່ອຍເຫຼືອດ້ານມະນຸດສະທຳ ເຊັ່ນວ່າ ຢຸກຢາສຳລັບພະຍາດທີ່ຫາຍາກ ແລະການຜ່າຕັດປ່ຽນໄຂກະດູກທັງຫຼາຍ, ບໍ່ໃຫ້ເຂົ້າເຖິງພວກທີ່ຕ້ອງການມັນນັ້ນ.

“ມັນຕ້ອງກາຍເປັນການເລີ່ມຕົ້ນຂອງກຸ່ມຕັ້ງການປະທ້ວງຂຶ້ນທັນທີ ເປັນຕົວຢ່າງທີ່ຈະປະຕິບັດຕາມ ເພື່ອໃຫ້ປະຊາຊົນປະມູນຊັບສິນທີ່ມີຄຸນຄ່າຂອງພວກເຂົາເພື່ອຊ່ວຍຊາວຢູເຄຣນ” ທ່ານມູຣາທອບ ໄດ້ກ່າວໃນວິດີໂອ ທີ່ນຳອອກເຜີຍແຜ່ໂດຍ Heritage Auctions ຊຶ່ງເປັນກຸ່ມການປະມູນມໍລະດົກ, ທີ່ກໍາລັງຈັດການຂາຍຢູ່ນັ້ນ ແຕ່ບໍ່ໄດ້ເອົາສ່ວນແບ່ງຂອງລາຍໄດ້ໃດໆເລີຍ.

ທ່ານມູຣາທອບ ໄດ້ຮັບລາງວັນໂນແບລສາຂາສັນຕິພາບ ໃນປີກາຍນີ້ຮ່ວມກັບນັກຂ່າວ ທ່ານນາງ ມາເຣຍ ເຣສສາ (Maria Ressa) ຂອງຟີລິບປິນ.

ນັກຂ່າວທັງ​ສອງ​ນັ້ນ, ແຕ່ລະຄົນກໍໄດ້ຮັບຫລຽນລາງວັນຂອງພວກເຂົາເຈົ້າເອງ, ແມ່ນໄດ້ຮັບກຽດສຳລັບການຕໍ່ສູ້ຂອງພວກເຂົາເຈົ້າ ເພື່ອປົກປັກຮັກສາເສລີພາບໃນການປາກເວົ້າ ໃນປະເທດຂອງພວກເຂົາເຈົ້າ ເຖິງແມ່ນວ່າໄດ້ຕົກຢູ່ພາຍໃຕ້ການໂຈມຕີດ້ວຍການຮາວີ ຈາກລັດຖະບານຂອງພວກເຂົາເຈົ້າ ແລະແມ່ນກະທັງການຂົ່ມຂູ່ເອົາຊີວິດພວກເຂົາເຈົ້າກໍຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG