ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ເຮືອບິນ​ລົບ ຂອງ ຣັດ​ເຊຍ​ ໂຈມຕີ ທາງອາກາດ ໃນຊີເຣຍ ຢ່າງໜັກໜ່ວງ


NATO Russia
please wait
Embed

No media source currently available

0:00 0:01:07 0:00

ເທີ​ກີ ​ໄດ້​ຮຽກຕົວໃຫ້​ເອກ​ອັກ​ລັດຖະທູ​ດຣັດ​ເຊຍ ປະ​ຈຳ​ເທີ​ກີ
​ໃຫ້​ເຂົ້າ​ພົບ​ເປັນ​ຄັ້ງ​ທີ 2 ​ໃນ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກອັນ​ທີ່​ກະ
ຊວງ​ການ​ຕ່າງປະ​ເທດ​ໄດ້​ກ່າວ​ວ່າ ​ເຮືອບິນ​ລົບ​ຂອງຣັດ​ເຊຍ ​
ໄດ້​ລະ​ເມີດ​ເຂດ​ນ່ານຟ້າ​ ຂອງ​ເທີ​ກີ​ ເປັນ​ຄັ້ງ​ທີ 2 ທີ່ຢູ່​ໃກ້ກັບ
ຊາຍ​ແດນ​ຊີ​ເຣຍ ນັ້ນ.

ຕອນ​ທຳ​ອິດ​ເທີ​ກີ ​ໄດ້​ທຳ​ການ​ປະ​ທ້ວງ​ຕໍ່ເອກ​ອັກ​ລັດຖະທູ​ດ
ຣັດ​ເຊຍ ​ແລະ​ໄດ້​ເຕືອນເຖິງ​ຜົນ​ກະທົບ​ທີ່​ຈະ​ຕາມ​ມາ​ ກ່ຽວກັບ
ການລະເມີດຕື່ມອີກ​ໃດ​ໆ​ໃນ​ອະນາ​ຄົດ ຫຼັງ​ຈາກ​ທີ່​ເຮືອບິນ​
ອາຍພົ່ນຂອງຣັດ​ເຊຍ​ໄດ້​ບິນ​ເຂົ້າ​ໄປ​ໃນ​ດິນແດນ​ເທີ​ກີ ​ໃນ​ວັນ
ເສົາ​ຜ່ານ​ມາ​ນີ້. ກະຊວງ​ການ​ຕ່າງປະ​ເທດ​ໄດ້​ກ່າວ​ວ່າ ຄັ້ງ​ທີ 2
​ແມ່ນ​ການ​ລ່ວງ​ລະ​ເມີດ ຊຶ່ງ​ໄດ້​ມີ​ຂຶ້ນ​ໃນ​ວັນ​ອາທິດ​ແລ້ວ​ນີ້.

ຂົງເຂດຂອງຊີເຣຍ ທີ່ຢູ່ໃນການຄວບຄຸມ ວັນທີ 27 ກັນຍາ 2015
ຂົງເຂດຂອງຊີເຣຍ ທີ່ຢູ່ໃນການຄວບຄຸມ ວັນທີ 27 ກັນຍາ 2015

​ກະຊວງປ້ອງກັນປະ​ເທດຣັດ​ເຊຍ ໄດ້​ກ່າວ​ໃນວັນຈັນ​ວານ​ນີ້​ວ່າ ອຸບ​ປະຕິ​ເຫດ​ດັ່ງກ່າວນັ້ນ ​ແມ່ນ​ເປັນຍ້ອນສະພາບ​ອາກາດບໍ່​ດີ​ຢູ່​ໃນ​ຂົງ​ເຂດ, ​ແລະ​ກໍ​ບໍ່​ມີ​ເຫດຜົນ​ ທີ່​ຈະ​ຕ້ອງຊອກຫາ ທິດສະດີໃນການສົມຮູ້ຮ່ວມຄິດໃດໆ.

​ເລຂາທິການອົງການ​ເນ​ໂຕ ທ່ານ Jens Stoltenberg ​ໄດ້​ບອກ​ກັບ​ພວກນັກ​ຂ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການລະ​ເມີດ​ທີ່​ວ່າ​ນີ້ ບໍ່​ເບິ່ງ​ຄື​ວ່າ ​ເປັນ​ອຸບ​ປະຕິ​ເຫດ​ເລີຍ.

ທ່ານ Stoltenberg ​ໄດ້​ກ່າວ​ວ່າ: “ຂ້າພະ​ເຈົ້າ​ຈະ​ບໍ່​ສັນນິຖານໃດໆ​ ກ່ຽວ​ກັບ​ຈຸດປະສົງ,
ຂ້າພະ​ເຈົ້າ​ພຽງ​ແຕ່ຢາກກ່າວຢ້ຳຫຼື​ເວົ້າຄືນອີກຕື່ມ ນີ້​ແມ່ນ​ການລະເມີດຢ່າງແທ້ຈິງຕໍ່ເຂດ

​ນ່ານຟ້າຂອງ​ເທີ​ກີ, ມັນ​ບໍ່ຄວນຈະ​ເກີດ​ຂຶ້ນ​ອີກ, ອົງການ​ເນ​ໂຕ ​ໄດ້​ສະ​ແດງ​ອອກ​ຄວາ​ມ
ເປັນເອກກະພາບຢ່າງແຂງຂັນກັບ​ເທີ​ກີ.”

ຈາກຊ້າຍ ຫາຂວາ ນຍ. ທ່ານນາງ Angela Merkel, ປ. ຣັດເຊຍ ທ່ານ Vladimir Putin, ປ. ຢູເຄຣນ ທ່ານ Petro Poroshenko ແລະປ. ຝຣັ່ງ ທ່ານ Hollande ພົບປະກັນໃນກອງປະຊຸມ ທີ່ນະຄອນຫຼວງ Paris, ຝຣັ່ງ ວັນທີ 2 ຕຸລາ 2015.
ຈາກຊ້າຍ ຫາຂວາ ນຍ. ທ່ານນາງ Angela Merkel, ປ. ຣັດເຊຍ ທ່ານ Vladimir Putin, ປ. ຢູເຄຣນ ທ່ານ Petro Poroshenko ແລະປ. ຝຣັ່ງ ທ່ານ Hollande ພົບປະກັນໃນກອງປະຊຸມ ທີ່ນະຄອນຫຼວງ Paris, ຝຣັ່ງ ວັນທີ 2 ຕຸລາ 2015.

ທ່ານ​ໄດ້ກ່າວ​ເພີ່ມ​ຕື່ມ​ວ່າ: “ການ​ເພີ່ມ​ກອງ​ກຳລັງ​ທະຫານ​ຂອງຣັດ​ເຊຍ​ ໃນ​ຊີ​ເຣຍໄດ້​ເຮັດ​ໃຫ້​ມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ເພີ່ມ​ຂຶ້ນ ເພາະວ່າຣັດເຊຍໄດ້ໂຈມຕີ ບໍ່ ​ພຽງ​ແຕ່​ພວກນັກລົບ​ກຸ່ມ​ລັດ​ອິສລາມ​ເທົ່າ​ນັ້ນ ​ແຕ່​ຍັງໂຈມຕີກຸ່ມຕໍ່ຕ້ານລັດຖະບານອື່ນໆ ​ແລະ​ພວກພົນລະ​ເຮືອນກໍໄດ້​ເສຍ​ຊີວິດໄປຫຼາຍຄົນແລ້ວ ​ເຊັ່ນ​ກັນ.”

​ ເຮືອບິນຣັດ​ເຊຍ ​ໄດ້​ທຳ​ການ​ໂຈມ​ຕີ​ທາງອາກາດ​ໃນ​ຊີ​ເຣຍ ນັບ​ຕັ້ງ​ແຕ່​ສັບປະດາ​ທີ່​ແລ້ວ​ນີ້ ທີ່​ໄດ້​ແນເປົ້າ​ໝາຍ​ໃສ່​ທັງພວກ​ນັກລົບຂອງ​ກຸ່ມ​ລັດ​ອິສລາມ​ ​ແລະ​ພວກ​ທີ່ຣັດເຊຍ​ເອີ້ນ​ວ່າ “ກຸ່ມ​ກໍ່​ການ​ຮ້າຍ.” ປະທານາ​ທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ທີ່​ເປັນ​ພາຄີ​ກັບຣັດ​ເຊຍ ມັກໃຊ້ຄຳວ່າ “ພວກ​ກໍ່​ການ​ຮ້າຍ” ເພື່ອກ່າວເຖິງ​ພວກຕໍ່ຕ້ານ​ລັດຖະບານ ທີ່ໄດ້ສູ້ລົບ
ກັບລັດ ຖະບານ​ມາ​ໄດ້​ຫຼາຍ​ກວ່າ 4 ປີ​ແລ້ວນັ້ນ.

Carter, Lavrov Comment on Syria Strikes
please wait

No media source currently available

0:00 0:00:54 0:00

XS
SM
MD
LG