ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອບິນຮົບ ຣັດເຊຍ ຖືກຍິງຕົກ ໃນປະເທດ ຊີເຣຍ, ຄົນຂັບເຮືອບິນເສຍຊີວິດ


ຊິ້ນສ່ວນຂອງເຮືອບິນຮົບ ຣັດເຊຍ ທີ່ຖືກຍິງຕົກໂດຍພວກ
ນັກຮົບຕໍ່ຕ້ານລັດຖະບານໃນແຂວງ ອິດລິບ, ປະເທດ ຊີເຣຍ.
3 ກຸມພາ, 2018.
ຊິ້ນສ່ວນຂອງເຮືອບິນຮົບ ຣັດເຊຍ ທີ່ຖືກຍິງຕົກໂດຍພວກ ນັກຮົບຕໍ່ຕ້ານລັດຖະບານໃນແຂວງ ອິດລິບ, ປະເທດ ຊີເຣຍ. 3 ກຸມພາ, 2018.

ລັດຖະມົນຕີປ້ອງກັນປະເທດ ຣັດເຊຍ ກ່າວວ່າ ເຮືອບິນລຳນ່ຶງຂອງຕົນຖືກຍິງຕົກ ຢູ່ໃກ້
ກັບເມືອງ ຊາຣາເຄັບ ທີ່ພວກກະບົດຍຶດຄອງຢູ່ ໃນ ຊີເຣຍ ໃນວັນເສົາວານນີ້ ແລະ ນັກ
ບິນຄົນດັ່ງກ່າວ ກໍໄດ້ຖືກຂ້າໂດຍພວກກະບົດ ລຸນຫຼັງໂດດຈ້ອງລົງມາ.

ກຸ່ມສັງເກດການດ້ານສິດທິມະນຸດ ຊີເຣຍ ທີ່ມີສູນກາງຕັ້ງຢູ່ປະເທດ ອັງກິດ ໄດ້ຢັ້ງຢືນ
ເຫດກາດັ່ງກ່າວ ໂດຍເວົ້າວ່ານັກບິນຄົນນັ້ນ ໄດ້ຂັບເຮືອບິນອາຍພົ່ນ S-25 ທີ່ເຮັດໃນ
ຣັດເຊຍ ທີ່ບິນໃນລະດັບຕໍ່າ ບິນດ້ວຍສອງໝາກປິ່ນ ອອກແບບມາເພື່ອສະໜັບສະໜູນ
ກຳລັງພາກພື້ນດິນ ເວລາເຮືອບິນຖືກທຳລາຍເສຍຫາຍ ນັກບິນກໍກະເດັນອອກ. ພວກ
ເຫັນເຫດການ ຫຼາຍຄົນຢູ່ພື້ນດິນເວົ້າວ່າ ນັກບິນດັ່ງກ່າວໄດ້ຖືກຂ້າ ເວລາຍິງຕໍ່ສູ້ກັບ
ພວກກະບົດ ທີ່ພະຍາຍາມຈະໄປຈັບເອົາລາວ.

ອົງການຂ່າວສານ ຣອຍເຕີ ລາຍງານວ່າ ກຸ່ມ ຈີຮາດ ຕາເຣບຍ ອານຊາມ ທີ່ເຊື່ອມໂຍງ
ກັບອະດີດສາຂາ ອາລໄກດາ ໃນ ຊີເຣຍ ໄດ້ອ້າງເອົາຄວາມຮັບຜິດຊອບວ່າຕົນເປັນຜູ້
ຍິງເຮືອບິນຕົກ ດ້ວຍລູກສອນໄຟ ຕໍ່ຕ້ານອາກາດສະຍານຕັ້ງໃສ່ບ່າ.

ລາຍງານບາງກະແສເວົ້າວ່າ ເທື່ອນີ້ເປັນເທື່ອທຳອິດ ທີ່ພວກກະບົດໄດ້ຍິງເຮືອບິນຮົບ
ຂອງ ຣັດເຊຍ ຕົກຈາກໜ້າດິນຢູ່ໃນຊີເຣຍ.

ເຫດການດັ່ງກ່າວ ໄດ້ເກີດຂຶ້ນຢູ່ແຂວງ ອີດລີບ ທາງພາກຕາເວັນຕົກສຽງເໜືອ ບ່ອນທີ່
ເຮືອບິນອາຍພົ່ນລຳດັ່ງກ່າວ ຈະໄປຊ່ອຍກອງທະຫານລັດຖະບານ ຊີເຣຍ ຕີເອົາເມືອງ
ຊາຣາເຄັບ.

ກອງທະຫານລັດຖະບານ ຊີເຣຍ ໄດ້ພະຍາຍາມເຂົ້າເຖິງຖະໜົນສາຍດ່ວນ ທີ່ສຳຄັນ
ຫຼາຍແຫ່ງ ທີ່ຕິດຕໍ່ໃສ່ເມືອງໃຫຍ່ສຸດສອງແຫ່ງຂອງ ຊີເຣຍ ຄືເມືອງ ອາແລັບໂປ ກັບ
ນະຄອນຫຼວງ ດາມັສກັສ.

XS
SM
MD
LG