ອອສເຕຣເລຍ, ອັງກິດ ແລະ ສະຫະລັດ ໄດ້ວາງມາດຕະການລົງໂທດຕໍ່ຜູ້ນຳອາວຸໂສຊາວຣັດເຊຍ ຂອງກຸ່ມອາຊະຍາກອນທາງອິນເຕີເນັດ LockBit, ອີງຕາມການກ່າວຂອງເຈົ້າໜ້າທີ່ອັງກິດ ແລະສະຫະລັດ ໃນວັນອັງຄານວານນີ້.
ທ້າວ ດມິຕຣີ ໂຄໂຣໂຊຟ (Dmitry Khoroshev) ໄດ້ຖືກເປີດເຜີຍວ່າ ເປັນນຶ່ງໃນຜູ້ນໍາຂອງ LockBit, ເຊິ່ງເປັນກຸ່ມອາຊະຍາກອນທາງອິນເຕີເນັດທີ່ໄດ້ລັກເອົາເງິນຫຼາຍກ່ວາ 1 ຕື້ໂດລາ ຈາກຜູ້ເຄາະຮ້າຍໃນຊ່ວງໄລຍະ 4 ປີຂອງອົງການດັ່ງກ່າວ. ອັງກິດກ່າວວ່າ ທ້າວ ໂຄໂຣໂຊຟ (Khoroshev) ຈະປະເຊີນກັບການຖືກອາຍັດຊັບສິນ ແລະ ການຫ້າມເດີນທາງ.
ທ່ານ ແກຣມ ບິກກາ (Graeme Biggar), ຜູ້ອຳນວຍການໃຫຍ່ອົງການອາຊະຍາກຳແຫ່ງຊາດຂອງອັງກິດກ່າວໃນຖະແຫຼງການສະບັບນຶ່ງວ່າ “ການລົງໂທດເຫຼົ່ານີ້ ແມ່ນມີຄວາມສຳຄັນຫຼາຍ ແລະສະແດງໃຫ້ເຫັນວ່າ ບໍ່ມີບ່ອນລີ້ຊ່ອນຂອງອາຊະຍາກອນທາງອິນເຕີເນັດ ເຊັ່ນ ທ້າວ ດມິຕຣີ ໂຄໂຣໂຊຟ (Dmitry Khoroshev), ຜູ້ທີ່ສ້າງຄວາມເສຍຫາຍໄທທົ່ວໂລກ.”
LockBit ສ້າງລາຍໄດ້ໂດຍການແຮັກ ຫຼື ເຈາະລະບົບຄອມພິວເຕີ, ການລັກເອົາຂໍ້ມູນທີ່ລະອຽດອ່ອນ ແລະຂົ່ມຂູ່ວ່າຈະປ່ອຍຂໍ້ມູນອອກໄປສູ່ສາທາລະນະ ຖ້າຜູ້ເຄາະຮ້າຍບໍ່ຈ່າຍເງິນຄ່າໄຖ່. ກຸ່ມດັ່ງກ່າວ ໄດ້ແນເປົ້າໝາຍໃສ່ຜູ້ເຄາະຮ້າຍຫຼາຍກວ່າ 2,500 ຄົນໃນທົ່ວໂລກ, ລວມທັງບັນດາບໍລິສັດໃຫຍ່ໆ.
ທ້າວ ໂຄໂຣໂຊຟ (Khoroshev) ໄດ້ຮັບການຈ່າຍເງິນເປັນ Bitcoin ຢ່າງໜ້ອຍ 100 ລ້ານໂດລາ ຈາກກິດຈະກໍາຂອງ LockBit, ອີງຕາມການຟ້ອງຮ້ອງຂອງສະຫະລັດ ຈຳນວນ 26 ລາຍການ ທີ່ຖືກເປີດເຜີີຍໃນວັນອັງຄານວານນີ້.
ໂຄງສ້າງພື້ນຖານຂອງ LockBit, ຖືກຍຶດຄັ້ງທໍາອິດໂດຍໜ່ວຍງານບັງຄັບໃຊ້ກົດຫມາຍໃນເດືອນກຸມພາທີ່ຜ່ານມາ ພາຍໃຕ້ການດຳເນີນການຂອງ NCA, ກະຊວງຍຸຕິທໍາສະຫະລັດ, FBI ແລະ Europol. ເວັບໄຊຂອງກຸ່ມ ransomware ໄດ້ຖືກເຂົ້າຄວບຄຸມໂດຍຕຳຫຼວດ ແລະຖືກນໍາໃຊ້ເພື່ອປ່ອຍຂໍ້ມູນພາຍໃນກ່ຽວກັບກຸ່ມ ແລະຜູ້ປະຕິບັດງານຂອງມັນ.
ກະຊວງການຕ່າງປະເທດສະຫະລັດ ມອບເງິນລາງວັນຮອດ 10 ລ້ານໂດລາ ສຳລັບຂໍ້ມູນທີ່ນຳໄປສູ່ການຈັບກຸມ ທ້າວ ໂຄໂຣໂຊຟ (Khoroshev). ກະຊວງ ດັ່ງກ່າວ ຍັງສະເໜີລາງວັນແບບດຽວກັນສໍາລັບການລະບຸໂຕຕົນ ຫຼືຕໍ່າແໜ່ງທີ່ຢູ່ຂອງຜູ້ນໍາຄົນອື່ນໆໃນກຸ່ມ LockBit.
ຟໍຣັມສະແດງຄວາມຄິດເຫັນ