ກຸ່ມສືບສວນສາກົນທີ່ໜ້ານັບຖືກຸ່ມນຶ່ງກ່າວວ່າ ຕົນໄດ້ລະບຸວ່ານາຍພົນອາວຸໂສຣັດເຊຍ
ຄົນນຶ່ງ ເປັນຜູ້ມີສ່ວນກ່ຽວຂ້ອງ ກັບການຍິງເຮືອບິນໂດຍສານ ພົນລະເຮືອນຕົກ ຢູ່ພາກ
ຕາເວັນອອກຂອງຢູເຄຣນ ໃນປີ 2014.
ກຸ່ມສືບສວນແບວລິງແຄັຕ ທີ່ໄດ້ໃຊ້ເຄື່ອງເທັກນິກດີຈີທອນທີ່ທັນສະໄໝ ເພື່ອວິເຄາະ
ແຫລ່ງບັນທຶກຕ່າງໆ ແລະຂໍ້ມູນຮູບພາບ ໄດ້ອອກລາຍງານໃນວັນທີ 8 ເດືອນທັນວາ
ກ່າວຫາວ່າ ຜູ້ຊາຍທີ່ລະບຸຢູ່ໃນການສື່ສານທີ່ຈັບໄດ້ ທີ່ມີຊື່ວ່າ “ດໍຣຟິນ” ນັ້ນ ແມ່ນພັນ
ເອກເບ້ຍບໍານານຂອງຣັດເຊຍ ນາຍພົນນິໂກລາຍ ແທກຢອຟ ຜູ່ຊຶ່ງໃນປັດຈຸບັນນີ້ຮັບ
ໜ້າທີ່ເປັນຫົວໜ້າກວດ ຢູ່ເຂດທະຫານພາກກາງ ຂອງກອງທັບຣັດເຊຍ.
ຄະນະສືບສວນຮ່ວມ ພາຍໃຕ້ການນຳພາຂອງເນເທີແລນຫລື (JIT) ທີ່ສືບສວນການ
ຍິງຖ້ຽວບິນ MH17 ຂອງສາຍການບິນມາເລເຊຍຕົກ ຢູ່ໃນພາກຕາເວັນອອກຂອງຢູ
ເຄຣນ ແລະໄດ້ອອກຜົນການຄົ້ນພົບຂອງຕົນ ໃນເດືອນກັນຍາປີ 2016 ທີ່ໄດ້ເຜີຍແຜ່
ສຽງບັນທຶກ ໃນການລົມກັນ ຂອງ 5 ຄົນທີ່ຈັບໄດ້ ຊຶ່ງລະບຸວ່າ ໃຊ້ນາມແຝງວ່າ ດໍຣຟິນ
ແລະອໍຣິອອນ.
ຄະນະສືບສວນ JIT ກຳລັງຊອກຫາຂໍ້ມູນເພີ້ມຕື່ມ ກ່ຽວກັບພວກຜູຸ້ຊາຍຈຸດັ່ງກ່າວ ເຖິງ
ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເຂົາເຈົ້າອາດຈະມີບົດບາດແນວໃດກ່ຽວກັບການ
ຍິງເຮືອບິນໂດຍສານທີ່ວ່ານີ້.
ຄະນະສືບສວນ JIT ກ່າວຢູ່ໃນຖະແຫລງການວັນທີ 8 ເດືອນທັນວານີ້ວ່າ ຕົນ “ໄດ້ບັນ
ທຶກ” ລາຍງານເບີລິງແຄັຄ ແຕ່ໄດ້ບໍ່ຍອມໃຫ້ຄວາມເຫັນເພີ້ມຕື່ມ.
ຖ້ຽວບິນ MH17 ໄດ້ຖືກຍິງຕົກ ຢູ່ໃນເຂດໂດແນັດ ທີ່ມີການຂັດແຍ້ງ ຂອງຢູເຄຣນ ໃນ
ວັນທີ 17 ກໍລະກົດ ປີ 2014 ເຮັດໃຫ້ຜູ້ໂດຍສານ ແລະພະນັກງານທັງໝົດ 298 ຄົນຢູ່
ເທິງເຮືອບິນດັ່ງກ່າວ ເສຍຊີວິດ.