ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ບັນຊາການ ກອງທັບອາກາດຂອງ ບູລແກເຣຍ ຖືກເລືອກເປັນປະທານາທິບໍດີ


ຜູ້ລົງແຂ່ງຂັນຈາກພັກສັງຄົມນິຍົມ ບູລແກເຣຍ ທ່ານ Rumen Radev ສະແດງທ່າຈັບດ້ວຍການຈັບໝາກໂປມ ໃນລະຫວ່າງ
ການປະຊຸມຖະແຫຼງຂ່າວຫລັງຈາກການເລືອກຕັ້ງປະທານາທິບໍດີໃນນະຄອນຫຼວງ Sofia, ບູລແກເຣຍ, 13 ພະຈິກ, 2016.
ຜູ້ລົງແຂ່ງຂັນຈາກພັກສັງຄົມນິຍົມ ບູລແກເຣຍ ທ່ານ Rumen Radev ສະແດງທ່າຈັບດ້ວຍການຈັບໝາກໂປມ ໃນລະຫວ່າງ ການປະຊຸມຖະແຫຼງຂ່າວຫລັງຈາກການເລືອກຕັ້ງປະທານາທິບໍດີໃນນະຄອນຫຼວງ Sofia, ບູລແກເຣຍ, 13 ພະຈິກ, 2016.

ຜູ້ລົງແຂ່ງຂັນຈາກພັກສັງຄົມນິຍົມຂອງ ບູລແກເຣຍ ໄດ້ຊະນະການ ເລືອກຕັ້ງປະທານາ ທິບໍດີ, ເຊິ່ງນຳໄປສູ່ການລາອອກຈາກຕຳແໜ່ງ ຂອງນາຍົກລັດຖະມົນຕີຂອງປະເທດ.

ອະດີດຜູ້ບັນຊາການກອງທັບອາກາດ ນາຍພົນ Rumen Radev, ຜູ້ເລີ່ມຕົ້ນການເມືອງ ທີ່ເປັນມິດກັບ ຣັດເຊຍ, ໄດ້ຊະນະເກືອບ 60 ຄະແນນ, ອີງຕາມຜົນທີ່ອອກມາເກືອບສົມ ບູນເຊິ່ງຖືກເປີດເຜີຍ ໃນວັນຈັນມື້ນີ້. ທ່ານ Tsetska Tsacheva ຜູ້ລົງແຂ່ງຂັນຂອງພັກ GERB ທີ່ມີນະໂຍບາຍກາງອຽງຂວາ ທີ່ກຳລັງປົກຄອງປະເທດຢູ່ນັ້ນ, ໄດ້ລົ້ມແຫຼວໃນ ຄວາມພະຍາຍາມຂອງທ່ານ ທີ່ຈະກາຍເປັນປະທານາ ທິບໍດີຄົນຕໍ່ໄປ.

ນາຍົກລັດຖະມົນຕີທ່ານ Boyko Borisov ໄດ້ສະແດງຄວາມຍິນດີ ຕໍ່ ທ່ານ Radev ແລະ ໄດ້ປະກາດການລາອອກຈາກຕຳແໜ່ງຂອງ ທ່ານ, ຫຼັງຈາກສິ່ງທີ່ພວກນັກວິເຄາະການ ເມືອງໄດ້ເອີ້ນວ່າ “ເປັນການຜ່າຍແພ້ທີ່ຫາຍານະ.” ເວົ້າວ່າ ມັນເປັນທີ່ຊັດເຈນທີ່ພັນທະ ມິດທີ່ກຳລັງ ປົກຄອງປະເທດຢູ່ ບໍ່ໄດ້ຮັບຄະແນນສຽງສ່ວນຫຼາຍ ແລະ ພາຍໃຕ້ສະຖານະ ການໃໝ່ນີ້ ພວກເຂົາເຈົ້າບໍ່ສາມາດທີ່ຈະປະຕິຮູບຄືນໄດ້.

ທ່ານ Radev ຈະເຂົ້າດຳລົງຕຳແໜ່ງໃນວັນທີ 22 ມັງກອນເປັນ ເວລາ 5 ປີ. ວຽກທຳອິດ ຂອງທ່ານເບິ່ງຄືວ່າຈະຈັດການເລືອກຕັ້ງ ສະພາລ່ວງໜ້າໃນປີໜ້ານີ້ ຍ້ອນການລາອອກ ຈາກຕຳແໜ່ງຂອງທ່ານ Borisov.

ພວກນັກວິເຄາະໄດ້ພິຈາລະນາວ່າ ການຊະນະທີ່ໜ້າຕົກໃຈຂອງທ່ານ Radev ອາດເຮັດ ໃຫ້ອິດທິພົນຂອງ ຣັດເຊຍ ເຂັ້ມແຂງຂຶ້ນໃນ ບູລແກເຣຍ ເຊິ່ງເປັນອະດີດປະເທດຄອມ ມູນິສ, ໜຶ່ງໃນບັນດາສະ ມາຊິກທີ່ທຸກຍາກທີ່ສຸດຂອງ ສະຫະພາບ ຢູໂຣບ 28 ປະເທດ. ການພິຈາລະນາ ນັ້ນ ໄດ້ຖືກສະໜັບໜູນໂດຍການໂຄສະນາຫາສຽງ ຂອງທ່ານ Radev ສຳລັບການຍົກເລີກມາດຕະການລົງໂທດຕໍ່ ຣັດເຊຍ ສຳລັບບົດບາດຂອງ ມົສກູ ໃນວິກິດ ການ ຢູເຄຣນ ປີ 2014.

ພ້ອມກັນນັ້ນ, ຫຼາຍຄົນໃນຈຳນວນຜູ້ຢູ່ອາໄສ 7.2 ລ້ານຄົນຂອງປະ ເທດ ຍັງຄົງຮັກສາ ສາຍພົວພັນທາງວັດທະນະທຳຕໍ່ ຣັດເຊຍ ຢູ່, ເຊິ່ງພວກເຂົາເຈົ້າຍັງໄດ້ສະໜອງໃຫ້ພະລັງ ງານທີ່ມີຄວາມຕ້ອງການຈຳນວນຫຼາຍຂອງ ບູລແກເຣຍ.

ພັນທະມິດທີ່ມີນະໂຍບາຍກາງອຽງຊ້າຍຂອງນາຍົກລັດຖະມົນຕີທ່ານ Borisov ໄດ້ຄອບ ງຳການເມືອງຢູ່ໃນພາກພື້ນຂອງ ບູລແກເຣຍ ເປັນເວລາຍາວນານໃນທົດສາວັດທີ່ຜ່ານ ມາ, ດ້ວຍວ່າທ່ານ Borisov ໄດ້ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີໃນປີ 2009. ແຕ່ ຮອດເຄິ່ງ ທາງໃນການດຳລົງຕຳແໜ່ງ 4 ປີນັ້ນ, ພັນທະມິດລັດຖະ ບານໄດ້ ປະເຊີນໜ້າ ກັບການປະທ້ວງຕໍ່ຕ້ານການສໍ້ລາດບັງຫຼວງເວລາຫຼາຍເດືອນ, ພ້ອມກັບຖືກກົດດັນໃຫ້ ເລັ່ງປະຕິຮູບລະບົບຕຸລາການ ແລະ ການລິເລີ່ມຕໍ່ຕ້ານການໃຫ້ສິນບົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Bulgaria Politics
please wait
Embed

No media source currently available

0:00 0:02:06 0:00

XS
SM
MD
LG