ກອງທັບ ຢູເຄຣນ ໄດ້ລາຍງານການລະດົມຍິງຢ່າງໜັກໂດຍກອງກຳລັງ ຣັດເຊຍ ຢູ່ພາກພື້ນດອນບາສ ທາງພາກຕາເວັນອອກຂອງປະເທດໃນວັນຈັນມື້ນີ້, ພ້ອມກັບໃນເຂດຕ່າງໆທາງພາກໃຕ້, ລວມທັງເມືອງທີ່ຢູ່ອ້ອມເມືອງ ເຄີສັນ ແລະ ມີໂຄລາອິບ.
ລາຍງານຈາກຜູ້ຊ່ວຍບັນຊາການຂອງກອງທັບ ຢູເຄຣນ ຍັງໄດ້ອ້າງເຖິງການຍິງຈາກລົດຖັງ ແລະ ການໂຈມຕີທາງອາກາດໃນເມືອງທີ່ຢູ່ພາກຕາເວັນອອກ ແລະ ໃຕ້ຂອງເມືອງ ຊາໂປຣິສເຊຍ.
ຄວາມເຄັ່ງຕຶງແມ່ນສູງຢູ່ອ້ອມໂຮງໄຟຟ້ານິວເຄລຍ ຊາໂປຣິສເຊຍ, ໂດຍທີ່ທັງສອງຝ່າຍໄດ້ສືບຕໍ່ກ່າວຫາກັນແລະກັນ ກ່ຽວກັບ ການຍິງອາວຸດຢູ່ໃກ້ກັບໂຮງໄຟຟ້າດັ່ງກ່າວ. ຣັດເຊຍ ໄດ້ຍຶດໂຮງໄຟຟ້ານັ້ນໃນເດືອນມີນາທີ່ຜ່ານມາ, ບໍ່ດົນຫຼັງຈາກພວກເຂົາໄດ້ບຸກລຸກ ຢູເຄຣນ.
ຜູ້ປະຕິບັດການໂຮງໄຟຟ້ານັ້ນໄດ້ລາຍງານວ່າສະຖານທີ່ດັ່ງກ່າວແມ່ນສ່ຽງຕໍ່ການລະເມີດມາດຕະຖານ ກ່ຽວກັບກຳມັນຕະພາບລັງສີ ແລະ ໄຟ ຫຼັງຈາກມີການຍິງຈະຫຼວດໂຈມຕີຫຼາຍຂຶ້ນ ໃນອາທິດທີ່ຜ່ານມາ.
ຫົວໜ້າຂອງອົງການພະລັງງານປະລະມະນູສາກົນ ໄດ້ກ່າວວ່າມັນມີ “ຄວາມສ່ຽງທີ່ແທ້ຈິງ ກ່ຽວກັບ ໄພພິບັດດ້ານນິວເຄລຍ” ນອກຈາກວ່າຈະຢຸດການຕໍ່ສູ້ ແລະ ບັນດານັກກວດກາໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສະຖານທີ່.
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ໃຊ້ສ່ວນນຶ່ງຂອງ
ຄຳປາໄສທາງວິດີໂອປະຈຳທຸກຄືນເມື່ອວັນອາທິດວານນີ້ ເພື່ອຮຽກຮ້ອງປະຊາຊົນ ຣັດເຊຍ ໃຫ້ຄັດຄ້ານສົງຄາມທີ່ປະທານທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ເລີ່ມຂຶ້ນໃນທ້າຍເດືອນກຸມພາທີ່ຜ່ານມາ. ທ່ານ ເຊເລັນສກີ ໄດ້ກ່າວວ່າປະຊາຊົນ ຣັດເຊຍ ຜູ້ທີ່ມິດງຽບ ກ່ຽວກັບ ສົງຄາມແມ່ນສະໜັບສະໜູນມັນ.
ທ່ານ ເຊເລັນສກີ ໄດ້ກ່າວວ່າ “ແລະບໍ່ວ່າເຈົ້າຈະຢູ່ໃສກໍຕາມ, ຢູ່ດິນແດນຂອງ ຣັດເຊຍ ຫຼື ຕ່າງປະເທດ, ສຽງຂອງເຈົ້າຄວນໃຫ້ການສະໜັບສະໜູນ ຢູເຄຣນ, ແລະ ສະນັ້ນຈົ່ງຕໍ່ຕ້ານສົງຄາມນີ້.”
ທ່ານຍັງໄດ້ສະແດງການສະໜັບສະໜູນສຳລັບການຫ້າມອອກວີຊາຂອງສະຫະພາບ ຢູໂຣບ ສຳລັບນັກເດີນທາງຊາວ ຣັດເຊຍ.
ກຳປັ່ນຮັບເໝົາລຳນຶ່ງຂອງອົງການສະຫະປະຊາຊາດທີ່ບັນທຸກອາຫານປະເພດເມັດ 23,000 ໂຕນຂອງ ຢູເຄຣນ ແມ່ນມີກຳນົດທີ່ຈະອອກເດີນທາງໄປປະເທດ ເອທິໂອເປຍ ເມື່ອວັນອາທິດວານນີ້ ເຊິ່ງເປັນການຂົນສົ່ງຄັ້ງທຳອິດອອກຈາກປະເທດ ຢູເຄຣນ ທີ່ຖືກທຳລາຍໂດຍສົງຄາມ, ທີ່ເພັ່ງເລັງໃສ່ການຊ່ວຍເຫຼືອປະເທດທີ່ກຳລັງປະເຊີນກັບຄວາມອຶດຢາກ.