ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານຣັດເຊຍ ຍຶດເອົາ ກ້ອງຖ່າຍຮູບຂອງ ນັກຂ່າວວີໂອເອ (ວີດີໂອ ກ່ຽວຂ້ອງ)


ພວກຜູ້ຊາຍຖືອາວຸດຈຸນຶ່ງ ທີ່ເຊື່ອວ່າແມ່ນທະຫານຣັດເຊຍ
ຢືນຍາມ ທີ່ຄ້າຍທະຫານແຫ່ງນຶ່ງໃນເມືອງ Belbek ໃກ້ກັບເມືອງ Sevastopol ໃນໄຄຣເມຍ, ວັນທີ 22 ມີນາ 2014.
ພວກຜູ້ຊາຍຖືອາວຸດຈຸນຶ່ງ ທີ່ເຊື່ອວ່າແມ່ນທະຫານຣັດເຊຍ ຢືນຍາມ ທີ່ຄ້າຍທະຫານແຫ່ງນຶ່ງໃນເມືອງ Belbek ໃກ້ກັບເມືອງ Sevastopol ໃນໄຄຣເມຍ, ວັນທີ 22 ມີນາ 2014.
ພວກ​ທະຫານຣັດ​ເຊຍ​ຢູ່​ໃນ​ຢູ​ເຄຣນ ​ໄດ້​ຍຶດ​ເອົາ​ກ້ອງຖ່າຍຮູບ
​ຂອງນັກ​ຂ່າວ​ວີ​ໂອ​ເອ ​ໃກ້ໆ​ກັບ​ຖານ​ທັບ Belbek ບ່ອນ​ທີ່​
ພວກ​ທະຫານ​ຢູ​ເຄຣນ ​ໄດ້​ຮັບຄຳ​ສັ່ງໃຫ້ ​ຈຳນົນ​ໃນ​ວັນ​ເສົາ​
ວານ​ນີ້ ຈາກ​ກອງກຳລັງ​ຂອງຣັດ​ເຊຍ​ນັ້ນ.

ຜູ້​ສື່​ຂ່າວ​ວີ​ໂອ​ເອ Daniel Schearf ກ່າວ​ວ່າ ລາວ​ເອງ​ພ້ອມ
​ດ້ວຍ​ເພື່ອນ​ຮ່ວມ​ງານກຳລັງ​ພາກັນຖ່າຍ​ວີ​ດີ​ໂອ ​ເອົາລົດ​ຫຸ້ມ
​ເກາະ​ແລະ​ລົດ​ອື່ນໆ​ຂອງຣັດ​ເຊຍຢູ່​ນອກ​ຖານ​ທັບ​ດັ່ງກ່າວ
​ເວລາ​ກ້ອງຖ່າຍ​ວີ​ດີ​ໂອ​ຂອງ​ເຂົາ​ເຈົ້າ​ສອງ​ອັນຖືກຍຶດນັ້ນ.

ນາຍ Daniel Schearf ກ່າວ​ວ່າ ພວກ​ທະຫານຣັດ​ເຊຍໄດ້​ພາກັນ​ໂດດ​ດອອກ​ຈາກ​ລົດ
​ຂອງ​ເຂົາ​ເຈົ້າ ​ຄື​ກັນ​ກັບ“SWAT Team ຫລືທີ​ມ​ໂຈມ​ຕີ” ​ແລ້ວເອົາ​ປືນ​ຈີ້ເຂົາເຈົ້າ
ພ້ອມ​ກັບສັ່ງ​ໃຫ້ ເຂົາ​ເຈົ້າ​ວາງ​ກ້ອງ​ຖ່າຍ​ວີ​ດີ​ໂອລົງ. ນາຍ Daniel ກ່າວ​ຕໍ່​ໄປ​ວ່າ ​ພວກ​
ທະຫານ​ເຫຼົ່າ​ນັ້ນ “ມີ​ທ່າ​ທີ່​ແຂງກະດ້າງ ​ແລະ​ບໍ່​ສຸພາບຫຼາຍ” ​ແຕ່ກໍຢູ່​ພາຍ​ໃຕ້​ຄຳ​ສັ່ງ
​ໃຫ້​ຢຸດ​ສື່​ມວນ​ຊົນ ບໍ່​ໃຫ້​ຖ່າຍຮູບ​ເອົາ​ພວກ​ທະຫານຣັດ​ເຊຍ​ຢູ່​ນອກ​ຖານ​ທັບແຫ່ງນັ້ນ.

ກຳລັງ​ຂອງຣັດ​ເຊຍ​ໄດ້​ຍື່ນ​ຄຳ​ຂາດ​ຕໍ່​ພວກ​ທະຫານ​ຢູ​ເຄຣນ ​ໃຫ້​ພາກັນ​ອອກຈາກຄ້າຍ​
ທະຫານ​ດັ່ງກ່າວ​ໄປ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ຄ້າຍ​ທະຫານ​ແຫ່ງ​ໃຫຍ່​ທີ່ສຸດ​ ທີ່​ຍັງ​ຢູ່​ໃຕ້ກຳ
ລັງຢູ​ເຄຣນ​ ໃນ​ໄຄຣ​ເມຍ​ນັ້ນ.

ນາຍ Schearf ກ່າວ​ຕື່ມ​ວ່າ ລ່າວ​ບໍ່​ແນ່​ໃຈ​ວ່າ ພວກ​ກຳລັງຣັດ​ເຊຍ ​ໄດ້ກຳນົດ​ເສັ້ນ​ຕາຍ
​ໃຫ້​ພວກ​ທະຫານ​ຢູ​ເຄຣນ ​ອອກ​ໄປ​ຈາກ​ຖານທັບ Belbek ນັ້ນຫຼື​ບໍ? ​ແຕ່​ລາວ​ກ່າວ​ວ່າ
ຖ້າ​ພວກ​ທະຫານ​ຢູ​ເຄຣນບໍ່​ອອກ​ຈາກ​ຖານ​ທັບ​ດັ່ງກ່າວ​ໄປ ​ ພວກ​ທະຫານຣັດ​ເຊຍ ໃນ​
ທີ່​ສຸດແລ້ວ ກໍຈະຄົງ “ເຄື່ອນກຳລັງ” ​ເຂົ້າ​ບຸກຄ້າຍ​ແຫ່ງນັ້ນ ​ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ກັບ​ທ່າ​ເຮືອທະ
​ເລ​ດຳ​ຂອງ​ເມືອງ Sevastopol ນັ້ນ.

ນາຍ S​chearf ກ່າວ​ວ່າ ພວກ​ທະຫານຣັດ​ເຊຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ຈະ​ສົ່ງກ້ອງ
ຖ່າຍຮູບວີ​ດີ​ໂອ ທີ່​ຖືກ​ຍຶດເອົາໄປ​ໃນ​ວັນ​ເສົາ​ວານ​ນີ້ຄືນ​ໃຫ້​ເຂົາ​ເຈົ້າ ​ແຕ່ ຫລາຍ​ຊົ່ວ​ໂມງ
ຕໍ່​ມາ ກໍ​ຍັງ​ບໍ່​ເຫັນ​ເອົາ​ມາ​ສົ່ງ ​ແລະ​ລາວ​ກ່າວ​ວ່າ ຮູບ​ວີ​ດີ​ໂອ​ທີ່​ໄດ້​ຖ່າຍໄວ້ໃນ​ກ້ອງນັ້ນ ​
ຄົງຈະ​ຖືກ​ລຶບ​ອອກ​ໝົດແລ້ວ.

ເບິ່ງລາຍງານວີດີໂອ ທີ່ Daniel Schearf ສົ່ງມາຈາກ ໄຄຣເມຍ:

Ukraine Forces Holding Out as Russia Moves on Crimean Bases
please wait

No media source currently available

0:00 0:01:52 0:00
XS
SM
MD
LG