ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຳ​ລັງ​ຣັດ​ເຊຍ ບຸກ​ໂຈມ​ຕີ​ຮອບ​ໃໝ່ ໃນ​ເຂດ​ພາກ​ຕາ​ເວັນ​ອອກ ຂອງ​ຢູ​ເຄ​ຣນ


ໜ່ວຍ​ດັບ​ເພີງ​ພາ​ກັນ​ມອດ​ໄຟ​ທີ່​ຮ້ານ​ກາ​ເຟແຫ່ງ​ນຶ່ງ ຍ້ອນ​ຖືກ​ຍິງ​ໂຈມ​ຕີ ທີ່​ເມືອງ​ຄ​າ​ກີບ ເມື່ອ​ວັນ​ທີ 26 ພຶ​ດ​ສະ​ພາ 2022.
ໜ່ວຍ​ດັບ​ເພີງ​ພາ​ກັນ​ມອດ​ໄຟ​ທີ່​ຮ້ານ​ກາ​ເຟແຫ່ງ​ນຶ່ງ ຍ້ອນ​ຖືກ​ຍິງ​ໂຈມ​ຕີ ທີ່​ເມືອງ​ຄ​າ​ກີບ ເມື່ອ​ວັນ​ທີ 26 ພຶ​ດ​ສະ​ພາ 2022.

ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຢູ​ເຄ​ຣນ​ທີ່​ຖືກ​ຂັບ​ໄລ່​ກັບ​ຄືນ​ໄປ​ໃກ້​ກັບ​ເຂດ​ຊາຍ​ແດນ​ຣັດ​ເຊຍນັ້ນ ປາ​ກົດ​ວ່​າ​ໄດ້​ເລີ້ມ​ເປີດ​ສາກ​ບຸກ​ໂຈມ​ຕີ​ຮອບ​ໃໝ່ ໃນ​ຂະ​ນະ​ທີ່​ສົງ​ຄາມ​ຊຶ່ງ​ດຳ​ເນີນ​ມາ​ໄດ້ສາມ​ເດືອ​ນ​ແລ້ວນັ້ນ ໄດ້​ປ່ຽນ​ສະ​ພາບ​ກາຍ​ເປັນ​ໃນ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ກ່າວ​ວ່າ “ປີດ​ປາຍ” ທີ່​ຍັງ​ມອງ​ບໍ່​ເຫັນ​ມື້​ສິ້ນ​ສຸດ.

ເຈົ້າ​ໜ້າ​ທີ່ ທີ່​ເມືອງ​ຄາ​ກີບ ຫົວ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຢູ​ເຄ​ຣນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ການ​ຍິງປືນ​ໃຫຍ່ໂຈມ​ຕີ​ຂອງ​ຣັດ​ເຊຍ ເຮັດ​ໃຫ້​ພົນ​ລະ​ເຮືອນ​ຢ່າງ​ໜ້ອຍ 7 ຄົນ​ເສຍ​ຊີ​ວິດ ແລະ​ອີກ 17 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ຂະ​ນະ​ທີ່​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ​ໃນ​ເຂດ​ພາກ​ເໜືອ ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ​ດັ່ງ​ກ່າວ.

ນອກນັ້ນ ພວກ​ທີ່​ເຫັນ​ເຫດ​ການ​ໃນ​ເມືອງ​ຄາ​ກີບ ຍັງ​ລາຍ​ງານ​ວ່າ ໄດ້​ຍິນ​ສຽງ​ລະ​ເບີດ​ດັງ​ຂຶ້ນ ໃນ​ຂະ​ນະ​ທີ່​ປາ​ກົດ​ວ່າ​ທະ​ຫານ​ຣັດ​ເຊຍ ພວມ​ເສີມກຳ​ລັງ​ໃຫ້​ແກ່​ທີ່​ໝັ້ນ​ຂອງ​ຕົນ ຢູ່​ທາງ​ດ້ານ​ເໜືອ​ຂອງ​ເມືອງ​.

ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ໃກ້​ຄຽງ​ກັບ​ເມືອງ​ຄາ​ກີບ ໄດ້​ຖືກ​ຂັບ​ໄລ່ໃຫ້​ຖ​ອຍ​ໄປ​ຢູ່​ໃກ້ໆ​ຊາຍ​ແດນ​ຣັດ​ເຊຍ ໃນ​ລະ​ຫວ່າງ​ການ​ບຸກ​ໂຈມ​ຕີ​ຕ້ານ​ຄືນ​ຂອງ​ທະ​ຫານ​ຢູ​ເຄ​ຣນ​ເມື່ອ​ຕົ້ນ​ເດືອນນີ້ ແຕ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເວ​ລາ​ນີ້ ມົ​ສ​ກູ​ໄດ້​ຕັດ​ສິນ​ໃຈ​ເປີດ​ສາກ​ບຸກ​ໂຈມ​ຕີ​ຄືນ​ອີກ.

ເຈົ້າ​ແຂວງໆ​ຄາ​ກີບ ທ່ານ​ໂອ​ເລ ຊີ​ເນ​ຮູ​ບອບ (Oleh Synehubov) ກ່າວ​ວ່າ “ຍັງ​ເປັນ​ການ​ໄວ​ເກີນ​ໄປ ທີ່​ຈະ​ພັກ​ຜ່ອນ​ໄດ້. ພວກ​ສັດ​ຕູ ອີກ​ຄັ້ງ​ນຶ່ງ ຄ່ອຍໆ​ຍິງ​ໂຈມ​ຕີ​ໃສ່​ພົນ​ລະ​ເຮືອນ ເພື່ອ​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ແກ່​ພວກ​ເຂົາ.”

ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຢູ່​ໃນ​ເຂ​ດ​ຄາ​ກີບ ແຕ່​ແນວ​ໃດ​ກໍ​ຕາມ ລາຍ​ງານ​ຂ່າວສື່​ສັງ​ຄົມ​ຂອງກອງ​ທັບ​ຣັດ​ເຊຍ​ກ່າວ​ອ້າງວ່າ ຕົນ​ຍັງ​ສື​ບ​ຕໍ່​ປະ​ສົບ​ຄວາມ​ສຳ​ເລັດ​ຕໍ່​ກຳ​ລັງ​ຢູ​ເຄ​ຣນ ຮວມ​ທັງ​ຢູ່​ໃນ​ເຂດດອນ​ບາ​ສ​.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ເຖິງ​ແມ່ນມີ​ຂ່າວກ່ຽວ​ກັບ​ການ​ສູ້​ລົບ​ກັນ​ທີ່​ເພີ້ມ​ຂຶ້ນ​ໃນ​ເຂດ​ເມືອງ​ຄາກີບ​ກໍ​ຈິງ ແຕ່​ມັນ​ກໍ “ບໍ່​ມີ​ການ​ປ່ຽ​ນ​ແປງ​ທີ່​ສຳ​ຄັນ​ໃດໆ” ທາງ​ພາກ​ພື້ນ​ດິນ.

ເຈົ້າ​ໜ້າ​ທີ່​ທ່ານນີ້ ໄດ້​ກ່າວ​ໃນ​ການ​ຖະ​ແຫຼງ ​ຕໍ່​ພວກ​ນັກ​ຂ່າວ ໂດຍ​ຂໍ້​ສະ​ຫງວນ​ຊື່ ຍ້ອນ​ເປີດ​ເຜີຍ​ຂ່າວ​ລັບໂດຍ​ເວົ້າ​ວ່າ “ພວກ​ເຮົາ​ຍັງ​ສືບ​ຕໍ່​ຊັ່ງ​ຊາ​ວ່າ ​ກຳ​ລັງ​ຢູ​ເຄ​ຣນ ຍັງ​ສືບ​ຕໍ່​ຂັບ​ໄລ່​ທະ​ຫານຣັດ​ເຊຍ ຫ່າງ​ອອກ​ໄປ​ເລື້ອຍໆ​ຈາກ​ໂຕ​ເມືອງ.”

ທ່ານ​ກ່າວ​ຕື່ມ​ວ່າ “ເວ​ລານີ້ ແມ່ນ​ຢູ່​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ ຫາ​ 10 ກິ​ໂລ​ແມັດ​ຫ່າງ​ຈາກ​ຊາຍ​ແດນ​ຂອງ​ຣັດ​ເຊຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG